ວັນທີ 19 ມີນາ 2020 ພະແນກ ຊສ ແຂວງ ສຳເລັດກອງປະຊຸມ ສະຫຼຸບຜົນການປະເມີນ ລັດຖະກອນປະຈໍາປີ 2019, ຜົນການປະເມີນ ຫົວໜ້າຂະແໜງຮອງຫົວໜ້າຂະແໜງ , ພ້ອມທັງເຮັດວຽກງານການເມືອງແນວຄິດ ຕໍ່ພະນັກງານ ລັດຖະກອນ ພາຍໃນພະແນກ.
ກອງະຊຸມ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກ ຊສ ແຂວງ , ມີການນຳພະແນກ, ຫົວ ໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ພາຍໃນພະແນກ ເຂົ້າຮ່ວມ 40 ກ່ວາຄົນ. 
ກອງປະຊຸມໄດ້ຜ່ານຂໍ້ຕົກລົງ ຮັບຮອງຜົນການປະເມີນ ການຈັດຕັ້ງ ປະຕິບັດວຽກງານຂອງພະນັກງານ - ລັດຖະກອນພະແນກ ຊສ ປະຈຳປີ 2019; ຂໍ້ຕົກລົງເຈົ້າແຂວງຫົວພັນສະບັບເລກທີ 192/ຈຂ, ລົງວັນທີ17/2/2020 ວ່າດ້ວຍການຍ້ອງຍໍ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ປະຈໍາປີ 2019 ຈຳນວນ 22 ທ່ານ, ຍິງ 10 ທ່ານ; ຂໍ້ຕົກລົງ ຜູ້ທີ່ມີຜົນງານປະເພດດີ ຈຳນວນ 16 ທ່ານ; ເຜີຍແຜ່ແຈ້ງການແນະນຳການເຝົ້າລະວັງປ້ອງກັນຂອງເຊື້ອຈຸລະໂລກ ໂຄວິດ 19; ລາຍງານຜົນສຳເລັດ ການລົງຕິດຕາມກວດກາບັນດາຂະແໜງການອ້ອມຂ້າງພະແນກ ປະຈໍາປີ 2019 ຈາກນັ້ນຍັງໄດ້ຜ່ານຜົນການປະເມີນ ຫົວໜ້າ, ຮອງຫົວໜ້າຂະແໜງຕໍາແໜ່ງ ປະເພດ 5​ - 6 ; ຜ່ານມິຕິຕົກລົງວ່າດ້ວຍການປັບປຸງຊັບຊ້ອນພະນັກ ງານລັດຖະກອນພາຍໃນພະແນກ ກອງປະຊຸມໄດ້ດຳເນີນ ເປັນເວລາ 1 ຕອນ ຈິ່ງສຳເລັດ.