ວັນທີ 16 – 17 ມີຖຸນາ 2020ນີ້ ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມຜ່ານທາງ ວີດີໂອທາງໄກ ຮ່ວມກັບ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມ ເປີດກ້ວາງເພື່ອຄວາມເປັນເອກະພາບ ແລະ ສຳມະນາກ່ຽວກັບຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງຫົວພັນ ຮ່ວມກັບອົງການປົກຄອງ ແລະ ສະພາປະຊາຊົນແຂວງຫົວພັນ; ໂດຍການເປັນປະທານຂອງທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ; ມີທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຕາງໜ້າຈາກກົມທີ່ດິນ ກົມສິ່ງແວດລ້ອມ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ສະມາຊິກສະພາປະຊາຊົນ ແຂວງຫົວພັນ ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ ຊສ ເມືອງ 10 ເມືອງ ເຂົ້າຮ່ວມ ຢ່າງພ້ອມພຽງ;

ໃນການຈັດກອງປະຊຸມຄັ້ງນີ້ໂດຍຜ່ານວີດີໂອຄັອນເພີເລັນ ທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ລາຍງານການຈັດຕັ້ງປະຕິບັດວຽກງານທີ່ຜ່ານມາ ເຊັ່ນ:  ການລົງເຄື່ອນໄຫວເກັບກຳຂໍ້ມູນກ່ຽວກັບການນຳໃຊ້ທີ່ດິນ, ແຜນພັດທະນາເສດຖະກິດສັງຄົມ, ວິໄສທັດຍຸດທະສາດ ແລະ ຂໍ້ມູນແຜນທີ່ຈາກພະແນກການອ້ອມຂ້າງແຂວງ-ເມືອງເປັນໄລຍະ, ຈັດກອງປະຊຸມ ນຳສະເໜີຈຸດປະສົງ ການລົງເກັບກຳຂໍ້ມູນ ແລະ ວິທີການເອົາຂໍ້ມູນຈາກບັນດາຫ້ອງການອ້ອມຂ້າງເມືອງ ພາຍໃຕ້ການເປັນປະທານຮ່ວມຂອງທ່ານ ເຈົ້າເມືອງ, ຮອງເຈົ້າເມືອງ ແລະ ທ່ານ ຮອງຫົວໜ້າ ຮອງຫົວໜ້າ ຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມທັງເຊີນ ຫ້ອງການທີ່ກ່ຽວຂ້ອງຂັ້ນເມືອງເຂົ້າຮ່ວມ ພ້ອມທັງໃຫ້ຂໍ້ມູນ ຕໍ່ທີມງານວິຊາການນຳໃຊ້ພາບຖ່າຍດາວທຽມ ພາບຖ່າຍທາງອາກາດ ແລະ ພາບຖ່າຍໂຕໂກ ເພື່ອເປັນການສໍາຫລວດພື້ນທີ່ການນໍາໃຊ້ທີ່ດິນຂອງຂະແໜງການ ໂດຍໃຫ້ບັນດາຂະແໜງການອ້ອມຂ້າງເມືອງ ເປັນຜູ້ຊີ້ບອກຈຸດ ພື້ນທີ່ຂອບເຂດທີ່ມີການນຳໃຊ້ທີ່ດິນ ແລະ ພື້ນທີ່ກຳນົດໃຫ້ເປັນເຂດຂະຫຍາຍໃນເຂດພັດທະນາຂອງຂະແໜງ ໂດຍການນຳໃຊ້ຊອບແວ ອາກຈີໄອເອັດ ເຂົ້າໃນການສ້າງແຜນທີ່ຕ່າງໆ ສ້າງບົດບັນທຶກຮ່ວມກັນໃນການເກັບກຳຂໍ້ມູນຢູ່ຂັ້ນເມືອງ ພ້ອມທັງເຊັນຢັ້ງຢືນຈາກທ່ານເຈົ້າເມືອງ ຮອງເຈົ້າເມືອງ  ຫຼື ຄະນະປະທານກອງປະຊຸມ ເອົາຂໍ້ມູນທັງໝົດ ເຂົ້າຈາກນັ້ນເຮັດກອງປະຊຸມ ລາຍງານທາງດ້ານວິຊາການ ໂດຍມີການຊີ້ນຳຢ່າງໄກ້ຊິດຈາກທ່ານຫົວໜ້າພະແນກ ຊສ ແຂວງ ເປັນແຕ່ລະໄລຍະ ເກັບກຳຂໍ້ມູນ ເພີ່ມເຕີມຈາກບັນດາພະແນກການທີ່ກ່ຽວຂ້ອງທີ່ເຫັນວ່າຍັງບໍ່ທັນຄົວຖ້ວນ ແລະ ຊັດເຈນ.

ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ປະກອບຄຳຄິດເຫັນ ຫຼາຍບັນຫາ ໃສ່ຮ່າງແຜນຈັດສັນທີ່ດິນ, ຄຸ້ມ ຄອງຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງຫົວພັນ; ກອງປະຊຸມ ໄດ້ເອກະພາບຄື: ມອບໃຫ້ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ປັບປຸງບົດດັ່ງກ່າວໃຫ້ສັ້ນ, ດ້ານຂໍ້ມູນຈາກບັນດາຂະແໜງການແມ່ນໃຫ້ລະບຸໃສ່ເລີຍວ່າເອົາຂໍ້ມູນປີໃດ ແລະ ກຳນົດເອົາທ່າແຮງຂອງແຂວງຫົວພັນເຂົ້າໃນແຜນຈັດສັນທີ່ດິນ, ຄຸ້ມຄອງຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງຫົວພັນ.