ຕອນເຊົ້າ ວັນທີ່ 26 ສິງຫາ 2021 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສົມທົບກັບການນຳເມືອງໆຊຳເຫນືອ ແລະ ບໍລິສັດໂອເລັນທຽວຈໍາກັດ Oriental Co; Ltd, ຈັດກອງປະຊຸມປືກສາຫາລື ຜ່ານແຜນຄຸ້ມຄອງສິ່ງແວດລ້ອມເບື້ອງຕົ້ນ ກ່ຽວກັບຜົນກະທົບຕໍ່ສິ່ງແວດ ລ້ອມ IEE ຂອງໂຄງການກໍ່ສ້າງຣີສອດລາວ ຢູ່ເຂດພູຫົວນາໝີ່ ເມືອງຊຳເຫນືອແຂວງຫົວພັນ,ຢູ່ທີ່ຫ້ອງປະຊຸມຊັ້ນສາມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ພາຍໃຕ້ການເປັນປະທານຂອງທ່ານ ແກ້ວປະສິດ ນືກມະນີວົງ ຮອງຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ເຂົ້າຮ່ວມເປັນກຽດຂອງທ່ານ ນາງ ຄຳພອນ ສົມບູນ ຄະນະປະຈຳພັກເມືອງ ຮອງເຈົ້າເມືອໆຊຳເເຫນືອ,ມີຜູ່ຕ່າງຫນ້າຈາກບໍລິສັດໂອເລັນທຽວ ຈໍາກັດ ແລະ ບໍລິສັດ ວິສະວະ ກອນກໍ່ສ້າງ ແລະ ວິສະວະກໍາ ຈໍາກັດຜູ້ດຽວ(ບໍລິສັດ ທີ່ປຶກສາດ້ານສິ່ງແວດລ້ອມ),ມີພາກສ່ວນທີ່ກ່ຽວ ຂ້ອງຈາກພະແນກການຂັ້ນແຂວງ,ອອ້ມຂ້າງເມືອງຊຳເຫນືອ,ອຳນາດການປົກຄອງບ້ານເປົ້າຫມາຍ,ຕະ ຫຼອດຮອດພະນັກງານວິຊາການເຂົ້າຮ່ວມນຳ.

         ໃນລະຫວ່າງວັນທີ 10-13​ ສິງຫາ​ 2021 ຜ່ານມານີ້,ທີມງານພະແນກ ຊ ສ ແຂວງຫົວພັນ ນຳໂດຍ: ທ່ານ​ ສໍສະຫວັນ​ ບານຄໍາມີ ເລຂາຄະນະພັກຮາກຖານ,​ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ຜູ້ໃໝ່ ໄດ້ລົງແນະນໍາຕົວ ແລະ​ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ​ຢູ່ບັນດາ ເມືອງເປັນຕົ້ນແມ່ນຫ້ອງການ ຊສ​ ເມືອງວຽງໄຊ,​ເມືອງຊໍາໃຕ້ ແລະ​ ເມືອງກວັນ ຮ່ວມກັບບັນດາທ່ານຫົວໜ້າ  8​ ຂະແໜງການພາຍໃນພະແນກ ຂອງຕົນ.

ໃນຕອນເຊົ້າວັນທີ່ 06 ສິງຫາ 2021 ນີ້ ຫນ່ວຍພັກທີ່ດິນ ທີ່ຂື້ນກັບ ຮາກ ຖານພັກພະແນກ ຊ ສ ແຂວງຫົວພັນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ຄິດສະຫມອນ ອິນທະບົວລີ  ຢູ່ທີ່ຫ້ອງປະຊຸມ ພະແນກ ຂອງຕົນ. ໂດຍການເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມແຂວງຫົວພັນ, ມີສະຫາຍຄະນະພັກຮາກຖານ,ອົງການຈັດຕັ້ງພາຄີ,ສະຫາຍເລຂາຫນ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 15 ສະຫາຍ.