ຕອນບ່າຍ ວັນທີ 18 ມີນາ  2022 ນີ້. ທ່ານ ເພີດມາ ປັນຍາ ຮອງເລຂາພັກແຂວງ ແຂວງຫົວພັນ ໄດ້ໃຫ້ກຽດຕ້ອນຮັບ ການມາພົບປະຢຽ້ມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກ ຫໍ້ແກ້ວແຂວງຫົວພັນ ໂດຍມີຈຸດປະສົ່ງເພື່ອລາຍງານການມາຢ້າມຢຽມເຮັດວຽກຂອງຄະນະທີມງານໃນຄັ້ງນີ້ໃຫ້ທ່ານຮອງເລຂາພັກແຂວງຫົວພັນໄດ້ຮັບຊາບ ຕົ້ນຕໍ່ແມ່ນການມາເກັບກໍາຂໍ້ມູນ ແລະ ສຶກສາດ້ານທ່າແຮງ ຂອງແຂວງຫົວພັນ, ຊອກຮູ້ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດຕາມກວດກາ ບັນດາ ໂຄງການທີ່ກຽ່ວຂອງກັບທີ່ດິນທີ່ຖືກຜົນກະທົບຕໍ່ສິ່ງແວດລ້ອມຢູ່ແຂວງຫົວພັນເພື່ອຊອກຫາວິທີແກ້ໄຂໃນຕໍ່ໜ້າ.

ໂອກາດນີ້ທ່ານ ເພີດມາ ປັນຍາ ຮອງເລຂາພັກແຂວງຫົວພັນ ໄດ້ສະແດງຄວາມຍິນດີຕ້ອນຮັບຢ່າງອົບອຸ່ນມາຫຍັງທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ  ທີ່ມາຢຽ້ມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້ ພ້ອມທັງລາຍງານຫຍໍ້ ສະພາບການຂໍ້ສະດວກ ແລະ ຂໍ້ຫຍຸ້ງຍາກໃນການພັດທະນາເສດຖະກິດ-ສັງຄົມ ຂອງແຂວງຫົວພັນເປັນຕົ້ນແມ່ນວຽກງານທິ່ດິນ ແລະ ສິ່ງແວດລ້ອມ ໃຫ້ທ່ານຮອງ ລັດຖະມົນຕີພ້ອມຄະໄດ້ຮັບຮູ້ ໃນໄລຍະຜ່ານມາເສດຖະກິດຂອງແຂວງ ມີການຂະຫຍ້າຍຕົວຢ່າງຕໍ່ເນື່ອງ ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການພັດທະນາດີຂື້ນເທື່ອລະກ່າວ ຄຽ້ງຄູ່ກັບຂໍ້ສະດວດກໍ່ຍັງມີຂໍ້ຫຍຸ້ງຍາກຫຼາຍດ້ານ ກໍ່ຄືບັນຫາທີ່ດິນທໍາການຜະລິດຂອງປະຊາຊົນພາຍໃນແຂວງຫົວພັນຍັງມີຂໍ້ຄວາມຫຍຸ້ງຍາກໃນບັນຫາການຍາດແຍງຈັບຈ່ອງທີ່ດິນທີ່ບໍ່ຖືກຕ້ອງຕາມກົດໝາຍ ເຮັດໃຫ້ປະຊາຊາຊົນບາງທ້ອງຖິ່ນມີຂໍ້ຂັດແຍງດ້ານທີ່ດິນ ທ່ານ ຮອງລັດຖະມົນຕີ ໄດ້ສະແດງຄວາມດີໃຈທີ່ໄດ້ຮັບຟັງຂໍ້ມູນດ້ານຕ່າງໆຈາກຄະນະນໍາຂອງແຂວງເພື່ອຈະໄດ້ນໍາໄປປຶກສາຫາລືຄະນະນໍາສູນກາງ ຊອກວິທີແກ້ໄຂ ແລະ ພັດທະນາ ໃຫ້ດີຂື້ນໃນຕໍ່ໜ້າ.