ເວລາ 14:30 ທີ່ຫ້ອງປະຊຸມ ພະແນກ ຊສ ແຂວງຫົວພັນ;ໂດຍ ການເປັນປະທ່ານ ຮ່ວມ ຂອງທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສໍາຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ ທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊສ ແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ພະນັກງານລັດຖະກອນ ພາຍໃນພະແນກ ແລະ ຫ້ອງການ ຊສ ເມືອງ ຊໍາເໜືອ ເຂົ້າຮ່ວມ 40 ກ່ວາຄົນ.

ກອງປະຊຸມ ທ່ານ ນາງ ພວງແສງໄຊຍະສິດ ຮອງຫົວໜ້າພະແນກ ຊສ ແຂວງ ໄດ້ລາຍງານ ສະພາບການຈັດຕັ້ງເຄື່ອນໄຫວວຽກງານ ໃນໄລຍະຜ່ານມາ ຕໍ່ທີ່ປະຊຸມ ຈາກນັ້ນ ບັນດາຂະແໜງການ ແລະ ບັນດາກົມໄດ້ ປະກອບຄຳເຫັນແລກປ່ຽນ ບົດຮຽນ ພ້ອມທັງສະເໜີຂໍໃຫ້ສູນກາງຊ່ວຍເຫຼືອ ທາງດ້ານ ງົບປະມານ, ອຸປະກອນຮັບໃຊ້ ວຽກງານ ຕອນທ້າຍ ທ່ານ ນາງບຸນຄໍາ ວໍລະຈິດ ຮອງລັດຖະມົນຕີ ກະຊວງ ຊສ ໄດ້ໂອ້ລົມ ຊີ້ນຳການຈັດຕັ້ງປະຕິບັດວຽກງານ ຊສ ເພື່ອເຮັດໃຫ້ວຽກງານມີຄວາມກ້າວໜ້າ ເຂັ້ມແຂວງຂື້ນເລື່ອຍໆ ດ້ວຍຄວາມເປັນຫ່ວງເປັນໄຍຂອງທ່ານ. ໂອກາດດັ່ງກ່າວ ທ່ານ ຍັງໄດ້ມອບ ຄັອມພີວເຕີ 1 ຊຸດ ແລະ ປຼິນເຕີ2​ເຄື່ອງ ມອບໃຫ້ພະແນກ ເພື່ອນຳໃຊ້ເຂົ້າໃນວຽກງານ.