ຕອນເຊົ້າວັນທີ 16 ທັນວາ 2022 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສຳເລັດການເຊື່ອມຊືມບັນດາເອກະສານສຳຄັນຕ່າງໆ ຂອງຂັ້ນເທິງເປັນຕົ້ນ: ມະຕິກອງປະຊຸມຄົບຄະນະຄັ້ງທີ່ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄຫມທີ XI ປະຊາຊົນ ປະຕິບັດລາວ ຄັ້ງວັນທີ 13 ຕຸລາ 2022,ຄຳແນະນຳການຈັດຕັ້ງເຊື່ອມຊືມມະຕິ 5 ສະໄຫມທີ XI ຂອງຄະນະບໍລິຫານງານສູນກາງພັກ ປະຊາຊົນ ປະຕິບັດລາວ ສະບັບເລກທີ946/ຄອຂ,ລົງວັນທີ່29 ພະຈິກ 2022 ,ເອກະສານກ່ຽວກັບວຽກງານສະພາບແນວຄິດຫາງສຽງຕ່າງໆຂອງສັງຄົມ ຂອງຄະນະໂຄສະນາອົບຮົມ ຢູ່ພາຍໃນແຂວງຂອງພວກເຮົາພ້ອມກັນນັ້ນຍັງໄດ້ເຂົ້າຮ່ວ ແລະ ຮັບຟັງການເລົ່າມູນເຊື້ອ ການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 47 ປີຂອງຊາດລາວເຮົາ ພ້ອມທັງວັນຄ້າຍວັນເກີດຂອງປະທານໄກສອນພົມວິຫານທີ່ແສນເຄົາລົບຮັກ ຄົບຮອບ 102 ປີ ຢູ່ທີ່ຫ້ອງປະຊຸມໃຫ່ຍຂອງພະແນກເປັນເວລາຫນື່ງຕອນ;

 

ພາຍໃຕ້ການເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ, ມີບັນດາທ່ານຄະນະພັກ,ຄະນະພະແນກ,ຫົວໜ້າ,ຮອງຫົວໜ້າຂະແໜງ ຕະຫຼອດຮອດພະນັກງານ - ລັດຖະກອນ  ພາຍໃນພະແນກເຂົ້າຮ່ວມທັງຫມົດ 31 ຄົນ ,ຍິງ 14ຄົນ ພາຍຫຼັງໄດ້ຮັບການເຊື່ອມຊືມແລ້ວ ບັນດາທ່ານຜູ້ເຂົ້າຮ່ວມ ກໍ່ໄດ້ປະກອບຄຳຄິດ-ຄຳເຫັນຕໍ່ບັນດາເອກະສານດັ່ງກ່າວໃຫ້ມີຄວາມເຂົ້າໃຈຢ່າງເລິກເຊິ່ງຕື່ມ ຫລາຍວຽກງານເປັນຕົ້ນວຽກງານສິ່ງແວດລ້ອມ ແລະ ວຽກງານທີ່ດິນອີກ.

 ຕອນທ້າຍ ທ່ານ ສໍສະຫວັນ ບານຄຳມີ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມຫຼາຍບັນຫາ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນຕ້ອງກຳແໜ້ນ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງລັດ ວາງອອກຢ່າງເຂັ້ມງວດພ້ອມກັນຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຈະແຈ້ງລະອຽດ  ແນ່ໃສ່ປັບປຸງ ແບບແຜນວິທີເຮັດວຽກ, ເປັນເຈົ້າການຊຸກຍູ້ແຜນຍຸດທະສາດ ຂອງພະແນກ ມາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.