ໃນລະຫວ່າງວັນທີ 25- 29 ພຶດສະພາ 2020 ທີມງານທີ່ກ່ຽວຂ້ອງຂັ້ນແຂວງ ປະກອບມີພະແນກ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ສາທາລະນະສຸກ ແຂວງຫົວພັນ ສົມທົບກັບ ຫ້ອງການ ຊສ ເມືອງຫົວເມືອງ ໄດ້ລົງໂຄສະນາສ້າງຈິດສໍານຶກ ກ່ຽວກັບ ຜົນຮ້າຍຂອງການ ນໍາໃຊ້ສານເຄມີ ເຂົ້າໃນການຜະລິດກະສິກຳ, ພ້ອມທັງເກັບກຳຂໍ້ມູນ ເບື້ອງຕົ້ນ ກ່ຽວກັບປະຫວັດການນໍາໃຊ້ສານເຄມີ, ບັນຫາຜົນກະທົບຕໍ່ກັບປະຊາຊົນ ແລະ ສິ່ງແວດລ້ອມໃນໄລຍະຜ່ານມາ ຢູ່ 7 ບ້ານ ຄື: ບ້ານນໍ້າຕີບ, ບ້ານໂຮມພັນ, ບ້ານໂຮມທອງ, ບ້ານສົບລາບ, ບ້ານໝໍ້, ບ້ານພຽງດີ ແລະ ບ້ານສົ້ນຂົວ ຊຶ່ງລວມມີຜູ້ເຂົ້າຮ່ວມທັງໝົດ 308 ຄົນ, ຍິງ 138ຄົນ.

ຈຸດປະສົງ ກາ​ນລົງ​ຈັດ​ຕັ້ງ​ປະຕິບັດ​ວຽກງານ​ໃນ​ຄັ້ງ​ນີ້ ​ແມ່ນ​ເພື່ອ​ເຮັດ​ໃຫ້​ປະຊາຊົນ​ບ້ານ​ເປົ້າ​ໝາຍ ​ໄດ້​ຮັບ​ຮູ້ຂໍ້ມູນ ກ່ຽວ​ກັບ​ ຜົນ​ຮ້າຍຂອງ​ການ​ນໍາ​ໃຊ້​ຢາ​ປາບ​ສັດຕູ​ພືດ​ ບໍ່​ໃຫ້​ປະຊາຊົນ​ມີ​ການ​ນໍາ​ໃຊ້ ຫຼື ຖ້າ​ນໍາ​​ໃຊ້ກໍ່​ໃຫ້​ຖືກ​ວິທີຕາມ​ຫຼັກ​ວິຊາ​ການ ​ແລະ ​ໃຊ້​ຢາ​ປາບ​ສັດຕູ​ພືດຊະນະ​ນິດ​ທີ່​ພາກ​ລັດ​ອະນຸຍາດ​ເທົ່າ​ນັ້ນ, ທັງ​ນີ້​ກໍ່​ເພື່ອ​ເຮັດ​ໃຫ້​ປະຊາຊົນ ມີ​ສຸຂະພາບ​​ແຂງ​ແຮງ ​ແລະ ຍັງ​ເປັນ​ການ​ປົກ​ປັກ​ຮັກສາ​ສິ່ງ​ແວດ​ລ້ອມ ບໍ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ສານ​ເຄມີ​ດັ່ງກ່າວ.

ການໂຄສະນາສ້າງຈິດສໍານຶກໃນຄັ້ງນີ້ ໄດ້ມີການບັນຍາຍເຜີຍແຜ່ຂໍ້ມູນເບື້ອງຕົ້ນ ກ່ຽວກັບຢາປາບສັດຕູພືດ (ຢາຂ້າຫຍ້າ), ຊະນິດຂອງຢາປາບສັດຕູພືດ, ຊະນິດທີ່ຫ້າມນໍາໃຊ້ຢູ່ໃນ ສ ປ ປ ລາວ, ບັນຫາຜົນກະທົບຕໍ່ຄົນ, ສັດ ແລະ ສິ່ງແວດລ້ອມ, ແນະນໍາວິທີການນໍາໃຊ້ ( ການປ້ອງກັນຕົວເອງ ), ຂໍ້ຄວນລະວັງ ແລະ ການເກັບມ້ຽນຮັກສາທີ່ຖືກຕ້ອງ, ພ້ອມກັນນັ້ນ ຍັງໄດ້ສາຍວີລີໂອກ່ຽວກັບ ປະສົບການການນໍາໃຊ້ຢາປາບສັດຕູພືດ ຢູ່ບັນ ດາ​ແຂວງຂອງ​ລາວ ໃຫ້ປະຊາຊົນໄດ້ຮັບຮູ້ຕື່ມອີກ.

 

ສ່ວນການເກັບກຳຂໍ້ມູນເບື້ອງຕົນ ທາງທີມງານໄດ້ມີການສຳພາດປະຊາຊົນ, ເກັບກໍາຂໍ້​ມູນ ຕາມແບບ ຟອມທີ່​ໄດ້​ກະກຽມ​ໄວ້, ມີການເກັບກຳ​ຕົວຢ່າງຄຸນນະພາບນໍ້າຫ້ວຍນໍ້າ ທີ່ຢູ່​ໃກ້​ຄຽງ​ກັບ​ພື້ນທີ່​ທຳ​ການ​ຜະລິດ​ຂອງ​ປະ​ຊົນ​ຊົນ ​ເພື່ອ​ນໍາ​ມາ​ວິ​ໄຈ, ປະ​ເມີນ ​ແລະ ວາງ​ແຜນ​​ຄຸ້ມ​ຄອງ​ໃນ​ຕໍ່ໜ້າ.