ໃນຕອນເຊົ້າ ຂອງ ວັນທີ່ 27 ກໍລະກົດ 2021. ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ, ໄດ້ເປີດກອງປະຊຸມປືກສາຫາລືກ່ຽວກັບວຽກງານຄຸ້ມຄອງການນຳໃຊ້ນ້ຳ ແລະ ຜ່ານແບບຟອມເກັບກຳຂໍ້ມູນການນຳໃຊ້ນ້ຳໃນທົ່ວປະເທດໂດຍຜ່ານວີດີໂອທາງລະບົບອອນລາຍ  ເພື່ອເອກະພາບ ບັນດາຮ່າງແບບຟອມ ,  ພາຍໃຕ້ການເປັນປະທານ ຂອງທ່ານ : ປອ ອິນທະລີ ອັກຄະລາດ ຫົວຫນ້າກົມຊັບພະຍາກອນນ້ຳ ກະຊວງ ຊສ  ພ້ອມດ້ວຍຄະນະທີມງານ,ມີຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ 17 ແຂວງທົ່ວປະເທດເຂົ້າຮ່ວມຢ່າງພ້ອມພຽງ.(ໂດຍຜ່ານ VDO ລະບົບອອນລາຍ)

ກອງປະຊຸມໄດ້ຮັບຟັງການອະທິບາຍແບບຟອມການເກັບຂໍ້ມູນຂັ້ນພື້ນຖານ ຈາກ ວິຊາການກົມຊັບພະຍາກອນນ້ຳ ກະຊວງ ຊ ສ ຊີ້ແຈງຕາຕະລາງໃນການນຳໃຊ້ລະບົບແບບຟອມເກັບກຳຂໍ້ມູນການນຳໃຊ້ນ້ຳ  ແລະ ແລກປ່ຽນບາງເນື້ອໃນເປັນຕົ້ນ: ຂະແຫນງການນຳໃຊ້ນ້ຳເພື່ອຜະລິດພະລັງງານໄຟຟ້າ,ໂຮງຈັກໂຮງງານ,ການຂຸດຄົ້ນບໍ່ແຮ່,ຜະລິດເພື່ອຊົນລະປະທານ ແລະ ການໃຊ້ນ້ຳຈາກຊົນລະປະທານເປັນຕົ້ນ:ນຳໃຊ້ຈາກສາຍນ້ຳໂດຍກົງຫຼືສູບນ້ຳໃຕ້ດິນມານຳໃຊ້,ນຳໃຊ້ເພື່ອສາທາລະນະສຸກ(ໂຮງໝໍ,ຄີນິກ,ສຸກສາລາ),ນຳໃຊ້ເຂົ້າໃນການທ້ອງທ່ຽວແລະການບໍລິການ(ໂຮງແຮມ,ບ້ານພັກ),ຜະລິດໃຊ້ເພື່ອການຄົມມະ ນາຄົມທາງນ້ຳ(ການເດີນເຮືອ)  ຈາກນັ້ນ ໄດ້ພ້ອມກັນປືກສາຫາລື ແລະ ແລກປ່ຽນຄຳຄິດ-ຄຳເຫັນປະກອບໃສ່ບັນດາແບບຟອມ ເພື່ອກະພາບຮ່າງແບບຟອມເກັບກຳຂໍ້ມູນ ຂອງກົມຊັບພະຍາກອນນ້ຳ ຕາມແບບຟອມປະເມີນຢ່າງກົງໄປກົງມາເພື່ອຄວາມເປັນເອກະພາບກັນໃນຕໍ່ຫນ້າພ້ອມດຽວກັນນັ້ນປະ ທານກອງປະຊຸມຍັງໄດ້ເນັ້ນຫນັກແລະເອົາໃຈໃສ່ບາງເນື້ອໃນຂັ້ນຕອນ,ຂອດການປະສານງານວຽກ ງານດັ່ງກ່າວຈະໄດ້ສືບຕໍ່ຮ່ວມກັນເພື່ອສ້າງຄວາມເຂັ້ມແຂງທາງດ້ານວິຊາການໃນທົ່ວປະເທດຂົງເຂດວຽກງານຊັບພະຍາກອນທຳມະຊາແລະສິ່ງແວດລ້ອມຂອງແຕ່ລະແຂວງໃຫ້ແທດເຫມາະກັບສະພາບຕົວຈິງ.