ວັນທີ 17ກຸມພາ 2020 ໄດ້ເຮັດວຽກຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຊ່ອນ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ, ທ່ານ ວາສະນູນ ສໍອິນໄຊ ຮອງເຈົ້າເມືອງ ເມືອງຊ່ອນ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຊ່ອນເຂົ້າຮ່ວມ 30ກ່ວາຄົນ. 

 

ກອງປະຊຸມ ທ່ານ ພີມເພັດ ດາຄຳ ກຳມະການພັກເມືອງ ຫົວໜ້າຫ້ອງການ ຊສ ເມືອງ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການໃນໄລຍະຜ່ານມາ ຈາກນັ້ນກອງປະຊຸມ ໄດ້ ປະກອບຄຳເຫັນ ແລກປ່ຽນບົດຮຽນນຳກັນ, ພ້ອມທັງໄດ້ຮັບຟັງການໂອ້ລົມຈາກທ່ານ ຮອງລັດຖະມົນຕີ ກະຊວງ ຊສ ດ້ວຍຄວາມເປັນຫ່ວງເປັນໄຍ ໂອກາດດັ່ງກ່າວທ່ານ ຍັງໄດ້ມອບ ຄັອມພີວເຕີ ຈຳນວນ1ຊຸດ, ປຼິນເຕີ 2 ເຄຶ່ອງ ໃຫ້ຫ້ອງການ ຊສ ເມືອງ ເພື່ອນຳໃຊ່ເຂົ້າໃນວຽກງານຊສ.