ວັນທີ 29 ມີຖຸນາ-ວັນທີ1ກໍລະກົດ 2021, ພະແນກ ຊສ ແຂວງຫົວພັນ ໄດ້ລົງສົມທົບກັບການນຳເມືອງ ເພື່ອແຈ້ງຈຸດປະສົງໃນການລົງມາເຮັດວຽກຈາກນັ້ນໄດ້ສົມທົບຫາ ຫ້ອງການ ຊສ ເມືອງຫົວເມືອງ; ເມືອງຮ້ຽມ; ເມືອງຊ່ອນເພື່ອຊຸກຍູ້ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 6ເດືອນຕົ້ນປີ ຢູ່ທີ່ຫ້ອງປະຊຸມຫ້ອງການ ຊສ ເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າພະແນກ ຊສ ແຂວງ, ມີຂະແໜງການ ບໍລິຫານ- ການເງິນ ຂະແໜງແຜນການ, ຂະແໜງກວດກາ ພ້ອມດ້ວຍ ພະນັກງານທົ່ວຫ້ອງການ ຊສ ເມືອງ ເຂົ້າຮ່ວມ ທັງໝົດ 40ກ່ວາ ຄົນ ໃນ3ເມືອງ.

ຈຸດປະສົງ:ແມ່ນຊຸກຍູ້ການຈັດຕັ້ງປະຕິບັດວຽກງານມະຫາພາກ ໃນ6 ເດືອນຕົ້ນປີ 2021 ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2021.ກອງປະຊຸມຮັບຟັງການຜ່ານຮ່າງບົດສະຫຼຸບການຈັດຕັ້ງເຄື່ອນໄຫວວຽກງານຮອບດ້ານ6ເດືອນ ຕົ້ນປີ 2021 ແລະ ວາງທິດທາງແຜນການ 6 ເດືອນທ້າຍປີ 2021 ຂອງຫ້ອງການ ຊສ ເມືອງ ພ້ອມທັງສະເໜີ ໃຫ້ພະແນກຊ່ວຍ ຊີ້ນຳນຳພາບາງວຽກງານຫລາຍດ້ານ ຈາກນັ້ນທີມງານພະແນກ ຊສກໍ່ໄດ້ແນະນຳບາງວຽກງານເປັນຕົ້ນ:
💥ວຽກງານ ແຜນການ:
- ແນະນຳໃຫ້ເມືອງ ເລັ່ງສັງລວມແຜນການ5ປີຂອງຕົນ ສົ່ງໃຫ້ພະແນກບໍ່ໃຫ້ກາຍເດືອນ7/2021ສັງລວມວຽກງານ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ໃຫ້ມີຕົວຊີ້ວັດອອກມາ ເປັນບົດສະຫຼຸບ ແລະ ເປັນຕາຕາລາງ ເປັນຕົ້ນຕົວເລກທີ່ດິນ, ຕົວເລກສິ່ງແວດລ້ອມ; ຕົວເລກ ງົບປະມານລາຍ- ລາຍຈ່າຍ ແມ່ນ ໃຫ້ລາຍງານເປັນງວດ, 6 ເດືອນ ຕາມໄຕມາດ.
- ວຽກງານສະຖິຕິ ແມ່ນ ໃຫ້ສັງລວມ ທຸກວຽກງານ ລາຍງານ ໃຫ້ພະແນກ ເປັນໄຕມາດ ພ້ອມທັງ ສັງລວມເປັນຟາຍໄວ້ລະອຽດຢ່າງເປັນລະບົບເພື່ອສະດວກໃນການສະໜອງຂໍ້ມູນໃຫ້ພາກສ່ວນກ່ຽວຂ້ອງ.
- ວຽກງານຂຽນໂຄງການລົງທຶນຂອງລັດ ແມ່ນໃຫ້ອິງຕາມກົດໝານການລົງທຶນ ແລະ ແຈ້ງການແນະນຳຈາກພະແນກ ທີ່ແຈ້ງມາ ແລະ ແບບຟອມໃນການຂຽນບົດສະເໜີໂຄງການ ແມ່ນເອົາຕາມສະບັບປັບປຸງໃໝ່ໃນປີ2018 ການຈັດສົ່ງ ທຸກປີ ກຳນົດສົ່ງຮອດພະແນກ ບໍ່ໃຫ້ກາຍ ເດືອນ 3 ຂອງທຸກໆປີ ສ່ວນໂຄງການຊ່ວຍເຫຼືອ ແມ່ນ ອິງໃສ່ຄຳແນະນຳຂອງຜູ້ໃຫ້ທຶນ ແລະ ແບບຟອມການຂຽນບົດສະເໜີໂຄງການ ແລະ ກະກຽມຂຽນ ສົ່ງຕາມກຳນົດເວລາ.
- ວຽກງານ ຂ່າວສານ : ມອບໃຫ້ເມືອງສືບຕໍ່ເຜີຍແຜ່ນິຕິກຳລຸ່ມກົດໝາຍ ແລະກົດໝາຍ ຕ່າງໆ ທີ່ຕິດພັນກັບວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ເພື່ອໃຫ້ສັງຄົມໄດ້ຮັບຮູ້ເຊື່ອມຊຶມເຖິງລະບຽບກົດໝາຍ ແນະນຳໃຫ້ເມືອງ ສ້າງເປັນ facebook ເພື່ອສະໜອງຂໍ້ມູນຂ່າວສານການເຄື່ອນໄຫວວຽກງານ ຊສ ທີ່ພົ້ນເດັ່ນ ລົງຂ່າວເພື່ອສະແດງຜົນງານທີ່ເຮົາເຮັດໄດ້ ໃຫ້ສັງຄົມໄດ້ຮັບຮູ້.
💥ວຽກງານການເງິນ:
- ໄດ້ທວງໜີ້ຄ່າແບບພິມໃບຕາດິນ
- ແນະນຳໃຫ້ເມືອງ ເຮັດບົດສະຫຼຸບ ລາຍຮັບລາຍຮັບຄ່າທຳນຽມ ແລະ ຄ່າບໍລິການ ແລະ ຮ່ວງເງິນອອກໃບຕາດິນ ທີ່ພະແນກແບ່ງໃຫ້ ເປັນເດືອນ ໄຕມາດ, 6 ເດືອນ, 9 ເດືອນ ແລະ 1ປີໃຫ້ ພະແນກ ຢ່າງເປັນປົກກະຕິ.
5. ວຽກງານກວດກາ ໄດ້ກວດກາ ການຈັດຕັ້ງປະຕິບັດວຽກງານຮອບດ້ານ , ກວດກາຫາງສຽງສັງຄົມ ໃນຂົງເຂດຫ້ອງການຊສ ເມືອງ.
ຈາກນັ້ນ ປະທານກອງປະຊຸມໄດ້ໂອ້ລົມ ແລະ ເໜັ້ນໜັກຫລາຍບັນຫາ ເປັນຕົ້ນ ວຽກງານການເມືອງແນວຄິດ ສືບຕໍ່ ຈັດຕັ້ງປະຕິບັດວຽກງານວິຊາສະເພາະ ໃຫ້ໄດ້ຕາມແຜນການທີ່ວາງໄວ້ ພ້ອມທັງແກ້ໄຂຄຳຮ້ອງຄຳສະເໜີທີ່ເມືອງສະເໜີມາ.