ວັນທີ່ 05 ສິງຫາ 2021 ນີ້ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນໄດ້ຈັດກອງປະຊຸມ ເຊື່ອມຊືມບັນດາມະຕິ,ນິຕິກຳ ແລະ ເອກະສານສຳຄັນຕ່າງໆ ຂອງຂັ້ນເທິງ ຢູ່ ທີ່ພະແນກການ ຂອງຕົນ ເປັນເວລາ 1 ວັນ,ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມີບັນດາ ທ່ານຄະນະພະແນກ,ຫົວໜ້າ,ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ - ລັດຖະກອນ  ພາຍໃນພະແນກ ຂອງຕົນເຂົ້າຮ່ວມທັງຫມົດ 54 ກວ່າຄົນ ,ຍິງ 24 ຄົນ ຢ່າງພ້ອມພຽງ.

      ກອງປະຊຸມ ຍັງໄດ້ຮັບຟັງ ເຜື່ອແຜ່ບັນດາມະຕິ,ນິຕິກຳ ແລະ ເອກະສານສຳຄັນຕ່າງໆ ຂອງກົມການເມືອງສູນກາງພັກ ແລະ ຂອງແຂວງຫົວພັນ ໃນໂອກາດດັ່ງກ່າວນີ້ ຍັງໄດ້ພັດປ່ຽນກັນຂື້ນເຜີຍແຜ່ເອກະສານຕ່າງໆ 10 ກວ່າສະບັບ ເຊັນ:ມະຕິ ກອງປະຊຸມຄົບຄະນະສະໄໝວິສາມັນ ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ່ XI,ຄຳສັ່ງແນະນຳ  ຂອງກົມການເມືອງສູນການພັກ ເລກທີ01/ກມສພ,ລົງວັນທີ 26 ກໍລະກົດ 2021  ວ່າດ້ວຍ ການເພີ່ມທະວີການຊີ້ນຳ ນຳພາ ຂອງຄະນະພັກແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດມາດຕະການແກ້ໄຂຄວາມທຸກຍາກ ດ້ານເສດຖະກິດ-ການເງິນ,ຄຳສັ່ງແນະນຳ  ຂອງກົມການເມືອງສູນການພັກ ເລກທີ02/ກມສພ,ລົງວັນທີ 26ກໍລະກົດ2021ວ່າດ້ວຍການຊີ້ນຳ ນຳພາຂອງຄະນະ ພັກແຕ່ລະຂັ້ນ ຕໍ່ການສະກັດກັ້ນ ແລະ ແກ້ໄຂບັນຫາຢາເສບຕິດ,ມະຕິ  ຂອງກົມການເມືອງສູນກາງພັກ ເລກທີ25/ກມສພ,ລົງວັນທີ່17 ພຶດສະພາ 2021 ວ່າດ້ວຍການເພີ່ມທະວີການນຳພາ ຂອງພັກຕໍ່ວຽກງານວັດທະນາທຳໃນໄລຍະໃຫ່ມ,ມະຕິຂອງກົມການເມືອງສູນກາງພັກເລກທີ206/ກມສພ,ລົງວັນທີ່07ທັນວາ  2020ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງແນວຄິດໃນໄລຍະໃຫ່ມ,ມະຕິກອງປະຊຸມລັດ ຖະບານຊຸດທີ IX ເປີດກ້ວາງຄັ້ງທີ I ປີ 2021 ເລກທີ04/ລບ,ລົງວັນທີ່12ກໍລະກົດ2021,ມະຕິ ຂອງຄະນະບໍລິຫານງານພັກ ແຂວງຫົວພັນຄັ້ງທີ່ 4 ສະໄຫມທີ່ X ,ມະຕິກອງປະຊຸມຄັ້ງປະຖົມມະລືກ ຂອງສະພາປະຊາຊົນ ແຂວງຫົວພັນຊຸດທີ່ II ວ່າດ້ວຍການຮັບຮອງເອົາໂຄງປະກອບກົງຈັກ ຂອງອົງການປົກຄອງແຂວງ ແລະ ຮັບຮອງເອົາການແຕ່ງຕັ້ງຫົວຫນ້າພະແນກ,ຫົວຫນ້າອົງການລັດທຽບເທົ້າພະແນກການຂອງແຂວງ ສະບັບເລກທີ176/ສພຂ,ລົງວັນທີ່13ມີນາ2021,ມະຕິ ຂອງຄະນະຈຳສະພາ ປະຊາຊົນແຂວງຫົວພັນ  ສະບັບເລກທີ250/ຄປຈຂ,ລົງວັນທີ່16ມີຖຸນາ2021 ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວວຽກງານ ຂອງຄະນະກຳມະການ ເສດຖະກິດແຜນການ-ການເງິນ,ຂໍ້ຕົກລົງ ວ່າດ້ວຍຂໍ້ຫ້າມ ແລະ ວິໄນ ຂອງພະນັກງານ-ລັດຖະກອນຂະແຫນງຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມເລກທີ2458/ກຊສ ,ລົງວັນທີ່ 03 ມີຖຸນາ 2021.

 

    ຕອນທ້າຍກອງປະຊຸມ ທ່ານ ສໍສະຫວັນ ບານຄຳມີ ຄະນະພັກຮາກຖານ  ,ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ  ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ມີຄໍາເຫັນໂອ້ລົມຕໍ່ບັນດາຜູ້ເຂົ້າຮ່ວມກອງປະຊຸມຫຼາຍບັນຫາ ແລະ ເນັ້ນໜັກໃຫ້ພະນັກງານ-ລັດຖະກອນຕ້ອງກຳແໜ້ນ ກ່ຽວກັບແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດໝາຍຂອງ   ລັດວາງອອກຢ່າງເຂັ້ມງວດພ້ອມຜັນຂະຫຍາຍ ແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ແລະ ວຽກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ຈະແຈ້ງລະ ອຽດຕື່ມແນ່ໃສ່ປັບປຸງ ແບບແຜນວິທີເຮັດວຽກ, ເປັນເຈົ້າການຊຸກຍູ້ແຜນຍຸດທະສາດ ຂອງພະແນກ ມາຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ.