Print

ໃນໂອກາດ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມຄະນະ ມາເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນໃນຄັ້ງນີ້;ຕອນເຊົ້າວັນທີ 19 ມີນາ 2022 ນີ້. ທ່ານໄດ້ເຂົ້າຢຽ້ມຢາມພົບປະໂອລົມ ຄະນະພັກ,ສະມາຊິກພັກ ພະນັກງານລັດຖະກອນ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ໂດຍ ມີ ທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ  ມີຫົວໜ້າ ຮອງຫົວໜ້າຂະແໜງການ, ການນໍາເມືອງຊໍາເໜືອ ຫ້ອງານ ຊສ ເມືອງຊຳເໜືອຕະຫຼອດຮອດພະນັກງານວິຊາການ ພາຍໃນພະແນກ ເຂົ້າຮ່ວມ.  

ການເຂົ້າພົບປະໂອ້ລົມຄັ້ງນີ້  ເຊີ່ງທ່ານໄດ້ຮັບຟັງ ການລາຍງານການ ເຄື່ອນໄຫວ ຊີ້ນຳຈັດຕັ້ງປະ ຕິບັດວຽກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ,  ສະພາບຈຸດພິເສດໃນການພັດທະນາເສດຖະກິດ-ສັງຄົມ ຢູ່ແຂວງຫົວພັນໃນໄລຍະຜ່ານມາຈາກຫົວໜ້າພະແນກ ໂດຍໄດ້ຍົກໃຫ້ເຫັນດ້ານດີຜົນງານ,ຜົນສຳເລັດໃນການທີ່ຈັດຕັ້ງປະຕິບັດວຽກງານ ແລະ ດ້ານຄົງຄ້າງທີ່ຈະຕ້ອງໄດ້ສືບຕໍ່ປັບປຸງແກ້ໄຂ ພ້ອມທັງນໍາສະເໜີບາງບົດຮຽນທີ່ສໍາຄັນ ແລະ ບົດຮຽນທີ່ພົບເຫັນພາຍໃນຂະແໜງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ເພື່ອຂໍທິດຊີ້ນໍາໃນການແກ້ໄຂໃນຕໍ່ໜ້າ. ຈາກນັ້ນ ທ່ານ ປອ ໄຊນະຄອນ ອິນທະວົງ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ກໍ່ໄດ້ ມີຄໍາເຫັນໂອ້ລົມ ໂດຍໄດ້ສະແດງຄວາມຍ້ອງຍໍ້ຊົມເຊີຍ ຕໍ່ຜົນງານ, ຜົນສຳເລັດທີ່ການນໍາພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ຍາດມາໄດ້ໃນໄລຍະຜ່ານມາ ແລະ ໄດ້  ເໜັ້ນໜັກໃຫ້ຄະນະນໍາພະແນກ ແຕ່ລະຂັ້ນ ເອົາໃຈໃສ່   ປະຕິບັດໜ້າທີ່,ຖືເອົາການປຶກສາຫາລືເພື່ອໃຫ້ມີຄວາມເປັນເອກະພາບຕໍ່ການປະຕິບັດວຽກງານວິຊາສະເພາະຕ່າງໆ ສືບຕໍ່ສຶກສາອົບຮົມສະມະຊິກພັກພະນັກງານໃຫ້ມີຄວາມຮັບຮູ້ຕໍ່ແນວທາງນະໂຍບາຍຂອງພັກ ລະບຽບກົດໝາຍຂອງລັດ ໃຫ້ພະນັກງານລັດຖະກອນເປັນກົກ, ປັບປຸງກົນໄກແບບແຜນວິທີເຮັດວຽກພາຍໃນພະແນກໃຫ້ດີຂື້ນກວ່າເກົ່າ, ເອົາໃຈໃສ່ຕໍ່ວຽກງານກໍ່ສ້າງບຸກຄະລາກອນໃຫ້ໄດ້ຕາມແຜນການທີ່ວາງໄວ້ ພ້ອມທັງປັບປຸງຊັບຊ້ອນພະນັກງານເຂົ້າໃນແຕ່ລະຕໍາແໜງງານໃຫ້ຖືກຕ້ອງກັບຄວາມຮູ້ ຄວາມສາມາດເພື່ອເຮັດໃຫ້ການເຄື່ອນໄຫວວຽກງານໃຫ້ມີປະສິດຕິພາບ ແລະ ປະສິດຕິຜົນສູງກວ່າເກົ່າ, ສູ້ຊົນຊອກແຫຼ່ງທຶນສະໜັບສະໜູນ ຄຸ້ມຄອງປົກປັກຮັກສາສິ່ງແວດລ້ອມໃຫ້ມີຄວາມຍືນຍົງ, ປະຕິບັດກົນໄກປະສານງານ,ປະສານສົມທົບກັບທຸກພາກສ່ວນທີ່ກຽ່ວຂ້ອງຂັ້ນກະຊວງ, ຂັ້ນແຂວງ, ເມືອງສາຍຕັ້ງ ແລະ ສາຍຂວາງຢ່າງກົມກຽວ  ສືບຕໍ່ນໍາພາການຈັດຕັ້ງປະຕິບັດວຽກງານຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນໃຫ້ເຄື່ອນໄຫວຢ່າງເປັນປົກກະຕິ ຕິດພັນກັບການຈັດຕັ້ງປະຕິບັດກັບ ວາລະແຫ່ງຊາດໃນການພັດທະນາວຽກງານຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ເປັນຕົ້ນແມ່ນໃຫ້ເອົາໃຈໃສ່ ຊຸກຍູ້ດ້ານທີ່ດິນທີ່ມີຜົນກະທົບຕໍ່ສິ່ງແວດລ້ອມເພື່ອເປັນບ່ອນອີ່ງໃຫ້ແກ່ການສ້າງຄູ່ມື ແລະ ນິຕິກໍາໃຕ້ກົດໝາຍໃນການສືບຕໍ່ຈັດຕັ້ງປະຕິບັດຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ທີ່ດິນໃນ 3 ປະເພດປ່າໄມ້, ແນ່ໃສ່ຜົນສໍາເລັດຕາມແຜນການດໍາເນີນວຽກງານພິສູດຫຼັກຖານອອກໃບຕາດິນແຕ່ລະຕອນໃຫ້ແກ່ບຸກຄົນ, ນິຕິບຸກຄົນ ການຈັດຕັ້ງລັດ ແລະ ລວມໝູ່, ເຮັດໃຫ້ທີ່ດິນແຕ່ລະຕອນໄດ້ຫັນເຂົ້າມາຂື້ນທະບຽນທີ່ດິນ ແລະ ການຄຸ້ມຄອງນໍາໃຊ້ໃຫ້ຖືກຕ້ອງຕາມລະບຽບກົດໝາຍ, ສ້າງຂໍ້ມູນພື້ນຖານໃຫ້ແກ່ການເກັບລາຍຮັບເຂົ້າງົບປະມານຕາມການທີ່ວາງໄວ້ເພື່ອຮັບຮູ້ສິດ ແລະ ປົກປ້ອງສິດ ຜົນປະໂຫຍດຂອງປະຊາຊົນ ເພື່ອຫຼຸດຜ່ອນຂໍ້ຂັດແຍ້ງ ແລະ ເຮັດໃຫ້ປະຊາຊົນມີພື້ນທີ່ທໍາການຜະລິດທີ່ແນ່ນອນ.

ນອກຈາກນັ້ນ ທ່ານ ຮອງລັດຖະມົນຕີຍັງໄດ້ລົງພົບປະການນຳເມືອງວຽງໄຊ,ພະນັກງານຫ້ອງ ການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງວຽງໄຊ ເຊິ່ງໄດ້ຈັດກອງປະຊຸມປືກສາຫາລືກັບຂະແຫນງການທີ່ກ່ຽວຂ້ອງ ແລະ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມໄລຍະຜ່ານມາໂດຍຫຍໍ້ ຢູ່ທີ່ຫ້ອງປະຊຸມຖ້ຳງູເຫຼື້ອມ ຈາກນັ້ນໄດ້ລົງໄປຢ້ຽມຢາມ ທີມງານວິຊາການ ອອກໃບຕາດິນເປັນລະບົບ ຢູ່ທີ່ບ້ານລຸນ ເມືອງວຽງໄຊ ແຂວງຫົວພັນພັນ ແລະ ໄດ້ລົງໄປຊຸກຍູ້ຕິດຕາມກວກກາການຈັດຕັ້ງປະຕິບັດ ທົດລອງວຽກງານຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ແລະ ສໍາຫຼວດ-ວັດແທກຕອນດິນ ໃນ 3 ປະເພດປ່າ ຢູ່ ບ້ານຫ້ວຍກອກ ເມືອງແອດ ແຂວງຫົວພັນ ແລະ ໄດ້ລົງເບິ່ງສະຖານທີ່ໂຄງການທົດລອງຂຸດຄົ້ນແຮ່ທາດເຫຼັກ ຂອງບໍລິສັດລາວພັດທະນາແຮ່ທາດຫົວພັນ ຢູ່ບ້ານເດີຍ ເມືອງວຽງໄຊຕື່ມອິກ.