ຮອງເລຂາພັກແຂວງ ແຂວງຫົວພັນ ຕ້ອນຮັບການເຂົ້າພົບປະ ຂອງທ່ານ ຮອງລັດຖະມົນຕີກະຊວງຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ
- Details
ຕອນບ່າຍ ວັນທີ 18 ມີນາ 2022 ນີ້. ທ່ານ ເພີດມາ ປັນຍາ ຮອງເລຂາພັກແຂວງ ແຂວງຫົວພັນ ໄດ້ໃຫ້ກຽດຕ້ອນຮັບ ການມາພົບປະຢຽ້ມຢາມ ແລະ ເຄື່ອນໄຫວເຮັດວຽກຢູ່ແຂວງຫົວພັນ ຂອງທ່ານ ປອ ໄຊນະຄອນ ອິນທະວົງ ຮອງເລຂາຄະນະພັກ ຮອງລັດຖະມົນຕີ ກະຊວງຊັບພະຍາ ກອນທໍາມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍຄະນະ ຢູ່ທີ່ຫ້ອງຮັບແຂກ ຫໍ້ແກ້ວແຂວງຫົວພັນ ໂດຍມີຈຸດປະສົ່ງເພື່ອລາຍງານການມາຢ້າມຢຽມເຮັດວຽກຂອງຄະນະທີມງານໃນຄັ້ງນີ້ໃຫ້ທ່ານຮອງເລຂາພັກແຂວງຫົວພັນໄດ້ຮັບຊາບ ຕົ້ນຕໍ່ແມ່ນການມາເກັບກໍາຂໍ້ມູນ ແລະ ສຶກສາດ້ານທ່າແຮງ ຂອງແຂວງຫົວພັນ, ຊອກຮູ້ສະພາບການພັດທະນາເສດຖະກິດ-ສັງຄົມ, ຕິດຕາມກວດກາ ບັນດາ ໂຄງການທີ່ກຽ່ວຂອງກັບທີ່ດິນທີ່ຖືກຜົນກະທົບຕໍ່ສິ່ງແວດລ້ອມຢູ່ແຂວງຫົວພັນເພື່ອຊອກຫາວິທີແກ້ໄຂໃນຕໍ່ໜ້າ.
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ປືກສາຫາລື ແລະ ຮັບຮອງເອົາເນື້ອໃນບົດລາຍງານສີ່ງແວດລ້ອມຂອງແຂວງ
- Details
ຕອນແລງວັນທີ່ 4 ມີນາ 2022 ນີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງສໍາເລັດກອງປະຊຸມປືກສາຫາລື ແລະ ຮັບຮອງເອົາເນື້ອໃນບົດລາຍງານສີ່ງແວດລ້ອມຂອງແຂວງຫົວພັນຢູ່ທີ່ ພະແນກຂອງຕົນ ໂດຍການເຂົ້າຮ່ວມຂອງ ທ່ານ ສໍສະຫວັນບານຄໍາມີ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ມີ ເຈົ້າເມືອງ,ຮອງເຈົ້າເມືອງ, ຫົວໜ້າຮອງຫົວໜ້າຫ້ອງການຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມເມືອງ 10 ເມືອງ, ພະນັກງານພາຍໃນພະແນກເຂົ້າຮ່ວມນໍາ.
Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ປືກສາຫາລື ແລະ...
ສຳເລັດພິທີການມອບ-ຮັບວຽກງານຂຶ້ນທະບຽນອອກໃບຕາດິນໃນ 13 ບ້ານເທດສະບານຕົວເມືອງຊຳເຫນືອ ລະຫວ່າງຂະແຫນງຄຸ້ມຄອງທີ່ດິນ ກັບ ຫ້ອງການຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຊຳເໜືອ.
- Details
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສຳເລັດກອງປະຊຸມຈັດພິທີມອບ - ຮັບ ວຽກງານຂຶ້ນທະບຽນອອກໃບຕາດິນໃນ 13 ບ້ານເທດສະບານຕົວເມືອງຊຳເຫນືອ ທີ່ນອນຢູ່ໃນຄວາມຮັບຜິດຊອບ ຂອງພະແນກໃນໄລຍະຜ່ານມາ ມອບໃຫ້ຫ້ອງການ ຊສ ເມືອງຊຳເໜືອຄຸ້ມຄອງສືບຕໍ່ຈັດຕັ້ງປະຕິບັດ ຂື້ນຢູ່ທີ່ຫ້ອງປະຊຸມພະແນກການຂອງຕົນໃນຕອນເຊົ້າ ວັນທີ 02 ມີນາ 2022ນີ້ຢ່າງເປັນທາງການ ພາຍໃຕ້ການເປັນປະທານຮ່ວມ ຂອງທ່ານ ຄໍາຜີວ ສີລາທົນ ຮອງເລຂາພັກເມືອງຜູ້ປະຈຳການ,ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ,ມີຫົວໜ້າ,ຮອງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມເມືອງຊຳເຫນືອ,ພາກສ່ວນກ່ຽວຂ້ອງຂັ້ນແຂວງ,ຂັ້ນເມືອງ ເຂົ້າຮ່ວມເປັນສັກຂີພິຍານນຳ.
Read more: ສຳເລັດພິທີການມອບ-ຮັບວຽກງານຂຶ້ນທະບຽນອອກໃບຕາດິນໃນ 13 ບ້ານເທດສະບານຕົວເມືອງຊຳເຫນືອ...
ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ຂື້ນແຜນກໍານົດ - ພະນັກງານນໍາພາ - ຄຸ້ມຄອງ ແຜນການ 5 ປີ 2021-2025
- Details
ວັນທີ 18 ກຸມພາ 2009 ນີ້, ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ໄດ້ສໍາເລັດກອງປະຊຸມຂື້ນແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ (20212025), ຢູ່ທີ່ຫ້ອງປະຊຸມພະແນກຂອງຕົ້ນ ໂດຍການເປັນປະທານຂອງ ທ່ານ ສໍສະຫວັນ ບານຄໍາມີ ຫົວຫນ້າພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ມີຜູ້ຕ່າງ ຈາກຄະນະຈັດຕັ້ງ, ກວດກາແຂວງ, ພະນັກງານລັດຖະກອນພາຍໃນພະແນກເຂົ້າຮ່ວມ,
ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເຊື່ອມຊືມເອກະສານສຳຄັນ ຂອງຂັ້ນເທີງ3ເອກະສານ
- Details
Page 3 of 18
Latest Articles
- ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023
- ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດການເຊື່ອມຊືມເອກະສານສໍາຄັນຕ່າງໆຂອງສູນກາງພັກ ແລະ ຂອງແຂວງຫົວພັນ
- ສຳເລັດພິທີມອບລົດຟໍຈູນເນີ ແລະ ອຸປະກອນຮັບໃຊ້ຈາກແຜນງານໂຄງການ GIZ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ.
- ຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ແລະ ວຽກງານປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2022.
- ທີມງານຈາກ ອົງການກວດກາລັດ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງ ໄດ້ມາຊຸກຍູ້ ແລະ ເຮັດວຽກ ພົບປະໂອ້ລົມພະນັກງານ-ລັດຖະກອນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ