ວັນທີ່ 19 ພຶດສະພາ 2020ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຫ້ອງການ ຊສ ເມືອງ ຫົວເມືອງ ຈັດກອງປະຊຸມປະຊາສໍາພັນວຽກງານຂຶນທະບຽນອອກໃບຕາດິນຢູ່ບ້ານ ສົງຄາວ ໃຫ້ກຽດເປັນປະທານຮ່ວມໂດຍ : ທ່ານ ອອນພັນ ທອງທິດາ ເຈົ້າເມືອງຫົວເມືອງ ແລະ ທ່ານພອນສິນ ພົມປານດາ ຮອງຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍທີມງານຂະແໜງການກ່ຽວຂ້ອງຂັ້ນແຂວງ,ເມືອງ ແລະ ອໍານາດການປົກຄອງບ້ານ ຕະຫລອດຮອດພໍ່ແມ່ປະຊາຊົນບ້ານສົງຄາວເຂົ້າຮ່ວມ 50 ກວ່າທ່ານ. 
    ໃນທີ່ປະຊຸມໄດ້ຮັບຟັງການເຜີຍດ້ານກົດຫມາຍທີ່ດິນ ,ວິທີການຂັ້ນຕອນໃນການປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ບົດບາດຍິງ-ຊາຍຕໍ່ວຽກງານທີ່ດິນ ໃຫ້ ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມເຖິງ ຂັ້ນຕອນລະບຽບການ ຂື້ນທະບຽນອອກໃບຕາດິນ.
👉ພາບຖ່າຍ ແລະ ຂໍ້ມູນ ຈາກຂະແໜງທີ່ດິນ