ຕອນ ເຊົ້າຂອງວັນທີ່ 09 ກໍລະກົດ 2021 ຜ່ານມານີ້, ພະແນກຊັບພະຍາກອນທໍາ ມະຊາດ ແລະ ສິ່ງແວດລ້ອມແຂວງ ສົມທົບກັບການນຳເມືອງໆຫົວເມືອງ ແລະ ບໍລິສັດ ບີຣິດສ໊ ມາຍນິງ ຈຳກັດຜູ່ດຽວຈັດກອງປະຊຸມປືກສາຫາລື ຜ່ານແຜນຄຸ້ມຄອງສິ່ງແວດລ້ອມເບື້ອງຕົ້ນ,ຢູ່ທີ່ສະໂມ ສອນຫ້ອງການສຶກ ສາທິການ ແລະ ກິລາເມືອງຫົວເມືອງ ໂດຍການເປັນປະທານຂອງທ່ານ ສົມ ແອງ ສຸກດາວົງ ຮອງເຈົ້າເມືອງໆ ຫົວເມືອງ ຜູ່ຊີ້ນຳ ຂົງເຂດວຽກງານ ເສດ ຖະກິດຂັ້ນເມືອງ ແລະ ເປັນກຽດເຂົ້າຮ່ວມຂອງ ທ່ານ ສໍສະຫວັນ ບານຄຳມີ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີຜູ່ຕ່າງຫນ້າຈາກບໍລິສັດ ບີຣິດສ໊ ມາຍນິງ ຜູ້ພັດທະນາໂຄງການ ,ພາກສ່ວນທີ່ກ່ຽວຂ້ອງຈາກພະແນກການຂັ້ນແຂວງ,ເມືອງຫົວເມືອງ, ອຳ ນາດການປົກຄອງບ້ານເປົ້າຫມາຍ, ຕະຫຼອດຮອດພະນັກງານ-ວິຊາການເຂົ້າຮ່ວມທັງຫມົດ 40 ກ່ວາຄົນ.

ກອງປະຊຸມ ຜູ່ຕ່າງໜ້າບໍລິສັດ ບໍລິສັດ ບີຣິດສ໊ ມາຍນິງ ຈຳກັດຜູ່ດຽວໄດ້ສະເຫນີຈຸດປະສົງຂອງແຜນຄຸ້ມຄອງສີ່ງແວດລ້ອມການພັດທະນາຂອງໂຄງການຂຸດຄົ້ນຖ່ານຫີນ,ເພື່ອສືກສາ ແລະ ປະເມີນຜົນກະທົບຕໍ່ສິ່ງແວດ ລ້ອມ ແລະ ສັງຄົມ ພ້ອມທັງວາງແຜນໃນການປ້ອງກັນ,ຫຼຸດຜ່ອນ ແລະ ແກ້ໄຂຜົນກະທົບທີ່ອາດຈະເກີດຂື້ນຈາກກິດຈະກຳຂອງໂຄງການໃຫ້ມີໜ້ອຍທີ່ສຸດຕາມມາດຖານ ແລະ ຖືກຕ້ອງຕາມຫຼັກການດ້ານສິ່ງແວດລ້ອມເພື່ອຮັບປະກັນການລົງທືນທີ່ຢືນຍົງ,ໂຄງການຂຸດຄົ້ນຖ່ານຫີນ ຢູ່ເຂດບ້ານ ນ້ຳປ້ອງ,ບ້ານ ເມືອງເປີ້ນ,ບ້ານ ຄ້ອງ,ບ້ານ ບວມງາມ ແລະ ບ້ານ ແວກ, ເມືອງຫົວເມືອງ ແຂວງຫົວພັນ, ໄດ້ເລີ່ມສືກສາຊອກຄົ້ນ-ສຳຫຼວດຖ່ານ ຫີນ,ແຮ່ຕິດພັນ ແລະ ແຮ່ອື່ນໆມາແຕ່ຕົ້ນປີ 2020 ນີ້ເຊິ່ງຈະໄດ້ນຳໃຊ້ທືນທັງຫມົດ 8 ລ້ານ ຢູໂລ ໃນນັ້ນ 4.000 ຢູໂລຕໍ່ປີ ແມ່ນມອບເຂົ້າເປັນພັນທະໃຫ້ບ້ານ ແລະ ໃຫ້ເມືອງຕາມບົດວິພາກການເຊັນສັນຍາ,ຮູບແບບການດຳ ເນີນຂຸດຄົ້ນເອົາຫີນແມ່ນຈະໃຊ້ເຄື່ອງຈັກ: ຈົກ,ຊີເຈາະ,ເປີດຫນ້າດີນເປັນຂຸມມີຄວາມກ້ວາງປະມານ 500 ແມັດ ແລະຄວາມຍາວຂອງສາຍຖ່າຍຫີນເກືອບ 6ກິໂລແມັດ,ເລີກປະມານ10-30ແມັດ ຢູ່ໃນຂອບເຂດເນື້ອທີ່ 905 ເຮັກຕາ,ໃຊ້ເວລາຂຸດຄົ້ນ ແລະ ປຸງແຕ່ງ 7 ປີ,ການຂຸດຄົ້ນແມ່ນໄດ້ອອກແບບກໍ່ສ້າງອ່າງເກັບນ້ຳແບບທຳມະຊາດປູດ້ວຍຜາຢາງມີຂະຫນາດ 5 x 8 ແມັດ,ສູງ 3 ແມັດ ເຊີ່ງສາມາດເກັບກັກນ້ຳໄດ້ເຖິງ 20,000 m3(ປະກອບມີ7ລ໊ອກ) ຫຼັງຈາກຜ່ານບົດສະເຫນີໂຄງການແລ້ວຍັງໄດ້ປຶກສາແລກປ່ຽນຄວາມຄິດເຫັນເຊິ່ງກັນ ແລະ ກັັນເຮັດໃຫ້ຂອດການປະສານງານລະຫວ່າງບໍລິສັດ,ຂັ້ນແຂວງ,ຂັ້ນເມືອງມີຄວາມສ່ອງຄ່ອງຕາມແຜນຄຸ້ມຄອງສິ່ງ ແວດລ້ອມ ແລະ ມອບໃຫ້ຜູ້ພັດທະນາໂຄງການສົມທົບກັບຫ້ອງການ ຊ ສ ເມືອງຫົວເມືອງ ແລະ ຂະແຫນງຊັບພະຍາກອນນ້ຳລົງໄປກວດກາວິໄຈຢັ້ງຢືນຕົວເລກຄັກແນ່ ພ້ອມທັງເກັບກໍາຂໍ້ມູນຜົນກະທົບຕໍ່ດິນໄຮ່,ດິນນາ, ຫ້ວຍນ້ຳໃນຂອບເຂດພື້ນທີ່ຂອງໂຄງການຈະນຳໃຊ້ເຂົ້າໃນຂະບວນການຜະລິດເພື່ອສາມາດຈັດຕັ້ງປະຕິບັດໂຄງການໃຫ້ມີປະສິດຕິຜົນສູງແນ່ໃສ່ຮັບປະກັນການພື້ນຟູເນື້ອທີ່ຂຸດຄົ້ນຕາມແຜນຄຸ້ມຄອງຕ່າງໆທີ່ໄດ້ຮັບອະນຸມັດຈາກພາກສ່ວນກ່ຽວຂ້ອງຂອງລັດ. ຕອນທ້າຍ ທ່ານ: ສໍສະຫວັນ ບານຄຳມີ, ຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດ ລ້ອມແຂວງຫົວພັນ, ໄດ້ເນັ້ນໃຫ້ທຸກພາກສ່ວນ ເອົາໃຈໃສ່ປັບປຸງໃນຂອດຜົນກະທົບ ແລະ ມາດຕະການແກ້ໄຂຜົນກະທົບເພື່ອຈັດຕັ້ງປະຕິບັດໃນການຕິດຕາມກວດກາບັນດາໂຄງການລົງທືນຂອງລັດ ຫຼື ເອກະຊົນ ເອົາໃຈໃສ່ສືກສາບົດສະເຫນີແຜນຄຸ້ມຄອງດ້ານສິ່ງແວດລ້ອມໃຫ້ລະອຽດຈະແຈ້ງ ແລະ ສົມທົບກັບບ້ານ ເກັບກໍາຂໍ້ມູນກ່ຽວກັບພື້ນທີ່ ວ່າຈະມີຜົນກະທົບ ຈາກໂຄງການຂຸດຄົ້ນຄັ້ງນີ້ຫຼືບໍ,ພ້ອມທັງກຳນົດພື້ນທີ່ຖືກທັບຊ້ອນ,ເຂດຍຸດທະສາດປກຊ-ປກສ ແລະບັນຫາທາງເລືອກການຍ້າຍບ້ານ 1-2-3ທີ່ຍັງບໍ່ທັນຕົກລົງກັນໄດ້ພ້ອມທັງກຳນົດ ຫົວຫນ່ວຍລາຄາການຊົດເຊີຍໃຫ້ສຳເລັດ ໂດຍອິງຕາມລະບຽບກົດໝາຍ ແລະ ສະພາບຄວາມເປັນຈິງ.