Print

ຕອນບ່າຍ ວັນທີ 24 ມີນາ 2020 ນີ້ ກົມຈັດຕັ້ງ ແລະ ພະນັກງານ ສຳເລັດການເຄື່ອນໄຫວ ຕິດຕາມສະພາບການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ຢູ່ທີ່ພະແນກ ຊສ ແຂວງ ຫົວພັນ ໂດຍການເປັນປະທານ ຂອງທ່ານ ຈັນສຸກ ມຸກດາວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາຫົວໜ້າຫ້ອງການຊສ ເມືອງ 5 ເມືອງ ພ້ອມດ້ວຍຫົວໜ້າຂະແໜງ 8 ຂະແໜງການ ເຂົ້າຮ່ວມ 19 ຄົນ.

ກອງປະຊຸມ ໄດ້ຮັບຟັງການລາຍງານສະພາບການຈັດຕັ້ງປະຕິບັດວຽກງານກົງຈັກ- ພະນັກງານ ຂັ້ນແຂວງ ແລະ ຂັ້ນເມືອງ ຕາມພາລະບົດບາດ ເຊິ່ງໄດ້ຕີລາຄາຂໍ້ສະດວກ ແລະ ຂໍ້ຍຸ່ງຍາກ ໃນໄລຍະຜ່ານມາ; ຈາກນັ້ນຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄໍາເຫັນ ໃສ່ຮາງທ່າມທາມໂຄງຮ່າງການຈັດຕັ້ງໃໝ່ ທີ່ຈະປັບປຸງໃນຕໍ່ໜ້າ, ກອງປະຊຸມໄດ້ເອກະພາບ ເຫັນດີຮັບຮອງເອົາພາລະບົດບາດເກົ່າເຊິ່ງມີ 8 ຂະແໜງການຂື້ນກັບພະແນກ, ຂັ້ນເມືອງ ໃຫ້ມີ 3 ໜ່ວຍງານຄືເກົ່າ ເພື່ອໃຫ້ຂັ້ນເທິງນຳເອົາໄປພິຈາລະນາ.