ຫົວໜ້າພະແນກຜູ້ໃໝ່ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2021
- Details
ໃນລະຫວ່າງວັນທີ 10-13 ສິງຫາ 2021 ຜ່ານມານີ້,ທີມງານພະແນກ ຊ ສ ແຂວງຫົວພັນ ນຳໂດຍ: ທ່ານ ສໍສະຫວັນ ບານຄໍາມີ ເລຂາຄະນະພັກຮາກຖານ,ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຜູ້ໃໝ່ ໄດ້ລົງແນະນໍາຕົວ ແລະ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານຢູ່ບັນດາ ເມືອງເປັນຕົ້ນແມ່ນຫ້ອງການ ຊສ ເມືອງວຽງໄຊ,ເມືອງຊໍາໃຕ້ ແລະ ເມືອງກວັນ ຮ່ວມກັບບັນດາທ່ານຫົວໜ້າ 8 ຂະແໜງການພາຍໃນພະແນກ ຂອງຕົນ.
ຫ້ອງການ ກຊສ ລົງຊຸກຍູ້ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນທ້ອງຖິ່ນ
- Details
ວັນທີ່ 09 ສິງຫາ 2021 ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ກະຊວງ ສົມທົບ ພະແນກ ຊສ ແຂວງ ຫົວພັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ວຽກງານ ຊສ ຈຸດປະສົງ ແມ່ນມາຊຸກຍູ້ວຽກງານ ການຄຸ້ມຄອງ ຂື້ນບັນຊີຊັບສິນຂອງລັດ, ວຽກງານ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ເດັກນ້ອຍ, ວຽກງານ ການປັບປຸງຂໍ້ມູນເວບໄຊ ແລະ ວິທີການເກັບຮັກສາແບບອີເລັກໂຕຼນິກລະບົບປະຊຸມທາງໄກ, ການແນະນຳວິທີນຳໃຊ້ໂປຼແກມ ຂາເຂົ້າ-ຂາອອກບໍລິຫານທາງລັດຖະການເພື່ອເອກະພາບ ບັນດາຖານຂໍ້ມູນ,ບັນຊີ ແລະ ເວັບໄຊ໌ ເປັນເວລາ 1 ວັນເຕັມ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊສ ແຂວງຫົວພັນ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສົມອຸລາ ຍະພິຈິດ ຫົວຫນ້າ ພະແນກ ຂ່າວສານ ແລະ ອິນເຕີເນັດ ຫ້ອງການ ກຊສ ພ້ອມດ້ວຍຄະນະທີມງານ,ມີພະນັກງານ-ລັດຖະກອນຂອງຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກເຂົ້າຮ່ວມທັງຫມົດ 20 ຄົນ,ຍິງ 10 ຄົນ,
Read more: ຫ້ອງການ ກຊສ ລົງຊຸກຍູ້ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນທ້ອງຖິ່ນ
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດການເຊື່ອມຊືມເອກະສານສໍາຄັນຕ່າງໆຂອງກົມການເມືອງສູນກາງພັກ ແລະ ຂອງແຂວງຫົວພັນ.
- Details
ວັນທີ່ 05 ສິງຫາ 2021 ນີ້ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນໄດ້ຈັດກອງປະຊຸມ ເຊື່ອມຊືມບັນດາມະຕິ,ນິຕິກຳ ແລະ ເອກະສານສຳຄັນຕ່າງໆ ຂອງຂັ້ນເທິງ ຢູ່ ທີ່ພະແນກການ ຂອງຕົນ ເປັນເວລາ 1 ວັນ,ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມີບັນດາ ທ່ານຄະນະພະແນກ,ຫົວໜ້າ,ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ - ລັດຖະກອນ ພາຍໃນພະແນກ ຂອງຕົນເຂົ້າຮ່ວມທັງຫມົດ 54 ກວ່າຄົນ ,ຍິງ 24 ຄົນ ຢ່າງພ້ອມພຽງ.
Page 6 of 17