ວັນທີ 16 ກຸມພາ 2020ນີ້ ນຳໂດຍທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານມາຈາກ 6 ກົມ, 1ສະຖາບັນ ແລະ 1ກອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫົວພັນ ເວລາ9 ໂມງ00 ຂອງວັນດັ່ງກ່າວທ່ານ ນາງພວງແສງໄຊຍະສິດ ຮອງຫົວໜ້າພະແນກຊສ ແຂວງ ພ້ອມດ້ວຍຜູ້ຕາງໜ້າບັນດາຂະແໜງການທີ່ຂື້ນກັບພະແນກ ໄດ້ ນຳພາ ທີມງານມາຈາກສູນກາງ ໄປຢ້ຽມຢາມ ອ້າຍນ້ອງທະຫານທີ່ປະຈຳຢູ່ ເຂດຍຸດທະສາດການທະຫານ, ດິນແດນວິລະຊົນ ຢູ່ປ່ອມຜາຖີ່ເມືອງຊໍາເໜືອ ແຂວງຫົວພັນ.

 ໂອກາດໄດ້ມາຢ້ຽມຢາມ ທ່ານ ນາງ ບຸນຄໍາ ວໍລະຈິດ ພ້ອມດ້ວຍທີມງານໄດ້ມອບ ກະຕ່າອວນພອນ ແລະ ເງິນ ຈໍານວນ 2.000.000 ກີບ ໃຫ້ອ້າຍນ້ອງທີ່ປະຈໍາຢູ່ເຂດດັ່ງກ່າວ.