ວັນທີ 19 ກໍລະກົດ 2021 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ສົມ ທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ແລະ ບໍລິສັດຮັບເໝົາກໍ່ສ້າງ, ລົງກວດກາ100% ແລະ ມອບ - ຮັບ ໂຄງການການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຮ້ຽມ; ນຳພາໂດຍ ທ່ານ ສໍສະຫວັນ ບານຄຳມີ ຫົວໜ້າພະແນກ ຊສ ແຂວງ, ທ່ານ ທອງຄໍາ ຫງຽນມະລົມ ຮອງເຈົ້າເມືອງ ເມືອງຮ້ຽມ ແລະ ທີມງານເຂົ້າຮ່ວມທັງໝົດ 30 ຄົນ, ຍິງ 7 ຄົນ.
ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 26 ມັງກອນ 2021 ; ເປັນອາຄານວິນລາຊັ້ນດຽວ, ຂະໜາດ 20 x 15 ແມັດ, ໃນອາຄານມີ 6 ຫ້ອງ ໃນນັ້ນ, ມີຫ້ອງປະຊຸມ 1 ຫ້ອງ,ຫ້ອງເຮັດວຽກ 5 ຫ້ອງ ແລະ ມີຫ້ອງນໍ້າ 2 ຫ້ອງ; ເຊິ່ງໄດ້ຮັບທຶນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ທະນາຄານໂລກເປັນຜູ້ໃຫ້ທຶນ ໃນມູນຄ່າ 835.835.000 ກີບ ໂດຍແມ່ນ ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດ ຄູນຄໍາ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ. ເປັນຜູ້ຮັບເໝົາກໍ່ສ້າງ.