ວັນທີ 18 ພຶດສະພາ 2021​ ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ​ ສົມທົບກັບບໍລິສັດຮັບເໝົາກໍ່ສ້າງ, ລົງກວດກາ​ 80% ໂຄງການການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຮ້ຽມ; ນຳພາໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ​ ​ຊສ​ ແຂວງ,​ທ່ານ​ ອານຸເດດ ສີຄຳໄຊ​ ຫົວໜ້າຫ້ອງວ່າການແຂວ ງ ແລະ​ ທີມງານເຂົ້າຮ່ວມທັງໝົດ 19​ຄົນ.

ຕອນເຊົ້າ ວັນທີ 10 ພືດສະພາ 2021 ນີ້ ຢູ່ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ຈັດພິທີ ມອບ-ຮັບເຄື່ອງ ອຸປະກອນນຳໃຊ້ໃຫ້ຫ້ອງວ່າການປົກຄອງເມືອງສົບເບົາ ແຂວງຫົວພັນ ເຊິ່ງລວມມີຄອມພິວເຕີໂນດບຸກຈຳນວນ 2 ຊຸດ ເປັນທືນສົມທົບພະແນກລວມມູນຄ່າ 6 ລ້ານກວ່າກີບ. ຕາງໜ້າມອບໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ທ່ານ ໄຊຍະແສງ ຊົງຢົງຢາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສົບເບົາ ເປັນຜູ້ກ່າວຮັບ. ມີເຂົ້າຮ່ວມຈາກບັນດາທ່ານ ຫົວໜ້າ, ຄະນະພະແນກ;ຫົວຫນ້າ,ຮອງ ຂະແຫນງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມເປັນສັກຂີພະຍານນຳ.

 

ລະຫ່ວາງວັນທີ 10-11 ພືດສະພາ 2021 ນີ້ ຄະນະທີມງານທີ່ກ່ຽວຂ້ອງ ພາຍໃນພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ນຳໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວລົງຊຸກຍູ້ຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ 3 ເມືອງຄື: ເມືອງວຽງໄຊ, ເມືອງ ຊຳໃຕ້ ແລະ ເມືອງກັວນ.ຈຸດປະສົງໃນການລົງຊຸກຍູ້ວຽກງານຄັ້ງນີ້ເພື່ອຊຸກຍູ້ຕິດຕາມການຂື້ນທະບຽນ-ພິສູດຫຼັກຖານ ແລະອອກໃບຕາດິນ,ພ້ອມທັງມອບເຄື່ອງອຸປະກອນເປັນຕົ້ນຄອມພີວເຕີແບບຕັ່ງໂຕະ,ໂນດບຸກ ເເລະ ເງິນຈຳນວນຫນື່ງເພື່ອຮັບໃຊ້ເຂົ້າໃນການຈັດ ຕັ້ງປະຕິບັດຂົງເຂດວຽກງານ ຊສ,ທັງແນະນໍາບາງວຽກງານວິຊາສະເພາະໃນນັ້ນໄດ້ມອບເງິນໃຫ້ເມືອງວຽງໄຊຈຳນວນ 10 ລ້ານກວ່າກີບ;ເມືອງຊຳໃຕ້ ມີຄອມແບບຕັ້ງໂຕະແລະແບບໂນດບຸກແນວລະ 1 ຊຸດ ພ້ອມເງິນ 9 ລ້ານກວ່າກີບ,ສ່ວນເມືອງກັວນ ມີເຄື່ອງອຸປະກອບຮັບໃຊ້ເປັນຕົ້ນຄອມຕັ້ງໂຕຈຳນວນ 2 ຊຸດແລະເງິນ 9 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂັ້ນເມືອງ.

ວັນທີ 05 ເມສາ 2021​ ນີ້ ກົມແຜນການ ແລະ​ການເງິນ​ ກະຊວງ​ ຊສ ມາສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ແລະ ບໍລິສັດຮັບເໝົາກໍ່ສ້າງລົງ​ຕິດຕາມ,​ ກວດກາການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງຮ້ຽມ; ນຳທີມໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ​ແລະ​ທ່ານສຸກສະໝອນ ປະຖັມມະວົງ ຮອງຫົວໜ້າກົມແຜນການ ແລະການເງິນ ກະຊວງ​ ຊສ​ ພ້ອມດ້ວຍທີມງານກະຊວງ, ແຂວງ,​ເມືອງ​ ເຂົ້າຮ່ວມ 10 ກ່ວາຄົນ.