ວັນທີ 4 ມິຖຸນາ 2020ນີ້ ພະແນກຊັບພະຍາກອນ ແລະ ສິງແວດລ້ອມແຂວງຫົວພັນ ສົມທົບກັບເມືອງແອດ ຈັດພິທີສະເຫຼີມສະຫຼອງວັນສິງແວດລ້ອມແຫ່ງຊາດ ແລະ ວັນສິງແວດລ້ອມໂລກຂື້ນ ທີເດິນເດີນອະນຸສອນສະຖານເມືອງແອດ ໂດຍການເຂົ້າຮ່ວມຂອງທ່ານພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ແຂວງຫົວພັນ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ 3 ເມືອງຄື: ເມືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ, ພະນັກງານ, ປະຊາຊົນ, ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ.

     ໃນພິທີໄດ້ຮັບຟັງປະຫວັດຄວາມເປັນມາ ຂອງວັນສິງແວດລ້ອມເຊິງໃນປີ 1972 ກອງປະຊຸມສຸດຍອດໂລກກຽ່ວກັບສິງແວດລ້ອມຂອງມະນຸດ ໄດ້ຮັບຮອງເອົາ ການສຶກສາສິງແວດລ້ອມ ສຳລັບທຸກຄົນໂດຍສະເພາະແມ່ນເດັກນ້ອຍ ແລະ ໄວ້ຫນຸ່ມ ເຊິງເປັນເວທີສົ່ງເສີມວຽກງານການສືກສາ ດ້ານສິງແວດລ້ອມເປັນປະຫວັດສາດ ແລະຍັງໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິງແວດລ້ອມໂລກມາເຖິງປັດຈຸບັນຄົບຮອບ 48 ປີ ແລະ ສປປ ລາວກໍ່ໄດ້ຖືເອົາວັນທີ 5 ມິຖຸນາ ປີ 1999 ເປັນວັນສິງແວດລ້ອມແຫ່ງຊາດເຖິງປະຈຸບັນຄົບຮອບ 21 ປີ. ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ ຊັບພະຍາກອນ ແລະ ທຳມະຊາດ ແຂວງຫົວພັນໃຫ້ຮູ້ຄວາມໝາຍ, ຄວາມສຳຄັນຂອງວັນດັ່ງກ່າວເພຶ່ອເປັນການສ້າງສະຕິຮັກ, ຫວງແຫ້ນໃນການປົກປັກຮັກສາ, ພັດທະນາປ່າໄມ້, ທີດິນ ແລະ ສິງແວດລ້ອມ.

ວັນທີ 2 ມີຖຸນາ 2020ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສົມທົບກັບ ອົງການ ພັດທະນາ ແລະ ບໍລິຫານຕົວເມືອງຊໍາເໜືອ ລົງມອບປ້າຍ ທີ່ມີຊື່ວ່າ" ອອກແຮງແຂ່ງຂັນ ເສີມຂະ ຫຍາຍ ຫົວຄິດປະດິດສ້າງ ເພຶ່ອສ້າງໂຮງຮຽນ ໃຫ້ກາຍເປັນໂຮງຮຽນ ຂຽວ ສະອາດ ແລະ ງາມຕາ. ນຳທີມໂດຍ ທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ອຳນວຍການໂຮງຮຽນ ພ້ອມດ້ວຍນ້ອງນັກຮຽນ ທັງ 4 ໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

ວັນທີ 27-28 ພຶດສະພາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ສົມທົບກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ໃນນາມຜູ້ພັດທະນາໂຄງການເຂື່ອນໄຟຟ້າ ນໍ້າຊໍາ 1 ແລະ 3  ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ລົງເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງິ່ງແວດລ້ອມ ແລະ ຊົດເຊີຍຜົບກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 ແລະ 3 ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ນຳພີມໂດຍ ທ່ານ ພັນທອງ ເພັດໄຊສົມພັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງຫົວພັນ, ທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງ ຂັ້ນແຂວງ, ເມືອງຊໍາໃຕ້ເຂົ້າຮ່ວມ  ຢ່າງພ້ອມພຽງ.

ໃນລະຫວ່າງວັນທີ 25- 29 ພຶດສະພາ 2020 ທີມງານທີ່ກ່ຽວຂ້ອງຂັ້ນແຂວງ ປະກອບມີພະແນກ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ສາທາລະນະສຸກ ແຂວງຫົວພັນ ສົມທົບກັບ ຫ້ອງການ ຊສ ເມືອງຫົວເມືອງ ໄດ້ລົງໂຄສະນາສ້າງຈິດສໍານຶກ ກ່ຽວກັບ ຜົນຮ້າຍຂອງການ ນໍາໃຊ້ສານເຄມີ ເຂົ້າໃນການຜະລິດກະສິກຳ, ພ້ອມທັງເກັບກຳຂໍ້ມູນ ເບື້ອງຕົ້ນ ກ່ຽວກັບປະຫວັດການນໍາໃຊ້ສານເຄມີ, ບັນຫາຜົນກະທົບຕໍ່ກັບປະຊາຊົນ ແລະ ສິ່ງແວດລ້ອມໃນໄລຍະຜ່ານມາ ຢູ່ 7 ບ້ານ ຄື: ບ້ານນໍ້າຕີບ, ບ້ານໂຮມພັນ, ບ້ານໂຮມທອງ, ບ້ານສົບລາບ, ບ້ານໝໍ້, ບ້ານພຽງດີ ແລະ ບ້ານສົ້ນຂົວ ຊຶ່ງລວມມີຜູ້ເຂົ້າຮ່ວມທັງໝົດ 308 ຄົນ, ຍິງ 138ຄົນ.

ວັນທີ່ 19 ພຶດສະພາ 2020ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຫ້ອງການ ຊສ ເມືອງ ຫົວເມືອງ ຈັດກອງປະຊຸມປະຊາສໍາພັນວຽກງານຂຶນທະບຽນອອກໃບຕາດິນຢູ່ບ້ານ ສົງຄາວ ໃຫ້ກຽດເປັນປະທານຮ່ວມໂດຍ : ທ່ານ ອອນພັນ ທອງທິດາ ເຈົ້າເມືອງຫົວເມືອງ ແລະ ທ່ານພອນສິນ ພົມປານດາ ຮອງຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍທີມງານຂະແໜງການກ່ຽວຂ້ອງຂັ້ນແຂວງ,ເມືອງ ແລະ ອໍານາດການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນບ້ານສົງຄາວເຂົ້າຮ່ວມ 50 ກວ່າທ່ານ.