Print

 

ໃນຕອນບ່າຍວັນທີ 23 ມີນາ 2022ນີ້  ຄະນະທີມງານໂຄສະນາສ້າງຈິດສຳນືກຂອງຂະແຫນງສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ ພະ​ແນ​ກຊັບພະຍາກອນ​ທຳ​ມະ​ຊາດ ​ແລະ ສິ່ງ​ແວດ​ລ້ອມ​ແຂວງຫົວພັນໄດ້ລົງໂຄສະນາປຸກຈິດສຳນືກດ້ານສິ່ງແວດລ້ອມໃຫ້ແກ່ນ້ອງນັກຮຽນຢູ່ໂຮງຮຽນ ມສ ພັນຊຳ ເຊິ່ງການໂຄສະນາໄດ້ນຳເອົາຄວາມໝາຍຄວາມສຳຄັນຂອງສິ່ງແວດລ້ອມເຊັ້ນ:

ພາວະໂລກຮ້ອນອາກາດມີມົນລະພິດ ແລະ ຂໍ້ຕົກລົງວ່າດ້ວຍການຈັດຕັ້ງປະຕິບັດວຽກງານ ຂຽວ ສະອາດ ງາມຕາ ສະບັບເລກທີ 1381/ຈຂ.ຫພ,ລົງວັນທີ່ 14 ພະຈິກ 2019 ແລະ ຄວາມຮູ້ພື້ນຖານກ່ຽວກັບວິທີຈັດການຂີ້ເຫຍື້ອລະດັບຄອບຄົວ ທີ່ສົ່ງຜົນກະທົບຕໍ່ສຸຂະພາບ,ດິນຟ້າອາກາດມີການປ່ຽນແປງໃນສັງຄົມລາວປັດຈຸບັນເພື່ອແນ່ໃສ່ປຸກຈິດສຳນືກໃຫ້ນ້ອງໆນັກຮຽນຮັບຮູ້ ແລະ ເຂົ້າໃຈເຖິ່ງຄວາມຫມາຍ,ຄວາມສຳຄັນ ຂອງສິ່ງແວດລ້ອມ ແລະ ຮູ້ເຖິງບັນດາກິດຈະກໍາ ຂອງມະນຸດເຮົາທີ່ຕັ້ງຂື້ນມາເປັນການທຳລາຍອົງປະກອບ ຂອງສິ່ງແວດລ້ອມ ອັນເປັນສາເຫດເຮັດໃຫ້ສະພາບອາກາດຂອງໂລກມີການປ່ຽນແປງສົ່ງຜົນກະທົບຕໍ່ການດຳລົງຊິວິດ ຂອງມ່ວນມະນຸດ,ຂາດເຂີນດ້ານສະບຽງອາຫານເມື່ອເປັນແນວນັ້ນຈິ່ງໄດ້ຮຽກຮ້ອງໃຫ້ທຸກພາກສ່ວນມີສ່ວນຮ່ວມປົກປັກຮັກສາເຮັດໃຫ້ສິ່ງແວດລ້ອມໄດ້ຮັບການເບິ່ງແຍງ ແລະ ປົກປັກຮັກສາບູລະນະຟື້ນຟູຮັບປະກັນເຮັດໃຫ້ມີຄວາມຢືນຍົງ ແລະ ມີສະພາບອາກາດທີ່ດີປອດໂປ່ງສົດໃສ,ທຸກຄົນທີ່ດຳລົງຊີວິດໃນສັງຄົມຕ້ອງຮູ້ຈັກ ແລະ ໃສ່ໄຈສິ່ງແວດລ້ອມເພື່ອຍາກເຮັດໄດ້ແນວນັ້ນຈິ່ງໄດ້ສຸ່ມໃສ່ປູກຈິດສຳນືກໃຫ້ນັກຮຽນຮູ້ປັນຍາຊົນເຂົ້າໃຈຢ່າງເລີກເຊີ່ງເຂົ້າຮ່ວມຮັບຟັງໃນຄັ້ງນີ້ ມີຄູອາຈານ ແລະ ນ້ອງໆນັກຮຽນນັບແຕ່ມໍ 1 – 7 ເຂົ້າຮ່ວມທັງໝົດ 800 ກວ່າຄົນ ທັງ​ນີ້ກໍ່​ເພື່ອສ້າງຂະບວນການຂໍ່ານັບຮັບຕ້ອນ​ວັນ​ສຳຄັນ​ຕ່າງໆ ຂອງຊາດ​ໃຫ້​ມີ​ຂະ​ບວນ​ຟົດຟື້ນກ້ວາງ​ຂວາງ ເປັນຕົ້ນແມ່ນການຂໍ່ານັບຮັບຕ້ອນ​ວັນສິ່ງແວດລ້ອມໂລກທີ່ຈະມາເຖິງນີ້.