ວັນທີ 12 ມັງກອນ 2022 ຜ່ານມານີ້, ພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງ ໄດ້ສຳເລັດ ກອງປະຊຸມສະຫຼຸບ ການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນກຽດເຂົ້າຮ່ວມຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງໆຫົວພັນ, ແລະ ເປັນປະທານຂອງທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງມີຫົວໜ້າ - ຮອງຫົວໜ້າພະແນກການ, ແຂກຖືກເຊີນຈາກພາກສ່ວນທີ່ກ່ຽວຂ້ອງຂອງແຂວງ, ເຈົ້າເມືອງ - ຮອງເຈົ້າເມືອງ ພ້ອມດ້ວຍພະນັກງານ - ລັດຖະກອນພາຍໃນພະແນກເຂົ້່ຮ່ວມນໍາ.
ກອງປະຊຸມໄດ້ຮັບຟັງການສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2022 1 ປີຜ່ານມາ ຄະນະພັກ - ຄະນະນໍາພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມໄດ້ເອົາໃຈໃສ່ໃນການເຜີຍແຜ່ບັນດາມະຕິ, ຄໍາສັ່ງ, ກົດໝາຍ ທີ່ຂັ້ນເທິງວາງອອກໃນແຕ່ລະໄລຍະ ເລິກເຊີ່ງ, ທົ່ວເຖິງ. ເຮັດໃຫ້ສະມາຊິກພັກ ພະນັກງານ - ລັດຖະກອນ ມີແນວຄິດອຸ່ນອຽນທຸ່ນທ່ຽງເຊື່ອໝັ້ນຕໍ່ແນວທາງຂອງພັກ ຈັດຕັ້ງປະຕິບັດຕາມລະບຽບກົດໝາຍ ແລະ ແຜນນະໂຍບາຍຂອງລັດ, ເອົາໃຈໃສ່ໃນການນໍາພາ - ຊີ້ນໍາ ພະນັກງານໃນຂົງເຂດທີ່ຕົນຮັບຜິດຊອບຈັດຕັ້ງເຄື່ອນໄຫວວຽກງານວິຊາສະເພາະໃນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ- ສັງຄົມຂອງແຂວງ ແລະ ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ເປັນຕົ້ນ: ໄດ້ສຳເລັດການສຳຫຼວດ-ວັດແທກຂື້ນທະບຽນອອກໃບຕາດິນໃນທົ່ວແຂວງໄດ້ທັງໝົດ ເກືອບ 8 ພັນຕອນ, ມອບໃບຕາດິນໄດ້ 3 ພັນ 688 ຕອນ, ຕິດຕາມ, ຊຸກຍູ້ບັນດາໂຄງການລົງທືນໃນການມອບງົບປະມານ ໄດ້ 20 ໂຄງການ, ຕິດຕາມ, ຊຸກຍູ້ບັນດາໂຄງການລົງທຶນໃຫ້ຈັດຕັ້ງປະຕິບັດຕາມແຜນຄຸ້ມຄອງສີ່ງແວດລ້ອມຂອງແຂວງ ໄດ້ 33 ໂຄງການ. ຄຽງຄູ່ກັນນີ້ກໍ່ຍັງມີບາງຂໍ້ຄົງຄ້າງທີ່ຈະໄດ້ສືບຕໍ່ປັບປຸງແກ້ໄຂໃນຕໍ່ໜ້າເປັນຕົ້ນ: ການເຜີຍແຜ່ແນວທາງ, ແຜນນະໂຍບາຍ, ລະບຽບກົດໝາຍຕ່າງໆຂອງຂັ້ນເທິງຍັງເຮັດໄດ້ໜ້ອຍ, ຄວາມເປັນເຈົ້າການ, ຄວາມຫ້າວຫັນບຸກບືນຕໍ່ໜ້າທີ່ວຽກງານ ແລະ ການສະແຫວງຫາຄວາມຮູ້ດ້ວຍຕົນເອງ ຂອງສະມາຊິກພັກ, ພະນັກງານ - ລັດຖະກອນຍັງບໍ່ທັນເຮັດໄດ້ດີເທົ່າທີຄວນ ແລະ ອື່ນໆ ສຳລັບທິດທາງແຜນການປະຈຳປີ 2023 ຈະສືບຕໍ່ ສຳຫຼວດ-ວັດແທກຂື້ນທະບຽນອອກໃບຕາດິນທົ່ວແຂວງໃຫ້ໄດ້ 6 ພັນຕອນ, ມອບໃບຕາດິນໃຫ້ໄດ້ 5 ພັນຕອນປັບປຸງແບບແຜນວິທີເຮັດວຽກຂອງພະນັກງານ - ລັດຖະກອນໃຫ້ຫັນເປັນຊໍານານງານດີຂື້ນກວ່າເກົ່າ.
ພ້ອມນີ້ຜູ້ເຂົ້າຮ່ວມຍັງໄດ້ປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນນໍາກັນເປັນຕົ້ນແມ່ນ: ການຊື້ - ຂາຍດິນປຸກສ້າງໃຫ້ຊາວຕ່າງປະເທດບໍ່ທັນສອດຄ່ອງ, ເໝາະສົມ, ການຈັບຈ່ອງດິນປ່າໄມ້ເພື່ອຊື້ - ຂາຍໂດຍບໍ່ທັນມອບອາກອນເຂົ້າງົບປະມານຂອງລັດ, ການອອກໃບຕາດິນຢູ່ບັນດາເມືອງພົບຄວາມຫຍຸ້ງຍາກເນື່ອງຈາກປະຊາຊົນຈຳນວນໜື່ງຄວາມເຂົ້າໃຈຕໍ່ຄວາມສຳຄັນຂອງໃບຕາດິນບໍ່ທັນສູງ ແລະ ອື່ນໆ ໂອກາດນີ້ກອງປະຊຸມຍັງໄດ້ເປັນເອກະພາບໃຫ້ພາກສ່ວນທີ່ກ່ຽວຂ້ອງນຳໄປຄົ້ນຄວ້າ, ປັບປຸງແກ້ໄຂໃນຕໍ່ໄປ ແນໃສ່ເຮັດໃຫ້ວຽກງານຊັບພະຍາກອນ ແລະ ສີ່ງແວດລ້ອມນັບມື້ມີການພັດທະນາດີຂື້ນ ແລະ ແທດເໝາະກັບລະບຽບ, ກົດໝາຍຢ່າງເຂັ້ມງວດ.