ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນຕີລາຄາວຽກງານຮອບດ້ານ
- Details
ຕອນເຊົ້າ ວັນທີ 26 ກຸມພາ 2021 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຮອບດ້ານປະຈຳປີ 2020 ແລະ ວາງທິດທາງແຜນການປີ 2021 ຢູ່ທີ່ຫ້ອງປະຊຸມພະແນກຂອງຕົນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ, ມີຫົວໜ້າຮອງຫົວໜ້າພະແນກການທີ່ກຽ່ວຂ້ອງ ຂັ້ນແຂວງ ເຈົ້າເມືອງ ຮອງເຈົ້າເມືອງ, ຫົວໜ້າຫ້ອງການ ຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ 10 ເມືອງທົ່ວແຂວງ,ແຂກຖືກເຊີນ ພ້ອມດ້ວຍພະນັກງານລັດຖະກອນພາຍໃນພະແນກ ຊັບພະຍາກອນທໍາມະຊາດ ແລະສີ່ງແວດລ້ອມ ແຂວງເຂົ້າຮ່ວມນຳ 66 ທ່ານ, ຍິງ 21.
Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນຕີລາຄາວຽກງານຮອບດ້ານ
ຄະນະກໍາມະການສິ່ງແວດລ້ອມແຂວງຫົວພັນສຳເລັດກອງປະຊຸມຄົບຄະນະກຳມະການສິ່ງແວດລ້ອມ ຂັ້ນແຂວງ ປະຈຳປີ2020 ແລະ ວາງທິດທາງແຜນການປີ 2021.
- Details
ຕອນແລງວັນທີ 26 ກຸມພາ ຜ່ານມາ ນີ້, ຄະນະກໍາມະການສີ່ງແວດລ້ອມຂັ້ນແຂວງ ໄດ້ຈັດກອງປະຊຸມຄົບຄະນະກໍາມະການຂື້ນຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງຫົວພັນເພື່ອຕີລາຄາການຈັດຕັ້ງປະຕິບັດວຽກງານຜ່ານມາ. ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ທັງເປັນຮອງປະທານຄະນະ ກໍາມະການສີ່ງແວດລ້ອມຂັ້ນແຂວງ,ມີຫົວໜ້າຮອງຫົວໜ້າພະແນກການທີ່ກ່ຽວຂ້ອງ,ຄະນະກໍາມະການສິ່ງແວດລ້ອມຂັ້ນແຂວງ ແລະ ຂັ້ນເມືອງ10 ເມືອງທົ່ວແຂວງ ເຂົ້າຮ່ວມນຳ.
ຊົມເຊີຍນາມມະຍົດທຸງໄຊນຳໜ້າ ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ
- Details
ການບຸກທະລຸເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ມາດຖານເງື່ອນໄຂຂອງຄະນະຊາວໜຸ່ມ ດ້ວຍການນໍາພາເຄື່ອນໄຫວປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ມີຜົນສຳເລັດຂອງຄະນະຮາກຖານຊາວໜຸ່ມ ໂດຍສະເພາະແມ່ນການເອົາໃຈໃສ່ເຮັດວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາ
ຊິກພາຍໃນ, ການເຊື່ອມຊຶມເອກະສານສຳຄັນຕ່າງໆ, ມູນເຊື້ອຂອງຊາວໜຸ່ມແຕ່ລະໄລຍະ ເຮັດໃຫ້ບັນດາສະຫາຍສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈເສຍສະຫຼະປະກອບສ່ວນເຂົ້າໃນຂະບວນການຕ່າງໆ, ມີແບບແຜນວິທີເຮັດວຽກ, ເປັນເຈົ້າການບຸກບືນພັດທະນາຕົນເອງ, ການຈັດຕັ້ງ ແລະ ການກະຕຸກຊຸກຍູຂະບວນການສ້າງເສດຖະກິດຄອບຄົວເພີ່ມນອກໂມງການ. ເຊິ່ງໄດ້ມີຜົນສຳເລັດ ແລະ ຜົນງານຫຼາຍດ້ານສະແດງອອກໄລຍະຜ່ານມາເປັນຕົ້ນ ຍາດໄດ້ຮາກຖານເຂັ້ມແຂງ 4 ບຸກ 7 ຄັ້ງ, ໜ່ວຍເຂັ້ມແຂງ 4 ບຸກໄດ້ 5 ຄັ້ງ, ໄດ້ຮັບໃບຍ້ອງຂັ້ນສູນກາງຊາວໜຸ່ມ ປປ ລາວ, ຍ້ອງຍໍຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຂັ້ນພະແນກຫຼາຍສະຫາຍ.
Read more: ຊົມເຊີຍນາມມະຍົດທຸງໄຊນຳໜ້າ ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ
ໜ່ວຍພັກທີ່ດິນ ທີ່ຂື້ນກັບຮາກຖານພັກພະແນກ ຊສ ແຂວງ ສຳເລັດການປະເມີນໜ່ວຍພັກປອດໄສ ເຂັ້ມແຂງ ໜັກແໜ້ນ ເປັນຄັ້ງທີ 3 ປະຈຳປີ2020 ແລະ ວາງທິດທາງແຜນການປີ 2021
- Details
ກອງປະຊຸມຕີລາຄາແບ່ງເພດປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ຄັ້ງທີ III ປະຈຳປີ 2020 ໜ່ວຍພັກ ທີ່ດິນ ໄດ້ດຳເນີນເປັນເວລາ 1 ຕອນ ຂອງວັນທີ 16 ທັນວາ 2020 ທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊສ ແຂວງ,ມ ມີສະຫາຍ ພວງທອນ ຂັດທະວົງ ເລຂາໜ່ວຍພັກທີ່ດິນ, ມີຜູ້ຕາງໜ້າຈາກຄະນະຈັດຕັ້ງ, ກວດກາ, ຄະນະໂຄສະນາອົບຮົມແຂວງ,ມີເລຂາຄະນະໜ່ວຍພັກສິ່ງແວດລ້ອມ, ໜ່ວຍພັກບໍລິຫານ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 18 ສະຫາຍ.
ກົມຈັດຕັ້ງ ແລະ ພະນັກງານ ສຳເລັດການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫົວພັນ
- Details
ຕອນບ່າຍ ວັນທີ 24 ມີນາ 2020 ນີ້ ກົມຈັດຕັ້ງ ແລະ ພະນັກງານ ສຳເລັດການເຄື່ອນໄຫວ ຕິດຕາມສະພາບການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ຢູ່ທີ່ພະແນກ ຊສ ແຂວງ ຫົວພັນ ໂດຍການເປັນປະທານ ຂອງທ່ານ ຈັນສຸກ ມຸກດາວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາຫົວໜ້າຫ້ອງການຊສ ເມືອງ 5 ເມືອງ ພ້ອມດ້ວຍຫົວໜ້າຂະແໜງ 8 ຂະແໜງການ ເຂົ້າຮ່ວມ 19 ຄົນ.
Read more: ກົມຈັດຕັ້ງ ແລະ ພະນັກງານ ສຳເລັດການເຄື່ອນໄຫວ ແລະ ເຮັດວຽກຢູ່ແຂວງຫົວພັນ
Page 11 of 17