ວັນທີ 19 ກໍລະກົດ 2021​ ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ໄດ້ສົມ ທົບກັບຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ​ ແລະ​ ບໍລິສັດຮັບເໝົາກໍ່ສ້າງ, ລົງກວດກາ​100% ແລະ​ ມອບ - ຮັບ ໂຄງການການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຮ້ຽມ; ນຳພາໂດຍ ທ່ານ ສໍສະຫວັນ​ ບານຄຳມີ ຫົວໜ້າພະແນກ​ ​ຊສ​ ແຂວງ,​ ທ່ານ​ ທອງຄໍາ ຫງຽນມະລົມ ຮອງເຈົ້າເມືອງ ເມືອງຮ້ຽມ ແລະ​ ທີມງານເຂົ້າຮ່ວມທັງໝົດ  30 ຄົນ,​ ຍິງ​ 7 ຄົນ.

       

ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 26 ມັງກອນ 2021 ; ເປັນອາຄານວິນລາຊັ້ນດຽວ, ຂະໜາດ 20 x 15 ແມັດ, ໃນອາຄານມີ 6 ຫ້ອງ ໃນນັ້ນ, ມີ​ຫ້ອງປະຊຸມ 1 ຫ້ອງ,​ຫ້ອງເຮັດວຽກ 5 ຫ້ອງ​ ແລະ ມີຫ້ອງນໍ້າ 2 ຫ້ອງ; ເຊິ່ງໄດ້ຮັບທຶນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ທະນາຄານໂລກເປັນຜູ້ໃຫ້ທຶນ ໃນມູນຄ່າ 835.835.000 ກີບ ໂດຍແມ່ນ ພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດ ຄູນຄໍາ ກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ.​  ເປັນຜູ້ຮັບເໝົາກໍ່ສ້າງ.