ວັນທີ 29 - 31 ມີນາ 2021 ຜ່ານມານີ້, ທີມງານ ໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຂັ້ນແຂວງ ສົມທົບຫ້ອງການຊສ ເມືອງວຽງໄຊ, ອຳນາດການປົກຄອງບ້ານ, ໂຮງຮຽນ ເພື່ອຈັດຕັ້ງເຜີຍແຜ່ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຢູ່ທີ່ສະໂມສອນບ້ານ ບັກ, ບ້ານາໄກ່, ບ້ານລ້ອງກູ້, ບ້ານວຽງໄຊ,ບ້ານພູໄຊ ແລະໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ , ໂດຍການເຂົ້າຮ່ວມຂອງທ່ານ ສີປະເສີດ ສີສົມບັດ ຮອງຫົວໜ້າຂະ ແໜງ ສິ່ງແວດລ້ອມ ພະແນກ ຊສ ແຂວງ, ມີທ່ານ ແສງເງິນ ແຜງພູວັນ ຮອງຫົວໜ້າຫ້ອງການ ຊສ ເມືອງວຽງໄຊ ມີພາກສ່ວນທີ່ກ່ຽວຂັ້ນແຂວງ, ເມືອງວຽງໄຊ ພ້ອມດ້ວຍອຳນວຍການໂຮງຮຽນ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນ 5 ບ້ານ ແລະ 1ໂຮງຮຽນ ເຂົ້າຮ່ວມ 882 ຍິງ 390ຄົນ.

ໃນວັນທີ 11 ມີນາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກ ຮາກຖານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ມີພະນັກງານ - ລັດຖະກອນພາຍໃນພະແນກ ເຂົ້າຮ່ວມຈໍານວນ 48 ທ່ານ ຍີງ 23 ທ່ານ 

ໃນວັນທີ​ 16 ມີນາ​ 2021​ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ​ VIII​ ຂຶ້ນຢູ່ທີ ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ພິທີຄັ້ງນີ​ພາຍໃຕ້ການເປັນປະທານຮ່ວມຂອງ​ ສະຫາຍ​ ນ.​ ພອງທຳ​ ທຳມະທອງ​ ຄະນະບໍລິຫາ​ນງານສູນກາງ​ສະຫະພັນ​ກຳມະບານລາວ​ ປະທານສະຫະພັນກຳມະບານແຂວງ​ ມີ ສະຫາຍ ນາງ ພວງແສງ ໄຊຍະສິດ ຄະນະພັກຮາກຖານ ຮອງຫົວໜ້າພະແນກ ຊສ ມີປະທານ ຮອງປະທານ ກຳມະບານຮາກຖານ ຕະຫຼອດຮອດສະມາຊິກກຳມະບານ ພາຍໃນພະແນກ ເຂົ້າຮ່ວມຢ່າງພ້ອມພຽງ.

ຕອນເຊົ້າ ວັນທີ 26 ກຸມພາ 2021 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ, ມີຫົວໜ້າຮອງຫົວໜ້າພະແນກການທີ່ກຽ່ວຂ້ອງ ຂັ້ນແຂວງ ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ 10 ເມືອງທົ່ວແຂວງ,ແຂກຖືກເຊີນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ ແຂວງເຂົ້າຮ່ວມນຳ 66 ທ່ານ, ຍິງ 21.

ຕອນແລງວັນທີ 26 ກຸມພາ ຜ່ານມາ ນີ້, ຄະນະກໍາມະການສີ່ງແວດລ້ອມຂັ້ນແຂວງ ໄດ້ຈັດກອງປະຊຸມຄົບຄະນະກໍາມະການຂື້ນຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາ. ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ທັງເປັນຮອງປະທານຄະນະ ກໍາມະການສີ່ງແວດລ້ອມຂັ້ນແຂວງ,ມີຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ,ຄະນະກໍາມະການສິ່ງແວດລ້ອມຂັ້ນແຂວງ ແລະ ຂັ້ນເມືອງ10 ເມືອງທົ່ວແຂວງ ເຂົ້າຮ່ວມນຳ.