ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສຳເລັດ ຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຂຽນຂ່າວ,ເກັບກຳຂໍ້ມູນຂ່າວ,ຖ່າຍພາບ ແລະ ຕັດຕໍ່ພາບໃຫ້ພະນັກງານໃນຂົງເຂດຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ຂັ້ນເມືອງ ໄດ້ປິດລົງໃນຕອນເຊົ້າວັນທີ 28 ມັງກອນ 2022 ນີ້ ພາຍ ຫຼັງທີ່ໄດ້ດຳເນີນເປັນເວລາ 2 ວັນເຄິ່ງ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມແຂວງ ໂດຍມີທ່ານ ນ. ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄູຝຶກຈາກກອງວິຊາການວິທະຍຸ-ໂທລະພາບ ພະແນກຖະແຫຼງຂ່າວ, ວັດທະນະ ທຳ ແລະ ທ້ອງທ່ຽວແຂວງ ແລະ ນັກສຳມະນາກອນ ເຂົ້າຮວ່ມ.

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມສຳເລັດ ຊຸດຝຶກອົບຮົມໄລຍະສັ້ນ ກ່ຽວກັບການຂຽນຂ່າວ,ເກັບກຳຂໍ້ມູນຂ່າວ,ຖ່າຍພາບ ແລະ ຕັດຕໍ່ພາບ ໃຫ້ພະນັກງານໃນຂົງເຂດຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມຂັ້ນແຂວງ, ຂັ້ນເມືອງ ໄດ້ປິດລົງໃນຕອນເຊົ້າວັນທີ 28 ມັງກອນ 2022 ນີ້ ພາຍຫຼັງທີ່ໄດ້ດຳເນີນເປັນເວລາ 2 ວັນເຄິ່ງ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ໂດຍມີທ່ານ ນ. ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ມີຄູຝຶກຈາກກອງວິຊາການວິທະຍຸ-ໂທລະພາບ ພະແນກຖະແຫຼງຂ່າວ, ວັດທະນະທຳ ແລະ ທ້ອງທ່ຽວແຂວງ ແລະ ນັກສຳມະນາກອນ ເຂົ້າຮວ່ມ.

ວັນທີ 25 ມັງກອນນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງສຳເລັດກອງປະຊຸມ ບົດສະຫຼຸບການຈັດຕັ້ງປະຕິບັດວຽກພົ້ນເດັ່ນປະຈຳປີ 2021 ແລະ ທິດທາງແຜນການປີ 2022 ຂອງພະແນກ ຢູ່ທີ່ຫ້ອງປະຊຸມພະແນກແຜນການ ແລະ ການລົງທືນແຂວງ ໂດຍການເຂົ້າຮ່ວມຂອງທ່ານ ພອນສຸກ ອິນທະວົງ ຮອງເຈົ້າແຂວງ ແຂວງຫົວພັນ ຜູ້ຊີ້ນຳວຽກງານເສດຖະກິດຂັ້ນແຂວງ,ທ່ານ ສໍສະຫວັດ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຫົວຫນ້າ-ຮອງຫົວໜ້າພະແນກການ ອອ້ມຂ້າງແຂວງ,ເຈົ້າເມືອງ-ຮອງເຈົ້າເມືອງ 10 ເມືອງ,ຫົວໜ້າ-ຮອງຫົວຫນ້າຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 10 ເມືອງ ພ້ອມດ້ວຍພະນັກງານ - ວິຊາການເຂົ້າຮ່ວມ.

ໃນລະຫວ່າງວັນທີ 17-18 ມັງກອນ, 2022 ຜ່ານມານີ້ ທີມງານ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ນໍາພາໂດຍ ທ່ານ ສໍສະຫວັນ ບານຄໍາມີ ເລຂາຄະນະພັກຮາກຖານ, ຫົວໜ້າພະແນກ ຊສ ແຂວງ ໄດ້ລົງເຄື່ອນໄຫວຊຸກຍູ້ວຽກງານຂົງເຂດຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ຢູ່ 2 ເມືອງຄື: ເມືອງຊຽງຄໍ້ ແລະ ເມືອງແອດ.

ຕອນເຊົ້າວັນທີ 06 ມັງກອນ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມແຂວງ ໄດ້ຈັດພິທີມອບ-ຮັບເຄື່ອງອຸປະກອນຮັບໃຊ້ວຽກງານວິຊາສະເພາະ(ເຄື່ອງຄອມພີວເຕີ ແລະ ໂດນ Drone)  ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສາມພະແນກຂອງຕົນ,ເປັນກຽດເຂົ້າຮ່ວມຂອງທ່ານ ແກ້ວປະສິດ ນືກມະນີວົງ ຄະນະຮາກຖານພັກ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ,ທ່ານ ອິດທິພົມ ຈັນທະມາລີນ ຮອງຫົວຫນ້າກົມທີ່ດິນ ກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ,ທ່ານ ກອງແກ້ວ ພະຈອມພົນ ຮອງຫົວໜ້າກົມຄຸ້ມຄອງພັດທະນາທີ່ດິນກະຊວງກະສິກຳ ແລະ ປ່າໄມ້ ,ທີມງານງານທັງສອງກະຊວງ,ທີ່ປືກສາ GIZ ແລະ ບັນດາທ່ານຫົວຫນ້າ,ຮອງຫົວຫນ້າຂະແຫນງຈາກສອງພະແນກການ, ພ້ອມດ້ວຍພະນັກງານ - ວິຊາການພາກປະຈຳສະຫນາມເຂົ້າຮ່ວມເປັນສັກຂີພິຍານນໍາດ້ວຍ