ຕອນເຊົ້າ ວັນທີ່ 01 ມີຖຸນາ 2021 ນີ້້ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ສ້າງຂະບວນການອອກແຮງງານ ແລະຈັດພິທີປູກຕົ້ນໄມ້ແຫ່ງຊາດ ປະຈຳປີ 2021 ຢູ່ທີ່້ຂອບເຂດອອ້ມຂ້າງເດີ່ນ ພະແນກຂອງຕົນໃຫ້ມີຄວາມສະອາດຈົບງາມ ທາງນີ້ ກໍ່ເປັນການສະເຫຼີມສະຫຼອງວັນເດັກນ້ອຍສາກົນຄົບຮອບ 72 ປີ ແລະ ຕ້ອນຮັບວັນປູກຕົ້ນໄມ້ແຫ່ງຊາດຄົບຮອບ 41 ປີ;ຊົມເຊີຍວັນສິ່ງແວ້ດລ້ອມແຫຼ່ງຊາດ ແລະວັນສິ່ງແວ້ດລ້ອມໂລກຄົບຮອບ 49 ປີ ໃຫ້ມີຂະບວນການຟົດຟື້ນ ອີກອັນ ໜຶ່ງ ກໍ່ເພື່ອເປັນການຮັກສາສະພາບສິ່ງແວດລ້ອມໃຫ້ມີຄວາມສົດຊື່ນ ຮົ່ມເຢັນເປັນທີ່ໜ້າຢູ່ໜ້າຊົມ ນຳໂດຍທ່ານ ຫົວໜ້າພະແນກ,ພ້ອມດ້ວຍຄະ ນະພັກຮາກຖານພະແນກ ຊ ສ ແຂວງ,ຜູ້ຕ່າງຫນ້າອົງການຈັດຕັ້ງມະຫາ ຊົນ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກຂອງຕົນ ເຂົ້າຮ່ວມຢ່າງຫຼວງຫຼາຍ ຕົ້ນໄມ້ທີ່ນຳມາປູກຄັ້ງນີ້ມີໄມ້ປະດັບ ແລະໄມ້ກິນຫມາກເປັນຕົ້ນ ແມ່ນຫມາກກ້ຽງ;ໝາກລອດ;ໝາກນາວ;ໝາກນອດ; ໝາກພຸກ ແລະຕົ້ນໄມ້ປະດັບເຊັ້່ນ; ດອກຄາຍປ່າ;ຕົ້ນດອກບານ;ຕົ້ນໄມ້ໂລງເລງ ລວມມີ 40 ກວ່າຕົ້ນ.
ຈຸດປະສົງຂອງການອອກແຮງງານ-ຈັດພິທີສະເຫຼີມສະຫຼອງວັນປູກຕົ້ນໄມ້ແຫ່ງຊາດ ແລະວັນສິ່ງແວດ ລ້ອມໂລກ ຢູ່ພະແນກໃນຄັ້ງນີ້ກໍ່ເພື່ອເປັນການໂຄສະນາ ເຜີຍແຜ່,ການປຸກຈິດສຳນຶກໃຫ້ມວນຊົນ ໃນການປົກປັກຮັກສາສິ່ງແວດລ້ອມ, ເພື່ອເປັນການຟື້ນຟູປ່າໄມ້ ແລະ ການອະນຸລັກຊັບພະຍາ ກອນທຳມະຊາດ,ສົ່ງເສີ່ມການສຶກສາ ແລະ ປູກຈິດສໍານຶກດ້ານສິ່ງແວດ ລ້ອມເປັນປະກອບສວ່ນເຂົ້າໃນການ ອະນຸລັກ ຮັກສາທໍາມະຊາດ ແລະ ການປົກປັກຮັກສາສິ່ງແວດລ້ອມ ຕາມທິດສີຂຽວ ແລະຍືນຍົງ ເພື່ອສ້າງປະເທດລາວ “ຂຽວ ສະອາດ ງາມຕາ”