ຕອນບ່າຍ ວັນທີ 8/7/2021 ນີ້ ພະແນກ ຊສແຂວງ ຫົວພັນ ສຳເລັດກອງປະຊຸມທາງ Vedio Conference ຮ່ວມກັບ ກະຊວງ ຊສ ຈັດກອງປະຊຸມສະຫລຸບ ປິດໂຄງການຄຸ້ມຄອງອ່າງຮັບນໍ້າຊໍາ ໄລຍະ III ຢູ່ທີ່ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກ ຊສ ແຂວງ ຫົວພັນ, ຜູ້ປະສານງານໂຄງການຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ; ກົມແຜນການ ແລະ ການເງິນ ກະຊວງ ຊສ ;ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ ເມືອງຊໍາເໜືອ ແລະ ອຳນາດການປົກຄອງ5ບ້ານຄື: ຮາມເໜືອ,ນາພຽງ, ນາຈອງ, ຊາງຄໍາ, ນາຄາ ເຂົ້າຮ່ວມຫລາຍ 20 ທ່ານ.

ກອງປະຊຸມໄດ້ຜ່ານ ບົດສະຫລຸບ ການຈັດຕັ້ງປະຕິບັດໂຄງການຄຸ້ມຄອງອ່າງຮັບນໍ້າຊໍາ ໄລຍະ3 ຈຸດປະສົ່ງຂອງໂຄງການແມ່ນ:

👉ຄຸ້ມຄອງອ່າງຮັບນໍ້າຊໍາ ໂດຍສະເພາະແມ່ນການຄຸ້ມຄອງຊັບພະຍາກອນແຫຼ່ງນໍ້າ ເຂດຍອດອ່າງຮັບນໍ້າຊໍາ ໃຫ້ມີລະບົບ.
👉ລົງສໍາຫຼວດຈັດສັນທີ່ດິນເຂດອ່າງຮັບນໍ້າຊໍາ ໂດຍການມີສ່ວນຮ່ວມຂອງປະຊາຊົນ.
👉 ສ້າງລະບຽບການຄຸ້ມຄອງນໍາໃຊ້ເຂດປ່າຍອດນໍ້າ ແລະ ຊັບພະຍາກອນແຫຼ່ງນໍ້າຕາມຄວາມເໝາະສົມ ( ປ່າປ້ອງກັນເຂດຍອດນໍ້າ ແລະ ປ່າຊົມໃຊ້ ) ເພື່ອເຜີຍແຜ່ ໃຫ້ປະຊາຊົນຮັບຮູ້ ແລະ ຈັດຕັ້ງປະຕິບັດ.
👉ສ້າງຕັ້ງຄະນະກຳທະການ ແລະ ໜ່ວຍງານກວດກາ ຕິດຕາມ ຄຸ້ມຄອງນໍາໃຊ້ຊັບພະຍາກອນນໍ້າ ແລະ ປ່າປ້ອງກັນເຂດຍອດນໍ້າໃຫ້ມີການນໍາໃຊ້ຢ່າງຖືກຕ້ອງ ແລະ ຍືນຍົງ.
ໂຄງການດັ່ງກ່າວ ມີ4ອົງປະກອບ ແລະ 30ກິດຈະກຳ ໄລຍະເວລາຂອງໂຄງການໄດ້ເລີ່ມຈັດຕັ້ງປະຕິບັດ ນັບແຕ່ປີ 2016-2021ຈິ່ງສຳເລັດ , ຈາກນັ້ນ ຜູ້ເຂົ້າຮ່ວມກອງປະຊຸມ ໄດ້ພ້ອມກັນປະກອບຄໍາເຫັນໃສ່ຮ່າງບົດສະຫຼຸບ ຈາກນັ້ນປະທານກອງປະຊຸມໄດ້ຮຽກຮ້ອງໃຫ້ບ້ານມີສ່ວນຮ່ວມສືບຕໍ່ປົກປັກຮັກສາ ປ່າເຂດຍອດນໍ້າ ແລະ ສືບຕໍ່ ຄຸ້ມຄອງເງິນກອງທຶນ ໃຫ້ມີການຂະຫຍາຍຕົວຂື້ນເລື້ອຍໆ ພ້ອມທັງສະເໜີຂໍຕໍ່ໂຄງການຄຸ້ມຄອງອ່າງຮັບນໍ້າຊໍາໄລຍະ4.