ຕອນເຊົ້າ ວັນທີ 13 ກໍລະກົດ 2021 ນີ້ ພະແນກ ຊັບພະຍາກອນ ທຳມະຊາດ ແລະສິ່ງແວດລ້ອມແຂວງຫົວພັນ ໄດ້ຈັດພິທີປ່ອຍປາ ແລະ ອະນຸລັກສັດນ້ຳ-ສັດປ່າ ແຫ່ງຊາດ, ປົກປັກຮັກສາສິ່ງແວດລ້ອມ ຂື້ນທີ່ຈຸດວັງສະຫງວນເຂດວັງເຮືອ ທາງຫຼັງຕືກພະແນກຂອງຕົນ ໄວ້ໃຫ້ນັບມື້ຫຼາຍຂື້້ນ ນຳໂດຍທ່ານ ຫົວຫນ້າ,ພ້ອມດ້ວນຄະນະພັກພະແນກ,ມີບັນດາທ່ານຫົວໜ້າ-ຮອງຫົວໜ້າຂະແໜງ ຕະຫລອດຮອດພະ ນັກງານ-ລັດຖະກອນ,ອຳນາດການປົກຄອງ ບ້ານ ຊຳເຫນືອ ເຂົ້າຮ່ວມຢ່າງພ້ອມພຽງ ປາທີ່ນໍາມາປ່ອຍໃນຄັ້ງນີ້ມີ ປານິນ,ປາໄນ ຈຳນວນ 15 ຖົງ (5 ກິໂລ).

ຕອນ ເຊົ້າຂອງວັນທີ່ 09 ກໍລະກົດ 2021 ຜ່ານມານີ້, ພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ ສົມທົບກັບການນຳເມືອງໆຫົວເມືອງ ແລະ ບໍລິສັດ ບີຣິດສ໊ ມາຍນິງ ຈຳກັດຜູ່ດຽວຈັດກອງປະຊຸມປືກສາຫາລື ຜ່ານແຜນຄຸ້ມຄອງສິ່ງແວດລ້ອມເບື້ອງຕົ້ນ,ຢູ່ທີ່ສະໂມ ສອນຫ້ອງການສຶກ ສາທິການ ແລະ ກິລາເມືອງຫົວເມືອງ ໂດຍການເປັນປະທານຂອງທ່ານ ສົມ ແອງ ສຸກດາວົງ ຮອງເຈົ້າເມືອງໆ ຫົວເມືອງ ຜູ່ຊີ້ນຳ ຂົງເຂດວຽກງານ ເສດ ຖະກິດຂັ້ນເມືອງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ສໍສະຫວັນ ບານຄຳມີ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີຜູ່ຕ່າງຫນ້າຈາກບໍລິສັດ ບີຣິດສ໊ ມາຍນິງ ຜູ້ພັດທະນາໂຄງການ ,ພາກສ່ວນທີ່ກ່ຽວຂ້ອງຈາກພະແນກການຂັ້ນແຂວງ,ເມືອງຫົວເມືອງ, ອຳ ນາດການປົກຄອງບ້ານເປົ້າຫມາຍ, ຕະຫຼອດຮອດພະນັກງານ-ວິຊາການເຂົ້າຮ່ວມທັງຫມົດ 40 ກ່ວາຄົນ.

ຕອນບ່າຍ ວັນທີ 8/7/2021 ນີ້ ພະແນກ ຊສແຂວງ ຫົວພັນ ສຳເລັດກອງປະຊຸມທາງ Vedio Conference ຮ່ວມກັບ ກະຊວງ ຊສ ຈັດກອງປະຊຸມສະຫລຸບ ປິດໂຄງການຄຸ້ມຄອງອ່າງຮັບນໍ້າຊໍາ ໄລຍະ III ຢູ່ທີ່ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກ ຊສ ແຂວງ ຫົວພັນ, ຜູ້ປະສານງານໂຄງການຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ; ກົມແຜນການ ແລະ ການເງິນ ກະຊວງ ຊສ ;ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ ເມືອງຊໍາເໜືອ ແລະ ອຳນາດການປົກຄອງ5ບ້ານຄື: ຮາມເໜືອ,ນາພຽງ, ນາຈອງ, ຊາງຄໍາ, ນາຄາ ເຂົ້າຮ່ວມຫລາຍ 20 ທ່ານ.

 

ວັນທີ 29 ມີຖຸນາ-ວັນທີ1ກໍລະກົດ 2021, ພະແນກ ຊສ ແຂວງຫົວພັນ ໄດ້ລົງສົມທົບກັບການນຳເມືອງ ເພື່ອແຈ້ງຈຸດປະສົງໃນການລົງມາເຮັດວຽກຈາກນັ້ນໄດ້ສົມທົບຫາ ຫ້ອງການ ຊສ ເມືອງຫົວເມືອງ; ເມືອງຮ້ຽມ; ເມືອງຊ່ອນເພື່ອຊຸກຍູ້ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 6ເດືອນຕົ້ນປີ ຢູ່ທີ່ຫ້ອງປະຊຸມຫ້ອງການ ຊສ ເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າພະແນກ ຊສ ແຂວງ, ມີຂະແໜງການ ບໍລິຫານ- ການເງິນ ຂະແໜງແຜນການ, ຂະແໜງກວດກາ ພ້ອມດ້ວຍ ພະນັກງານທົ່ວຫ້ອງການ ຊສ ເມືອງ ເຂົ້າຮ່ວມ ທັງໝົດ 40ກ່ວາ ຄົນ ໃນ3ເມືອງ.

ຕອນແລງ ຂອງວັນທີ່ 25 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ລະຫວ່າງຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ແລະ ປະກາດພະນັກງານອອກພັກການເຂົ້າຮັບເບ້ຍບໍານານ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະຖຽນ ວັນນະສຸກ, ອາດີດເລຂາຄະນະພັກຮາກຖານຫົວໜ້າພະແນກ ຊ ສ ແຂວງຫົວພັນ, ທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄົນໃຫ່ມ,ມີບັນດາທ່ານຫົວ ຫນ້າ,ຮອງຫ້ອງການ ຊສ ເມືອງ 6 ເມືອງ ແລະ ແຂກຖືກເຊີນມາຈາກຂະ ແໜງການກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະ ແນກ ເຂົ້າຮ່ວມຢ່າງ ພ້ອມພຽງ.