ກອງປະຊຸມປືກສາຫາລື ແລະ ຊຸກຍູ້ການ ຈັດຕັ້ງປະຕິບັດຂົງເຂດວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ
- Details
ໃນຊ່ວງວັນທີ 19-22/10/2021 ຜ່ານມານີ້ ທີມງານພະແນກຊັບພະຍາກອນທຳມະຊາດແລະສິ່ງແວດລ້ອມ ແຂວງຫົວພັນ ໄດ້ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານ 9 ເດືອນ ແລະ ວາງທິດທາງແຜນການ 3 ເດືອນທ້າຍປີ 2021 ຂອງຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຂອງຊຳເຫນືອ,ເມືອງແອດ, ເມືອງຊຽງຄໍ້ ແລະ ເມືອງສົບເບົາ.
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາທາລະນະສຸກເມືອງຊໍາເໜືອ
- Details
ໃນຕອນເຊົ້າວັນທີ 7 ຕຸລາ 2021 ນີ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ມອບເຄື່ອງຊ່ວຍເຫຼືອໃຫ້ຫ້ອງການສາທາລະນະສຸກເມືອງຊໍາເໜືອ ເພື່ອສະກັດກັ້ນ, ຕ້ານ ການແຜ່ລະບາດຂອງພະຍາດ ໂຄວິດ-19
Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ...
ຮາກຖານພັກ ພະແນກ ຊສ ແຂວງຫົວພັນສຳເລັດການເຊື່ອມຊືມເອກະສານບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XI
- Details
ວັນທີ່ 22 ກັນຍາ 2021 ນີ້ີ້ ຮາກຖານພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ຫົວພັນສຳເລັດການເຊື່ອມຊືມເອກະສານບົດແນະນໍາວ່າດ້ວຍການຈັດຕັ້ງປະຕິບັດກົດລະບຽບພັກສະໄໝທີ XI ກ່ຽວກັບການຕິດຕາມ-ກວດກາ ຂອງພັກ, ຄະນະພັກ ແລະ ຄະນະວິໄນຂອງພັກແຕ່ລະຂັ້ນ ສະບັບເລກທີ 194/ຄກສພ, ລົງວັນທີ 8 ກໍລະກົດ 2021 ,ແຈ້ງການແນະນໍາຂອງຄະນະກວດກາພັກແຂວງຫົວພັນສະບັບເລກທີ 02/ຄກພຂ.ຫພ, ລົງວັນທີ 8 / 9 / 2021 ,ຄໍາແນະນໍາກ່ຽວກັບການຈັດຕັ້ງປະຕິບັດກົດລະບຽບພັກປະຊາຊົນປະຕິບັດລາວສະໄໝທີ XI ສະບັບເລກທີ 102/ຄຈສພ, ລົງວັນທີ 24 / 6 / 2021 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ພາຍໃຕ້ການເປັນປະທານ ສະຫາຍ ສໍສະຫວັນ ບານຄຳມີ ເລຂາຄະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ
ກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ 10 ເມືອງທົ່ວແຂວງຫົວພັນ
- Details
ໃນຕອນບ່າຍ ຂອງວັນທີ 10 ກັນຍາ 2021 ຜ່ານມານີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງ ແວດລ້ອມແຂວງຫົວພັນ ໄດ້ຈັດກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ ດິນ 10 ເມືອງທົ່ວແຂວງຫົວພັນ ຂຶ້ນຢູ່ທີ່ຫ້ອງປະຊຸມຊັ້ນສາມຂອງພະແນກ ຂອງຕົນ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄໍາມີ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດ ລ້ອມແຂວງ ບັນດາທ່ານຫົວໜ້າ,ຮອງຫົວໜ້າພະແນກ ຜູ້ຕາງໜ້າພະແນກການຂັ້ນແຂວງ,ອ້ອມຂ້າງເມືອງຊຳເຫນຶອ ແລະ ມີບັນດາຫົວໜ້າ, ຮອງຫົວໜ້າຂະແໜງການພາຍໃນພະແນກຕະຫຼອດຮອດພະ ນັກງານ-ລັດຖະກອນຂະແຫນງທີ່ດິນ ເຂົ້າຮ່ວມນຳ.
Read more: ກອງປະຊຸມປຶກສາຫາລືຜ່ານຮ່າງຂໍ້ຕົກລົງວ່າດ້ວຍການປະເມີນລາຄາທີ່ດິນ 10 ເມືອງທົ່ວແຂວງຫົວພັນ
ກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ຈຳກັດ
- Details
ໃນຕອນເຊົ້າ ຂອງວັນທີ່ 9 ກັນຍາ 2021 ນີ້ຢູ່ທີ່ຫ້ອງປະຊຸມ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ກະຊວງ ຊສ ສົມທົບກັບພະແນກ ຊສ ແຂວງຈັດກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ຈຳກັດ ສ້າງ ຫຼື ປັບປຸງບົດFS ແລະ ບົດEIA ໂດຍຜ່ານVideo conference ທາງໄກ ເພື່ອແລກປ່ຽນຄວາມຄິດ-ຄວາມເຫັນ ແລະ ວິທີແກ້ໄຂຜົນກະທົບດ້ານສິ່ງແວດລ້ອມ-ສັງຄົມໃນຕໍ່ໜ້າ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ພູວົງ ຫຼວງໄຊຊະນະ ຮອງລັດຖະມົນຕີ ກະຊວງ ຊ ສ , ທ່ານ ແກ້ວປະສິດ ນືກມະນີວົງ ຮອງພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ມີຫົວໜ້າກົມ,ຮອງກົມຕ່າງໆ ຂອງກະຊວງ ຊສ ,ຜູ້ຕ່າງຫນ້າຈາກບໍລິສັດຂຸດຄົ້ນ ແລະປຸງແຕ່ງແຮ່ທາດຮ້ວາງຟຸກລ້າງເຊີນ ແລະ ບໍລິສັດ ທີ່ປືກສາດ້ານສິ່ງແວດລ້ອມ,ມີບັນດາທ່ານເຈົ້າເມືອງ ແລະ ຮອງເຈົ້າເມືອງຊຳເຫນືອ ແລະ ເມືອງວຽງໄຊ ,ພາກສ່ວນທີ່ກ່ຽວຂ້ອງພະແນກການຂັ້ນແຂວງ,ຫ້ອງການ ຊສ ເມືອງຊຳເໜືອ-ເມືອງວຽງໄຊ ຕະຫຼອດຮອດເລຂາຄະນະພັກບ້ານ ບ້ານເປົ້າຫມາຍ ພ້ອມດ້ວຍພະນັກງານ-ລັດຖະກອນຂັ້ນແຂວງ ແລະ ຂັ້ນເມືອງເຂົ້າຮ່ວມນຳ.
Read more: ກອງປະຊຸມປືກສາຫາລືກ່ຽວກັບບົດປະເມີນຜົນກະທົບສິ່ງແວດລ້ອມ ຂອງບໍລິສັດຂຸດຄົ້ນ...
Page 4 of 17