ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານ ປະຈຳ 06 ເດືອນຕົ້ນປີ ແລະ ວາງທິດທາງແຜນການ 06 ເດືອນທ້າຍ ປີ 2021 ໃນຕອນເຊົ້າວັນທີ່ 13 ກໍລະກົດ 2021 ຢູ່ທີ່ຫ້ອງປະຊຸມຂອງພະແນກດັ່ງກ່າວ ໂດຍການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ເປັນກຽດເຂົ້າຮ່ວມ ຂອງທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆ ຫົວພັນ, ມີບັນດາການນຳຈາກພະແນກການອ້ອມຂ້າງແຂວງ,ເມືອງຊໍາເໜືອ ອົງການທຽບເທົ່າ , ຕະຫຼອດຮອດພະນັກງານ-ລັດຖະກອນ ພາຍໃນພະແນກເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຂຶ້ນຜ່ານຮ່າງບົດສະຫຼຸບ ການເຄື່່ອນໄຫວວຽກງານຮອບດ້ານ 06 ເດືອນຕົ້ນປີ ເຊິງມັນໄດ້ສະແດງໃຫ້ເຫັນເຖິ່ງຜົນງານຜົນສຳເລັດທີເຮັດໄດ້ໃນໄລນະຜ່ານມາ ແລະ​ ໄດ້ວາງທິດ ທາງແຜນການໃນ 6 ເດືອນທ້າຍປີ​ 2021ຕື່ມອີກໃນຫລາຍກຸ່ມວຽກເຊັນ: ວຽກງານບໍລິຫານ ແຜນການ ແລະ ການເງິນ ໄດ້ສຳເລັດການນຳສົ່ງບົດສະເໜີໂຄງການ ເຂົ້້າແຜນການປີ 2022 ຂັ້ນກະຊວງ ໄດ້ 01 ໂຄງການ ຂັ້ນແຂວງ ໄດ້ 05 ໂຄງການ, ລົງຊຸກຍູ້ເມືອງ ເພື່ອສັງລວມສະຖິຕິ ສ້າງແຜນການ 05 ປີ 2020-2024 ໄດ້ 03 ເມືອງ, ຂຽນຂ່າວການເຄື່ອນໄຫວວຽກງານຂອງພະແນກໄດ້ 20 ຄັ້ງ ແລະ ລົງເວັບໄຊ ຂອງພະແນກໄດ້ 13 ຄັ້ງ, ເກັບລາຍຮັບໄດ້ 237,860,000 ກີບ, ວຽກງານທີ່ດິນ ຂຶ້ນທະບຽນອອກໃບຕາດິນໄດ້ 1,662 ຕອນ, ມອບໃບຕາດິນທັງໝົດທົ່ວແຂວງໄດ້ 2,374 ຕອນ, ສຳຫຼວດແທກຄືນຂອບເຂດເຊົ່າ-ສຳລະປະທານ ໂຄງການລົງທຶນຕ່າງໆ ໄດ້ 04 ໂຄງການ, ວຽກງານສິ່ງແວດລ້ອມ ລົງເກັບກຳຂໍ້ມູນຜົນກະທົບສົິ່ງແວດລ້ອມ ຂອງໂຄງການໄດ້ 11 ໂຄງການ, ເຂົ້າຮ່ວມປັກຫຼັກຫມາຍໂຄງການ ໄດ້ 04 ໂຄງການ, ວຽກງານຊັບພະຍາກອນນ້ຳ ແລະ ອຸຕຸນິຍົມ ລົງສຳຫຼວດ, ວິໄຈ ແລະ ເກັບຕົວຢ່າງຄຸນນະພາບນ້ຳ ຂອງບໍລິສັດຫຸ້ນສ່ວນແຮ່ທາດລາວ-ຫວຽດ ຢູ່ເມືອງກວັນ ໄດ້ 01 ຄັ້ງ, ລົງເກັບຕົວຢ່າງ ແລະ ວິໄຈຄຸນນະພາບນ້ຳຊຳ, ນ້ຳແອດ, ນ້ຳມ່າ, ແລະ ນ້ຳເນີນ ຂອງໂຄງການວິໄຈຄຸນນະພາບນ້ຳທົ່ວປະເທດ ແລະ ໂຄງການ ອ່າງຮັບນ້ຳຊຳໄລຍະ 3 ໄດ້ 2 ຄັ້ງ, ສັງເກດປັດໄຈ ອາກາດປະຈຳວັນ ແລະ ສົ່ງໃຫ້ສູນກາງໄດ້ 1,840 ຄັ້ງ, ອ່ານ ແລະ ບັນທຶກຂໍ້ມູນລະດັບນ້ຳຊຳປະຈຳວັນ ໄດ້ 368 ຄັ້ງ, ສົ່ງປັດໄຈອາກາດໃຫ້ການບິນສູນກາງ ແລະ ທ້ອງຖິ່ນໄດ້ 598 ຄັ້ງ. ໃນກອງປະຊຸມ ທ່ານ ແກ້ວປະສິດ ນຶກມະນີວົງ ຮອງພະແນກ ຍັງໄດ້ຂຶ້ນຜ່ານມະຕິຂອງຄະນະບໍລິຫານງານສູນກາງພັກ ສະບັບເລກທີ່ 026/ຄບສພ, ລົງວັນທີ່ 03 ສິງຫາ 2017 ວ່າດ້ວຍການເພີ່ມທະວີວຽກງານຄຸ້ມຄອງ ແລະ ພັດທະນາທີ່ດິນໄລຍະໃຫມ່, ຂໍ້ຕົກລົງຂອງທ່ານນາຍົກ ສະບັບເລກທີ່ 10/ນຍ ລົງວັນທີ່ 05 ກຸມພາ 2019 ວ່າດ້ວຍການແບ່ງຄວາມຮັບຜິດຊອບ ການຈັດຕັ້ງປະຕິບັດແຜ່ນແມ່ບົດ ຈັດສັນທີ່ດິນແຫ່ງຊາດ ແລະ ຂໍ້ຕົກລົງຂອງແຂວງ ສະບັບເລກທີ່ 19/ຈຂ.ຫພ, ລົງວັນທີ່ 12 ມັງກອນ 2021 ວ່າດ້ວຍການແບ່ງຄວາມຮັບຜິດຊອບການຈັດຕັ້ງປະຕິບັດແຜນຈັດສັນທີ່ດິນ, ຄຸ້ມ ຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຮອບດ້ານ ຮອດປີ 2030 ຂອງແຂວງຫົວພັນ. ໃນໂອກາດນີ້ ຍັງມີຜູ້ຕ່າງຫນ້າໃຫ້ພະແນກການອ້ອມຂ້າງແຂວງ ໄດ້ພ້ອມກັນປະກອບຄຳຄິດຄຳເຫັນຮ່າງບົດສະຫຼຸບ ແລະ  ທິດທາງແຜນການ 06 ເດືອນທ້າຍປີ 2021 ຂອງພະແນກ ຢ່າງກົງໄປກົງມາ ເພື່ອເຮັດໃຫ້ ບົດສະຫຼຸບ ແລະ ທິດທາງແຜນການ ໃຫ້ມີເນື້ອໃນສົມບູນຄົບຖ້ວນ.

          ໃນຕອນທ້າຍ ທ່ານ ພອນສຸກ ອິນທະວົງ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງໆຫົວພັນ ກໍ່ໄດ້ຍ້ອງຍໍຊົມເຊີຍ ບັນດາສະມາຊິກ ພະນັກງານພາຍໃນພະແນກທີ່ສາມາດປະຕິບັດວຽກງານໄດ້ໃນໄລຍະຜ່ານມາ ແລະ ຍັງໄດ້ໃຫ້ຄຳຄິດເຫັນ, ຮຽກຮ້ອງໃຫ້ພະນັກງານວິຊາການ ທຸກພາກສ່ວນພາຍໃນພະແນກ ຕ້ອງໄດ້ເອົາໃຈໃສ່ ປັບປຸງແບບແຜນວິທີ່ການເຮັດວຽກ ໃຫ້ມີຄວາມທັນສະໄໜ ແລະ ວ່ອງໄວ, ຄຸ້ມຄອງປົກປັກຮັກສາ ຊັບພະຍາກອນທຳມະຊາດ ແລະ  ສິ່ງແວດລ້ອມ, ຄຸ້ມຄອງການນຳໃຊ້ ອອກໃບຕາດິນໃຫ້ຖືກຕ້ອງ ແລະ ສ່ອດຄ່ອງ ຕາມລະບຽບກົດໝາຍທີ່ພາກລັດວາງອອກ.(ດັ່ງຂໍ້ແຂ່ງຂັນທີທີ່ວ່າ:ເຮັດໃຫ້ດີ,ເຮັດໃຫ້ໄວ,ເຮັດໃຫ້ໄດ້ຫລາຍ ແລະ ເຮັດໃຫ້ຖືກຕ້ອງຕາມລະບຽບກົດໝາຍ)