ເວລາ 14ໂມງ:00 ວັນທີ 17ກຸມພາ 2020 ໄດ້ເຮັດວຽກຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຮ້ຽມ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ, ທ່ານ ແພງສີ ຊ່ອນສຸພັດ ຮອງເຈົ້າເມືອງ ເມືອງຮ້ຽມ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຮ້ຽມ ເຂົ້າຮ່ວມ 30 ກ່ວາຄົນ.

ກອງປະຊຸມ ທ່ານ ສອນ ພົມມະຈັນ ຮອງຫົວໜ້າຫ້ອງການ ຊສ ເມືອງຮ້ຽມ ໄດ້ລາຍງານ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຫ້ອງການໃນໄລຍະຜ່ານມາ ຈາກນັ້ນກອງປະຊຸມໄດ້ ປະກອບຄຳເຫັນ ແລກປ່ຽນບົດຮຽນນຳກັນ, ຈາກນັ້ນ ໄດ້ຮັບຟັງການໂອ້ລົມຈາກທ່ານ ຮອງລັດຖະມົນຕີ ກະຊວງ ຊສ ດ້ວຍຄວາມເປັນຫ່ວງເປັນໄຍ ໂອກາດດັ່ງກ່າວທ່ານ ຍັງໄດ້ມອບ ຄັອມພີວເຕີ ຈຳນວນ1ຊຸດ, ປຼິນເຕີ 2 ເຄຶ່ອງ ໃຫ້ຫ້ອງການ ຊສ ເມືອງ ເພື່ອນຳໃຊ່ເຂົ້າໃນວຽກງານຊສ.