- Details
ໃນຕອນບ່າຍ ຂອງວັນທີ 10 ກັນຍາ 2021 ຜ່ານມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ ດິນ 10 ເມືອງທົ່ວແຂວງຫົວພັນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສາມຂອງພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ບັນດາທ່ານຫົວໜ້າ,ຮອງຫົວໜ້າພະແນກ ຜູ້ຕາງໜ້າພະແນກການຂັ້ນແຂວງ,ອ້ອມຂ້າງເມືອງຊຳເຫນຶອ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການພາຍໃນພະແນກຕະຫຼອດຮອດພະ ນັກງານ-ລັດຖະກອນຂະແຫນງທີ່ດິນ ເຂົ້າຮ່ວມນຳ.
Read more: ກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ 10 ເມືອງທົ່ວແຂວງຫົວພັນ
- Details
ໃນຕອນເຊົ້າ ຂອງວັນທີ່ 9 ກັນຍາ 2021 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ກະຊວງ ຊສ ສົມທົບກັບພະແນກ ຊສ ແຂວງຈັດກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ຈຳກັດ ສ້າງ ຫຼື ປັບປຸງບົດFS ແລະ ບົດEIA ໂດຍຜ່ານVideo conference ທາງໄກ ເພື່ອແລກປ່ຽນຄວາມຄິດ-ຄວາມເຫັນ ແລະ ວິທີແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມໃນຕໍ່ໜ້າ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງ ຊ ສ , ທ່ານ ແກ້ວປະສິດ ນືກມະນີວົງ ຮອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີຫົວໜ້າກົມ,ຮອງກົມຕ່າງໆ ຂອງກະຊວງ ຊສ ,ຜູ້ຕ່າງຫນ້າຈາກບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ແລະ ບໍລິສັດ ທີ່ປືກສາດ້ານສິ່ງແວດລ້ອມ,ມີບັນດາທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງຊຳເຫນືອ ແລະ ເມືອງວຽງໄຊ ,ພາກສ່ວນທີ່ກ່ຽວຂ້ອງພະແນກການຂັ້ນແຂວງ,ຫ້ອງການ ຊສ ເມືອງຊຳເໜືອ-ເມືອງວຽງໄຊ ຕະຫຼອດຮອດເລຂາຄະນະພັກບ້ານ ບ້ານເປົ້າຫມາຍ ພ້ອມດ້ວຍພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມນຳ.
Read more: ກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ...
- Details
ໃນຕອນບ່າຍ ຂອງວັນທີ່ 8 ກັນຍາ 2021 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ກະຊວງ ຊສ ສົມທົບກັບພະແນກ ຊສ ແຂວງຈັດກອງປະຊຸມປືກສາຫາລືຂັ້ນວິຊາການ,ຂັ້ນແຂວງ ແລະ ຂັ້ນສູນກາງ ກ່ຽວກັບການຮັບຮອງບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດລາວ ໄອເອັດຈ໋ຊີ ຂຸດຄົ້ນ ແລະ ປຸງແຕ່ງຫີນອ່ອນມາໂບ້ ຈຳກັດຜູ້ດຽວ ໂດຍຜ່ານ Video conference ທາງໄກ ເພື່ອແລກປ່ຽນຄວາມຄິດເຫັນ,ສະເຫນີ-ປັບປຸງ ແລະ ຫາວິທີແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມໃນຕໍ່ໜ້າ;
- Details
ໃນຕອນເຊົ້າ ຂອງ ວັນທີ່ 7 ກັນຍາ 2021 ນີ້ ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ,ໄດ້ເຂົ້າຮ່ວມກອງປະຊຸມເປີດກວ້າງສະໄຫມສາມັນລະຫວ່າງ ກະຊວງ ຊ ສ ຮ່ວມກັບບັນດາພະແນກ ຊ ສ ແຂວງ/ນະຄອນຫຼວງໃນທົ່ວປະເທດໂດຍຜ່ານວີດີໂອທາງໄກ (ສະຫຼຸບການຈັດຕັ້ງປະຕິບັດວຽກງານໃນໄລຍະ 8 ເດືອນ ແລະ ວາງທິດທາງແຜນການ 4 ເດືອນທ້າຍປີ2021) ເພື່ອຕີລາຄາ ຈຸດດີ ຈຸດອ່ອນ ພ້ອມທັງຫາວິທີແກ້ໄຂໃນຕໍ່ໜ້າ ພາຍໃຕ້ການເປັນປະທານ ໂດຍ ທ່ານ ນາງ ບຸນຄຳ ວໍລະຈິດ ລັດຖະມົນຕີ ກະຊວງ ຊ ສ , ທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ພ້ອມດ້ວຍ ຄະນະນຳພະແນກ,ມີຫົວໜ້າ,ຮອງຫົວໜ້າຂະແໜງການທີ່ຂື້ນກັບພະແນກ ຊ ສ ແຂວງຫົວພັນ ແລະ ມີຫົວໜ້າຮອງຫົວໜ້າພະແນກ ຊ ສ ທົ່ວປະເທດ ແລະ ບັນດາທ່ານຫົວໜ້າ,ຮອງຫົວໜ້າຂະແໜງການທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
- Details
ກົມທີ່ດິນກະຊວງ ຊສ ສົມທົບກັບພະແນກຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນ ຈັດຊຸດຝຶກອົບຮົມວຽກງານການຮັບຮູ້ສິດນໍາໃຊ້ທີ່ດິນຕາມປະເພນີ ແລະ ທີ່ດິນປ່າໄມ້ ຢູ່ໃນເຂດ 03 ປະເພດປ່າ ຂື້ນທີ່ພະແນກການດັ່ງກ່າວໂດຍການສະໜັບສະໜູນ ຂອງໂຄງການຮ່ວມມືລາວ-ເຢຍລະ ມັນ, ພາຍໃຕ້ແຜນງານ GIZ-LETeS, ໄດ້ເປີດຂື້ນ ແລະ ປິດລົງດ້ວຍຜົົນສຳເລັດດີ ຄັ້ງວັນທີ່ 23 ສິງຫາ ເຖິງວັນທີ່ 3 ກັນຍາ 2021 ຜ່ານມານີ້ ພາຍໃຕ້ການເປັນປະທານ ຂອງທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວຫນ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ,ທີມງານຄູຝຶກກະຊວງ,ກົມ ທີ່ດິນ,ຊ່ຽວຊານGIZ, ວິຊາການ ພຊສ ແຂວງ ,ວິຊາການຈາກພະແນກກະສິກໍາ ແລະ ປ່າໄມ້ແຂວງ,ວິຊາການຫ້ອງການສະຫະພັນແມ່ຍິງແຂວງ,ວິຊາການຫ້ອງການຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມເມືອງ,ວິຊາການຫ້ອງການກະສິກຳ ແລະ ປ່າໄມ້ເມືອງ ສາມເມືອງເປົ້າໝາຍໂຄງການຄື: ເມືອງ ຫົວເມືອງ, ເມືອງ ຊ່ອນ ແລະ ເມືອງ ແອດ ເຂົ້າຮ່ວມທັງໝົດ 30 ທ່ານ, ຍິງ 08 ທ່ານ
Subcategories
Page 6 of 17