ໃນວັນທີ 11 ມີນາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກ ຮາກຖານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ມີພະນັກງານ - ລັດຖະກອນພາຍໃນພະແນກ ເຂົ້າຮ່ວມຈໍານວນ 48 ທ່ານ ຍີງ 23 ທ່ານ 

 

ກອງປະຊຸມຄັ້ງນີ້ໄດ້ນໍາເອົາເອກະສານ ມະຕິຕົກລົງວ່າດ້ວຍທີ່ຕັ້ງພາລະບົດບາດສິດໜ້າທີ່ ແລະ ແບບແຜນວິທີ່ເຮັດວຽກຂອງອົງຄະນະບໍລິຫານງານສະໄໝທີ່ x ສະບັບເລກທີ 15/ຄລບ,ລົງວັນທີ / ມັງກອນ 2021, ເອກະສານແຜນດໍາເນີນງານຂອງຄະນະບໍລິຫານງານພັກແຂວງສະໄໝທີ່ x, ເອກະສານມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ່ 2 ສະໄໝທີ່ x , ເອກະສານມະຕິເລກທີ່ 243/ຄລສພງ, ລົງວັນທີ 23 /11/2020 ຂອງອົງຄະນະບໍລິຫານງານສູນກາງພັກ ວ່າດ້ວຍການຮັບຮອງເອົາຄະນະບໍລິຫານງານພັກແຂວງຫົວພັນ, ເອກະສານມະຕິຕົກລົງຂອງຄະນະປະຈໍາພັກແຂວງສະບັບເລກທີ 336/ຄປຈຂ/ຫພລົງວັນທີ 17 /12 /2020 ວ່າດ້ວຍການແບ່ງຄວາມຮັບຜິດຊອບຂອງຄະນະປະຈໍາພັກແຂວງສະໄໝທີ່ x , ເອກະສານ ເຊື່ອມຊື່ມເນື້ອໃນກອງປະຊຸມໃຫ່ຍຄັ້ງທີ່ 10 ອົງຄະນະພັກແຂວງຫົວພັນ.