ຕອນແລງວັນທີ 26 ກຸມພາ ຜ່ານມາ ນີ້, ຄະນະກໍາມະການສີ່ງແວດລ້ອມຂັ້ນແຂວງ ໄດ້ຈັດກອງປະຊຸມຄົບຄະນະກໍາມະການຂື້ນຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາ. ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ທັງເປັນຮອງປະທານຄະນະ ກໍາມະການສີ່ງແວດລ້ອມຂັ້ນແຂວງ,ມີຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ,ຄະນະກໍາມະການສິ່ງແວດລ້ອມຂັ້ນແຂວງ ແລະ ຂັ້ນເມືອງ10 ເມືອງທົ່ວແຂວງ ເຂົ້າຮ່ວມນຳ.

ໃນໄລຍະຜ່ານມາ ຄະນະກໍາມະການ ໄດ້ຄົ້ນຄວ້າດ້ານແນວທາງນະໂຍບາຍຂອງພັກ, ມະຕິຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມທີ່ກຽ່ວຂ້ອງກັບວຽກງານສິ່ງແວດລ້ອມລະດັບຊາດ, ໄດ້ນໍາເອົາເນື້ອໃນຂອງບັນດານິຕິກໍາເຊັ່ນ: ກົດໝາຍ, ດໍາລັດ ແລະ ນິຕິກໍາກຽ່ວກັບສີ່ງແວດລ້ອມມາຈັດຕັ້ງຜັນຂະຫຍາຍ ເຜີຍແຜ່ເຊື່ອມຊືມໃຫ້ສັງຄົມ, ພາກສ່ວນຕ່າງໆຮັບຮູ້ເຂົ້າໃຈຄວາມໝາຍ ແລະ ຄວາມສໍາຄັນກຽ່ວກັບວຽກງານສີ່ງແວດລ້ອມ ແລະ ການປຽ່ນແປງດິນຟ້າອາກາດ, ວຽກງານຄວບຄຸມມົນລະພິດ ແລະ ການຄຸ້ມຄອງການນໍາໃຊ້ສານເຄມີທີ່ເປັນພິດຕໍ່ສີ່ງທີມີຊີວິດ ແລະ ຊີວະນາໆພັນຕ່າງໆ , ໄດ້ເຄື່ອນໄຫວໂຄສະນາປູກຈິດສໍານຶກໃນລະດັບຕ່າງໆເປັນຕົ້ນແມ່ນການຈັດຕັ້ງປະຕິບັດຕາມລະບຽບກົດໝາຍໃນການຄຸ້ມຄອງວຽກງານສິ່ງແວດລ້ອມຂອງບັນດາໂຄງການລົງທຶນຂອງພາກລັດ-ເອກະຊົນ ແລະກິດຈະ ການ ດ້ານກະສີກໍາ, ດ້ານພະລັງງານໄຟ້າ, ບໍ່ແຮ່ ແລະ ການພັດທະນາສັງຄົມ, ໄດ້ຮັບຮອງເອົາບົດລາຍ ງານການສຶກສາກຽ່ວກັບຜົນກະທົບຕໍ່ສີ່ງແວດລ້ອມໂຄງການພັດທະນາໄດ້9ຄັ້ງ, ຮັບຮອງເອົາແຜນຄຸ້ມ ຄອງສີ່ງແວດລ້ອມໄດ້3 ໂຄງການ, ຄົ້ນຄວ້າ ແລະ ພິຈາລະນາຮັບຮອງເອົາຫົວໝ່ວຍລາຄາຊົດເຊີຍຜົນກະທົບໂຄງການລົງທຶນໄດ້ 3 ຄັ້ງ, ໂຄສະນາເຜິ່ຍແຜ່ຂໍ້ມູນຜົນກະທົບຂອງປະຊາຊົນຈາກໂຄງການລົງທຶນໄດ້ 3 ໂຄງການຄື: ໂຄງການເຂື່ອນໄຟ້ານໍ້າຊໍາ 3, ນໍ້າຊໍາ1Aແລະເຂື່ອນໄຟ້ານໍ້າຮາວ, ໄດ້ລົງເຄື່ອນ ໄຫວຊຸກຍູ້ໃຫ້ບັນດາໂຄງການພັດທະນາໃຫ້ປະຕິບັດຕາມລະບຽບການໄດ້ 3 ໂຄງການ , ຈັດຕັ້ງພິທີສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະວັນສິ່ງແວດລ້ອມໂລກໄດ້ 1ຄັ້ງ ໃນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນຫຼາຍບັນຫາທີ່ສໍາຄັນເພື່ອຊອກວິທີແກ້ໄຂ ເຮັດໃຫ້ວຽກງານສີ່ງແວດລ້ອມໃນຕໍ່ໜ້າດີຂື້ນກວ່າເກົ່າ.