Print

ການບຸກທະລຸເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ມາດຖານເງື່ອນໄຂຂອງຄະນະຊາວໜຸ່ມ ດ້ວຍການນໍາພາເຄື່ອນໄຫວປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ມີຜົນສຳເລັດຂອງຄະນະຮາກຖານຊາວໜຸ່ມ ໂດຍສະເພາະແມ່ນການເອົາໃຈໃສ່ເຮັດວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາ

ຊິກພາຍໃນ, ການເຊື່ອມຊຶມເອກະສານສຳຄັນຕ່າງໆ, ມູນເຊື້ອຂອງຊາວໜຸ່ມແຕ່ລະໄລຍະ ເຮັດໃຫ້ບັນດາສະຫາຍສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈເສຍສະຫຼະປະກອບສ່ວນເຂົ້າໃນຂະບວນການຕ່າງໆ, ມີແບບແຜນວິທີເຮັດວຽກ, ເປັນເຈົ້າການບຸກບືນພັດທະນາຕົນເອງ, ການຈັດຕັ້ງ ແລະ ການກະຕຸກຊຸກຍູຂະບວນການສ້າງເສດຖະກິດຄອບຄົວເພີ່ມນອກໂມງການ. ເຊິ່ງໄດ້ມີຜົນສຳເລັດ ແລະ ຜົນງານຫຼາຍດ້ານສະແດງອອກໄລຍະຜ່ານມາເປັນຕົ້ນ ຍາດໄດ້ຮາກຖານເຂັ້ມແຂງ 4 ບຸກ 7 ຄັ້ງ, ໜ່ວຍເຂັ້ມແຂງ 4 ບຸກໄດ້ 5 ຄັ້ງ, ໄດ້ຮັບໃບຍ້ອງຂັ້ນສູນກາງຊາວໜຸ່ມ ປປ ລາວ, ຍ້ອງຍໍຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຂັ້ນພະແນກຫຼາຍສະຫາຍ.

ຕອນເຊົ້້າວັນທີ 11 ກຸມພາ 2021 ນີ້, ໄດ້ມີພິທີ ປະກາດມອບ-ຮັບທຸງໄຊນຳໜ້າໃນຂະບວນການ 4 ບຸກ ຂຶ້ນທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ພູນມີໄຊ ເພັງຄໍາຮັກ ຄະນະກວດກາຊາວໜຸ່ມແຂວງ ເລຂາ ຄະນະຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂດຍການເຂົ້້າຮ່ວມຂອງສະຫາຍ ລອນຄຳ ສຸຂະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພອນສິນ ພົມປານດາ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິງແວດລ້ອມ, ມີຮາກຖານ ໜ່ວຍແຮກສ່ຽວ, ໜ່ວຍອົງການພາຄີ ພ້ອມດ້ວຍສະມາຊິກພາຍໃນເຂົ້້າຮ່ວມ.
🦅🦅 ໃນພິທີຜູ້ຕາງໜ້າ ຄະນະຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີິ 792 , ລົງວັນທີ 28 ທັນວາ 2020 ວ່າດ້ວຍການມອບທຸງໄຊນຳໜ້າ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫົວພັນ ໃຫ້ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ມີຜົນງານ ໃນການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍຜ່ານມາ, ເປັນກຽດຂຶ້ນມອບໂດຍ ແມ່ນສະຫາຍ ລອນ ຄຳ ສຸຂະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຮັບໂດຍເລຂາ ຄະນະຮາກຖານຊາວໜຸ່ມພະແນກ ຊສ ແຂວງຫົວພັນ.