ວັນທີ 28 ກຸມພາ 2024 ນີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນ ໄດ້ສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2023 ແລະ ວາງທິດທາງແຜນການປະຈໍາປີ 2024 ຢູ່ທີ່ຫ້ອງປະຊຸມຫໍວັດທະນະທຳແຂວງ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ຄຳແພງ ໄຊສົມແພງ ເຈົ້າແຂວງໆຫົວພັນ ແລະ ເປັນປະທານຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ ມີຫົວໜ້າ - ຮອງຫົວໜ້າພະແນກການ, ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການຊັບພະຍາກອນແລະ ສີ່ງແວດລ້ອມ 10 ເມືອງ ພ້ອມດ້ວຍແຂກຖືກເຊີນຈາກພາກສ່ວນກ່ຽວຂ້ອງຂັ້ນແຂວງ, ຫົວໜ້າ, ຮອງຂະແໜງການ ພ້ອມດ້ວຍ ພະນັກງານວິຊາການເຂົ້າຮ່ວມ.

ກອງປະຊຸມ ທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກຊັບພະຍາກອນ ແລະ ສີ່ງແວດລ້ອມແຂວງ ໄດ້ຕີລາຄາການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານປະຈຳປີ 2023 ໃນ1ປີຜ່ານມາຄະນະພັກ-ຄະນະນຳພະ ແນກໄດ້ເອົາໃຈໃສ່ໃນການນຳເອົາແນວທາງຂອງພັກ, ລະບຽບກົດໝາຍຂອງລັດ ແລະ ນິຕິກຳຕ່າງໆຂອງຂັ້ນເທິງມາເຜີຍແຜ່ໃຫ້ພະນັກງານ-ສະມາຊິກພັກໃຫ້ເຂົ້າໃຈຢ່າງເລິກເຊີ່ງ ແລະ ມີຫຼາຍວຽກງານທີ່ພົ້ນເດັ່ນສະແດງອອກ: ໄດ້ສຳເລັດການວັດແທກຂື້ນທະບຽນຕອນດິນ ແລະ ບັນທຶກສຳມະໂນຕາດິນເຂົ້າໃນລະບົບທັນສະໄໝ ພ້ອມທັງອອກໃບຕາດິນໃນທົ່ວແຂວງຈຳນວນ 9 ພັນ 474 ຕອນ, ລົງຊຸກຍູ້ ຕິດ ຕາມ ວັດແທກຄືນໂຄງການລົງທຶນເຊົ່າ-ສຳປະທານທີ່ດິນຂອງລັດເພື່ອກຳນົດເນື້ອທີ່ລະອຽດໄດ້ 5 ໂຄງ ການ, ອອກໃບຕາດິນລັດໄດ້ 90 ຕອນນອກນີ້ວຽກໂຄງການອອກໃບຕາດິນແບບເປັນລະບົບໄດ້ດຳເນີນຢູ່ 2 ເມືອງຄື: ເມືອງຊຳເໜືອ ແລະ ເມືອງວຽງໄຊຈໄນວນ 27 ບ້ານ, ສາມາດຂື້ນທະບຽນອອກໃບຕາດິນເປັນລະບົບຕາມແຜນແບ່ງປັນເມືອງລະ5 ພັນຕອນ ມາຮອດປະຈຸບັນປະຕິບັດໄດ້  2 ພັນ 619 ຕອນ, ນໍາໃຊ້ງົບປະມານໂຄງການຈຳນວນ 1 ຕື້ 284 ລ້ານກວ່າກີບ. ລົງເຜີຍແຜ່ວຽກງານຂຽວສະອາດງາມຕາ ແລະ ນິຕິກຳຕ່າງໆດ້ານສີ່ງແວດລ້ອມໄດ້ 7 ເມືອງ, ຕິດຕາມກວດກາຄຸນນະພາບນ້ຳໜ້າດິນຕາມສາຍນ້ຳຫຼັກ, ສາຍນ້ຳສາຂາແລະ ໂຄງການພັດທະນາຕ່າງໆໃນຂອບເຂດທົ່ວແຂວງ 71 ຈຸດ ຄຽງຄູ່ກັນນີ້ຍັງມີບາງຂໍ້ຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ: ເຄື່ອງມື ແລະ ພາຫະນະຮັບໃຊ້ພາກສະໜາມເກົ່າແກ່, ບໍ່ທັນພຽງພໍ ເຮັດໃຫ້ການຈັດຕັ້ງປະຕິບັດວຽກງານຊັກຊ້າ ແລະ ພົບຄວາມຫຍຸ້ງຍາກ, ສະພາບພູມສັນ

ຖານຂອງແຂວງຫົວພັນສ່ວນຫຼາຍເປັນເຂດພູດອຍ, ພູສູງຊັນ, ເສັ້ນທາງໄປມາບໍ່ສະດວກເຮັດໃຫ້ພະ ນັກງານທີ່ລົງເຮັດວຽກພາກສະໜາມພົບຄວາມຫຍຸ້ງຍາກໃຊ້ເວລາຍາວແລະການໃຊ້ຈ່າຍສູງການຈັດຕັ້ງປະຕິບັດກົດໝາຍ ແລະ ນິຕິກຳກ່ຽວກັບຊັບພະຍາກອນນ້ຳບໍ່ທັນເຮັດໄດ້ດີເປັນຕົ້ນ: ການຄຸ້ມຄອງການນຳໃຊ້ນ້ຳຂອງບັນດາໂຄງການລົງທຶນຕ່າງໆບໍ່ທັນມີແຜນນຳໃຊ້ນ້ຳທີ່ຖືກຕ້ອງ; ສຳລັບທິດທາງແຜນການປະຈຳປີ 2024 ຈະສືບຕໍ່ວັດແທກຂື້ນທະບຽນຕອນດິນ ແລະ ບັນທຶກສຳມະໂນຕາດິນເຂົ້າໃນລະບົບທັນສະໄໝ ພ້ອມທັງອອກໃບຕາດິນໃນທົ່ວແຂວງໃຫ້ໄດ້ 19 ພັນ 536 ຕອນ ແກ້ໄຂກ່ຽວກັບທີ່ດິນຕົກຄ້າງໃຫ້ໄດ້ 100 ຕອນ, ອອກໃບຕາດິນລັດໃຫ້ໄດ້ 60 ຕອນ ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ພ້ອມກັນປະກອບຄຳຄິດຄຳເຫັນແລກປ່ຽນບົດຮຽນນຳກັນຍົກໃຫ້ເຫັນຂໍ້ຄົງຄ້າງທີ່ເປັນສີ່ງທ້າທາຍຕໍ່ຂະແໜງການຊັບພະ ຍາກອນທຳມະຊາດ ແລະ ສີ່ງແວດລ້ອມ ພ້ອມກັນເປັນເອກະພາບໃນການແກ້ໄຂ ແນໃສ່ເຮັດໃຫ້ວຽກ ງານຊັບພະຍາກອນທຳມະຊາດ ແລະສີ່ງແວດລ້ອມຢູ່ແຂວງຫົວພັນນັບມື້ມີບາດກ້າວຂະຫຍາຍຕົວດີຂື້ນ.


600