ລະຫ່ວາງວັນທີ 10-11 ພືດສະພາ 2021 ນີ້ ຄະນະທີມງານທີ່ກ່ຽວຂ້ອງ ພາຍໃນພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ນຳໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວລົງຊຸກຍູ້ຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ 3 ເມືອງຄື: ເມືອງວຽງໄຊ, ເມືອງ ຊຳໃຕ້ ແລະ ເມືອງກັວນ.ຈຸດປະສົງໃນການລົງຊຸກຍູ້ວຽກງານຄັ້ງນີ້ເພື່ອຊຸກຍູ້ຕິດຕາມການຂື້ນທະບຽນ-ພິສູດຫຼັກຖານ ແລະອອກໃບຕາດິນ,ພ້ອມທັງມອບເຄື່ອງອຸປະກອນເປັນຕົ້ນຄອມພີວເຕີແບບຕັ່ງໂຕະ,ໂນດບຸກ ເເລະ ເງິນຈຳນວນຫນື່ງເພື່ອຮັບໃຊ້ເຂົ້າໃນການຈັດ ຕັ້ງປະຕິບັດຂົງເຂດວຽກງານ ຊສ,ທັງແນະນໍາບາງວຽກງານວິຊາສະເພາະໃນນັ້ນໄດ້ມອບເງິນໃຫ້ເມືອງວຽງໄຊຈຳນວນ 10 ລ້ານກວ່າກີບ;ເມືອງຊຳໃຕ້ ມີຄອມແບບຕັ້ງໂຕະແລະແບບໂນດບຸກແນວລະ 1 ຊຸດ ພ້ອມເງິນ 9 ລ້ານກວ່າກີບ,ສ່ວນເມືອງກັວນ ມີເຄື່ອງອຸປະກອບຮັບໃຊ້ເປັນຕົ້ນຄອມຕັ້ງໂຕຈຳນວນ 2 ຊຸດແລະເງິນ 9 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂັ້ນເມືອງ.

ກອງປະຊຸມຍັງໄດ້ຮັບຟັງການໄດ້ລາຍງານຫຍໍ້ກ່ຽວກັບຜົນການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດ ລ້ອມຂັ້ນເມືອງ ຈາກບັນດາທ່ານ ຫົວໜ້າຫ້ອງການ ຊັບພະຍາກອນທະຊາດ ແລະ ສິ່ງແວດ ລ້ອມ ສາມ ເມືອງ ໃນ 4ເດືອນຜ່ານມາ ກ່ຽວກັບການຈັດຕັ້ງປະຕິບັດວຽກງາພິສູດຫຼັກຖານນອອກໃບຕາດິນທີ່ບັນດາເມືອງນໍາໃຊ້ຮ່ວງງົບປະມານຂອງແຂວງ ແລະ ຂອງກະຊວງ ມອບໃຫ້ປີ 2021ຄື: ເມືອງວຽງໄຊ ຕາມແຜນການ ແມ່ນ 4 ບ້ານ , ມີ 800 ຕອນດິນມາຮອດປະຈຸບັນປະຕິບັດໄດ້ 198 ຕອນ, ເທົ່າກັບ 24,75ເປີເຊັນ , ສືບຕໍ່ອອກໃບຕາດິນເປັນລະບົບຢູ່ 3 ບ້ານເປົ້າຫມາຍໃຫ້ສໍາເລັດຕາມແຜນ, ເມືອງຊໍາໃຕ້ ຕາມແຜນການແມ່ນ 11 ບ້ານ , ມີ 800 ຕອນດິນມາຮອດປະຈຸບັນປະຕິບັດໄດ້ 287 ຕອນ, ເທົ່າ ກັບ 35,75ເປີເຊັນ , ສືບຕໍ່ສຳຫຼວດວັດແທກ ແລະອອກໃບຕາດິນເປັນລະບົບຢູ່ 5 ບ້ານເປົ້າຫມາຍໃຫ້ສໍາເລັດຕາມແຜນ , ເມືອງກັວນ ຕາມແຜນ ການ 21 ບ້ານ, ຍັງບໍ່ທັນປະຕິບັດເທົ່າກັບ(0%)ເປີເຊັນ,ຈາກນັ້ນ ຜູ້ເຂົ້າຮ່ວມ ກອງປະຊຸມ ໄດ້ປະກອບຄຳຄິດເຫັນ ເພືຶ່ອວາງທິດທາງແຜນການປີ 2021 ເປັນຕົ້ນວຽກງານຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ຮອບດ້ານຂັ້ນເມືອງ ສະຫຼຸບລາຍງານຫາແຂວງ ເປັນໄຕມາດເດືອນ, 3,6, ແລະ 1ປີເປັນປົກກະຕິ ຕອນທ້າຍກອງປະຊຸມ ທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມ ຍັງໄດ້ມີຄຳເຫັນໂອ້ລົມ ກ່ອນອື່ນທ່ານ ໄດ້ຍ້ອງຍໍຊົມເຊີຍຕໍ່ກັບຜົນງານຕ່າງທີ່ຫ້ອງການຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຍາດມາໄດ້ ຈາກນັ້ນໄດ້ເນັ້ນໃຫ້ເຮັດວຽກງານການເມືອງແນວຄິດນຳພະນັກ ງານພາຍໃນຫ້ອງການ ແລະ ສືບຕໍ່ປັບປຸງກົງຈັກການຈັດຕັ້ງກຳນົດຕໍ່າແຫ່ນງງານແບ່ງຂັ້ນຄຸ້ມຄອງຕາມພາລະບົດບາດໃຫ່ມສະບັບປັບປຸງໃຫ້ມີປະສິດຕິພາບ ແລະ ໄດ້ຕາມແຜນການທີ່ວາງໄວ້.