ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ຕິດຕໍ່ພົວພັນ
  • WebMail

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສໍາເລັດກອງປະຊຸມ ຜ່ານຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ

ວັນທີ 16 – 17 ມີຖຸນາ 2020ນີ້ ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມຜ່ານທາງ ວີດີໂອທາງໄກ ຮ່ວມກັບ ກະຊວງຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຈັດກອງປະຊຸມ ເປີດກ້ວາງເພື່ອຄວາມເປັນເອກະພາບ ແລະ ສຳມະນາກ່ຽວກັບຮ່າງແຜນຈັດສັນທີ່ດິນ, ຄຸ້ມຄອງຄອງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຂອງແຂວງຫົວພັນ ຮ່ວມກັບອົງການປົກຄອງ ແລະ ສະພາປະຊາຊົນແຂວງຫົວພັນ; ໂດຍການເປັນປະທານຂອງທ່ານ ພັນທອງ ເພັດໄຊສົມພັນ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ ຜູ້ຊີ້ນໍາວຽກງານເສດຖະກິດ; ມີທ່ານ ບຸນມີ ພຸດທະວົງ ຮອງລັດຖະມົນຕີ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ມີຕາງໜ້າຈາກກົມທີ່ດິນ ກົມສິ່ງແວດລ້ອມ, ມີບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ, ສະມາຊິກສະພາປະຊາຊົນ ແຂວງຫົວພັນ ເຈົ້າເມືອງ, ຮອງເຈົ້າເມືອງ, ຫົວໜ້າຮອງຫົວໜ້າຫ້ອງການ ຊສ ເມືອງ 10 ເມືອງ ເຂົ້າຮ່ວມ ຢ່າງພ້ອມພຽງ;

Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສໍາເລັດກອງປະຊຸມ ຜ່ານຮ່າງແຜນຈັດສັນທີ່ດິນ,...

ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສໍາເລັດການລົງ ໂຄສະນາສ້າງຈິດສໍານຶກ ກ່ຽວກັບຜົນຮ້າຍຂອງການນໍາໃຊ້ສານ ເຄມີເຂົ້າໃນການຜະລິດກະສິກໍາ ຢູ່ເມືອງສົບເບົາ

ໃນລະຫ່ວາງວັນທີ 9-13 ມີຖຸນາ 2020ທີມງານທີ່ກ່ຽວຂ້ອງຂັ້ນແຂວງປະກອບມີ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ພະແນກ ສາທາລະນະສຸກແຂວງ ພະແນກ ກະສິກໍາ ແລະ ປ່າໄມ້ແຂວງ ສົມທົບກັບຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງ ສົບເບົາໄດ້ລົງໂຄສະນາສ້າງຈິດສໍານຶກກ່ຽວກັບຜົນຮ້າຍຂອງການນໍາໃຊ້ສານເຄມີເຂົ້າໃນການຜະລິດກະສິກໍາ, ພ້ອມທັງເກັບກໍາຂໍ້ມູນເບື່ອງຕົ້ນກ່ຽວກັບການນໍາໃຊ້ສານເຄມີ, ບັນຫາຜົນກະທົບຕໍ່ປະຊາຊົນ, ສີ່ງແວດລ້ອມ ໃນໄລຍະຜ່ານມາ ຢູ່ 3 ບ້ານຄື: ນາໂງ່ນ, ບ້ານ ນໍ້າປົ້ງ, ບ້ານ ວຽງຮັງ ເມືອງ ສົບເບົາ ເຊີງມີຜູ້ເຂົ້າຮ່ວມທັງ ໝົດ 185 ຄົນ ຍີງ 76 ຄົນ.

Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສໍາເລັດການລົງ ໂຄສະນາສ້າງຈິດສໍານຶກ...

ກົມສິ່ງແວດລ້ອມ ສົມທົບ ພະແນກ ຊັບພະຍາກອນທຳມະຊາດ 3 ແຂວງ ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການຕົວເມືອງນໍາໜ້າຂອງອາຊຽນ ຕາມເປົ້າໝາຍການພັດທະນາແບບຍືນຍົງ ດ້ານສິ່ງແວດລ້ອມຂື້ນທີ່ແຂວງຫົວພັນ.

ວັນທີ 11 ມີຖຸນາ 2020​ນີ້ ກົມສິ່ງແວດລ້ອມ ສົມທົບກັບ ພະແນກ ຊັບພະ ຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ ໂຄງການຕົວເມືອງນໍາໜ້າຂອງອາຊຽນຕາມເປົ້າໝາຍການພັດທະນາແບບຍືນຍົງດ້ານສິ່ງແວດລ້ອມ ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ນາງ ຈິດຖະໜອມ ອຸ່ນສີດາ ຮອງຫົວໜ້າກົມສິ່ງແວດລ້ອມກະຊວງຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີ ຜູ້ປະສານງານໂຄງການ ສັ້ນສູນກາງ, ຂັ້ນແຂວງມີ ແຂວງຫົວພັນ, ສະຫັວນນະເຂດ, ຫ້ອງການບໍລິການຕົວເມືອງຫຼວງພະບາງ, ຫ້ອງການຊັບພະຍາ ກອນທຳມະຊາດ ແລະ ສິ່ງ ແວດລ້ອມນະຄອນໄກສອນພົມວິຫານ, ອົງການພັດທະນາ ແລະ ບໍລິຫານຕົວເມືອງຊໍາເໜືອ ເຂົ້າ ຮ່ວມ 20ກ່ວາຄົນ.

Read more: ກົມສິ່ງແວດລ້ອມ ສົມທົບ ພະແນກ ຊັບພະຍາກອນທຳມະຊາດ 3 ແຂວງ ຈັດກອງປະຊຸມ ແລກປ່ຽນບົດຮຽນ ການຈັດຕັ້ງປະຕິບັດ...

ພະແນກຊັບພະຍາກອນແລະ ສິງແວດລ້ອມແຂວງຫົວພັນຈັດພິທີສະເຫຼີມສະຫຼອງວັນສິງແວດລ້ອມແຫ່ງຊາດ ແລະ ວັນສິງແວດລ້ອມໂລກ

ວັນທີ 4 ມິຖຸນາ 2020ນີ້ ພະແນກຊັບພະຍາກອນ ແລະ ສິງແວດລ້ອມແຂວງຫົວພັນ ສົມທົບກັບເມືອງແອດ ຈັດພິທີສະເຫຼີມສະຫຼອງວັນສິງແວດລ້ອມແຫ່ງຊາດ ແລະ ວັນສິງແວດລ້ອມໂລກຂື້ນ ທີເດິນເດີນອະນຸສອນສະຖານເມືອງແອດ ໂດຍການເຂົ້າຮ່ວມຂອງທ່ານພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ແຂວງຫົວພັນ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ 3 ເມືອງຄື: ເມືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ, ພະນັກງານ, ປະຊາຊົນ, ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ.

     ໃນພິທີໄດ້ຮັບຟັງປະຫວັດຄວາມເປັນມາ ຂອງວັນສິງແວດລ້ອມເຊິງໃນປີ 1972 ກອງປະຊຸມສຸດຍອດໂລກກຽ່ວກັບສິງແວດລ້ອມຂອງມະນຸດ ໄດ້ຮັບຮອງເອົາ ການສຶກສາສິງແວດລ້ອມ ສຳລັບທຸກຄົນໂດຍສະເພາະແມ່ນເດັກນ້ອຍ ແລະ ໄວ້ຫນຸ່ມ ເຊິງເປັນເວທີສົ່ງເສີມວຽກງານການສືກສາ ດ້ານສິງແວດລ້ອມເປັນປະຫວັດສາດ ແລະຍັງໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິງແວດລ້ອມໂລກມາເຖິງປັດຈຸບັນຄົບຮອບ 48 ປີ ແລະ ສປປ ລາວກໍ່ໄດ້ຖືເອົາວັນທີ 5 ມິຖຸນາ ປີ 1999 ເປັນວັນສິງແວດລ້ອມແຫ່ງຊາດເຖິງປະຈຸບັນຄົບຮອບ 21 ປີ. ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ ຊັບພະຍາກອນ ແລະ ທຳມະຊາດ ແຂວງຫົວພັນໃຫ້ຮູ້ຄວາມໝາຍ, ຄວາມສຳຄັນຂອງວັນດັ່ງກ່າວເພຶ່ອເປັນການສ້າງສະຕິຮັກ, ຫວງແຫ້ນໃນການປົກປັກຮັກສາ, ພັດທະນາປ່າໄມ້, ທີດິນ ແລະ ສິງແວດລ້ອມ.

Read more: ພະແນກຊັບພະຍາກອນແລະ ສິງແວດລ້ອມແຂວງຫົວພັນຈັດພິທີສະເຫຼີມສະຫຼອງວັນສິງແວດລ້ອມແຫ່ງຊາດ ແລະ ວັນສິງແວດລ້ອມໂລກ

ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດການມອບປ້າຍຄໍາຂັວນ ໃຫ້ ບັນດາໂຮງຮຽນເທດສະບານ ເພື່ອແຂ່ງຂັນກັນ ສ້າງໂຮງຮຽນໃຫ້ເປັນໂຮງຮຽນ ຂຽວ ສະອາດ ແລະ ງາມຕາ

ວັນທີ 2 ມີຖຸນາ 2020ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສົມທົບກັບ ອົງການ ພັດທະນາ ແລະ ບໍລິຫານຕົວເມືອງຊໍາເໜືອ ລົງມອບປ້າຍ ທີ່ມີຊື່ວ່າ" ອອກແຮງແຂ່ງຂັນ ເສີມຂະ ຫຍາຍ ຫົວຄິດປະດິດສ້າງ ເພຶ່ອສ້າງໂຮງຮຽນ ໃຫ້ກາຍເປັນໂຮງຮຽນ ຂຽວ ສະອາດ ແລະ ງາມຕາ. ນຳທີມໂດຍ ທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ, ອຳນວຍການໂຮງຮຽນ ພ້ອມດ້ວຍນ້ອງນັກຮຽນ ທັງ 4 ໂຮງຮຽນ ເຂົ້າຮ່ວມຢ່າງພ້ອມພຽງ.

Read more: ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດການມອບປ້າຍຄໍາຂັວນ ໃຫ້...

  1. ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສົມທົບກັບ ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ລົງເຄືອນໄຫວ ແລະ ເຮັດວຽກ ຢູ່ເມືອງ ຊໍາໃຕ້, ແຂວງ ຫົວພັນ
  2. ທີມງານໂຄສະນາສ້າງຈິດສໍານຶກ ຂັ້ນແຂວງ ລົງໂຄສະນາກ່ຽວກັບ ຜົນຮ້າຍຂອງການນໍາໃຊ້ສານ ເຄມີເຂົ້າໃນການຜະລິດກະສິກຳ
  3. ພະແນກ ຊສ ແຂວງ ສົມທົບກັບຫ້ອງການ ຊສ ເມືອງ ຫົວເມືອງ ລົງປະຊາສຳພັນ ຂັ້ນຕອນການຂື້ນທະບຽນອອກໃບຕາດິນ
  4. ພຊສ ແຂວງຫົວພັນ ສະຫຼຸບຜົນການປະເມີນລັດຖະກອນ ປີ2019

Page 4 of 7

  • 1
  • 2
  • 3
  • 4
  • ...
  • 6
  • 7
  • You are here:  
  • Home

Latest Articles

  • ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 60%.
  • ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງຫົວພັນ ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຢູ່ 5 ບ້ານ ແລະ 1 ໂຮງຮຽນຂອງເມືອງວຽງໄຊ.
  • ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ.
  • ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ​ VIII​
  • ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນຕີລາຄາວຽກງານຮອບດ້ານ
049520
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
47
157
47
48303
4571
5894
49520

Your IP: 3.227.208.0
2021-04-18 05:37
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2021 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ