ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສົມທົບກັບ ບໍລິສັດ ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ລົງເຄືອນໄຫວ ແລະ ເຮັດວຽກ ຢູ່ເມືອງ ຊໍາໃຕ້, ແຂວງ ຫົວພັນ
ວັນທີ 27-28 ພຶດສະພາ 2020 ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງ ສົມທົບກັບ ກຸ່ມບໍລິສັດ ພົງຊັບທະວີ ຈຳກັດ ໃນນາມຜູ້ພັດທະນາໂຄງການເຂື່ອນໄຟຟ້າ ນໍ້າຊໍາ 1 ແລະ 3 ແລະ ພາກສ່ວນກ່ຽວຂ້ອງຂັ້ນແຂວງ ລົງເຄື່ອນໄຫວ ການຈັດຕັ້ງປະຕິບັດວຽກງານຄຸ້ມຄອງິ່ງແວດລ້ອມ ແລະ ຊົດເຊີຍຜົບກະທົບໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າຊໍາ 1 ແລະ 3 ຢູ່ເມືອງຊໍາໃຕ້ ແຂວງຫົວພັນ ນຳພີມໂດຍ ທ່ານ ພັນທອງ ເພັດໄຊສົມພັນ ຮອງເລຂາພັກແຂວງ ຮອງເຈົ້າແຂວງ ແຂວງຫົວພັນ, ທ່ານ ສະຖຽນ ວັນນະສຸກ ກໍາມະການພັກແຂວງ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ມີພາກສ່ວນກ່ຽວຂ້ອງ ຂັ້ນແຂວງ, ເມືອງຊໍາໃຕ້ເຂົ້າຮ່ວມ ຢ່າງພ້ອມພຽງ.
ທີມງານໂຄສະນາສ້າງຈິດສໍານຶກ ຂັ້ນແຂວງ ລົງໂຄສະນາກ່ຽວກັບ ຜົນຮ້າຍຂອງການນໍາໃຊ້ສານ ເຄມີເຂົ້າໃນການຜະລິດກະສິກຳ
ໃນລະຫວ່າງວັນທີ 25- 29 ພຶດສະພາ 2020 ທີມງານທີ່ກ່ຽວຂ້ອງຂັ້ນແຂວງ ປະກອບມີພະແນກ ຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ພະແນກ ກະສິກຳ ແລະ ປ່າໄມ້, ພະແນກ ສາທາລະນະສຸກ ແຂວງຫົວພັນ ສົມທົບກັບ ຫ້ອງການ ຊສ ເມືອງຫົວເມືອງ ໄດ້ລົງໂຄສະນາສ້າງຈິດສໍານຶກ ກ່ຽວກັບ ຜົນຮ້າຍຂອງການ ນໍາໃຊ້ສານເຄມີ ເຂົ້າໃນການຜະລິດກະສິກຳ, ພ້ອມທັງເກັບກຳຂໍ້ມູນ ເບື້ອງຕົ້ນ ກ່ຽວກັບປະຫວັດການນໍາໃຊ້ສານເຄມີ, ບັນຫາຜົນກະທົບຕໍ່ກັບປະຊາຊົນ ແລະ ສິ່ງແວດລ້ອມໃນໄລຍະຜ່ານມາ ຢູ່ 7 ບ້ານ ຄື: ບ້ານນໍ້າຕີບ, ບ້ານໂຮມພັນ, ບ້ານໂຮມທອງ, ບ້ານສົບລາບ, ບ້ານໝໍ້, ບ້ານພຽງດີ ແລະ ບ້ານສົ້ນຂົວ ຊຶ່ງລວມມີຜູ້ເຂົ້າຮ່ວມທັງໝົດ 308 ຄົນ, ຍິງ 138ຄົນ.
Read more: ທີມງານໂຄສະນາສ້າງຈິດສໍານຶກ ຂັ້ນແຂວງ ລົງໂຄສະນາກ່ຽວກັບ ຜົນຮ້າຍຂອງການນໍາໃຊ້ສານ...
ພະແນກ ຊສ ແຂວງ ສົມທົບກັບຫ້ອງການ ຊສ ເມືອງ ຫົວເມືອງ ລົງປະຊາສຳພັນ ຂັ້ນຕອນການຂື້ນທະບຽນອອກໃບຕາດິນ
ພຊສ ແຂວງຫົວພັນ ສະຫຼຸບຜົນການປະເມີນລັດຖະກອນ ປີ2019
ທ່ານ ຮອງລັດຖະມົນຕີ ໂອລົມ ອ້າຍນ້ອງພະນັກງານລັດຖະກອນ ພາຍໃນພະແນກ ຊສ ແຂວງ
ເວລາ 14:30 ທີ່ຫ້ອງປະຊຸມ ພະແນກ ຊສ ແຂວງຫົວພັນ;ໂດຍ ການເປັນປະທ່ານ ຮ່ວມ ຂອງທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສໍາຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ ທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊສ ແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ພະນັກງານລັດຖະກອນ ພາຍໃນພະແນກ ແລະ ຫ້ອງການ ຊສ ເມືອງ ຊໍາເໜືອ ເຂົ້າຮ່ວມ 40 ກ່ວາຄົນ.
Read more: ທ່ານ ຮອງລັດຖະມົນຕີ ໂອລົມ ອ້າຍນ້ອງພະນັກງານລັດຖະກອນ ພາຍໃນພະແນກ ຊສ ແຂວງ
Page 5 of 7
Latest Articles
- ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 60%.
- ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງຫົວພັນ ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຢູ່ 5 ບ້ານ ແລະ 1 ໂຮງຮຽນຂອງເມືອງວຽງໄຊ.
- ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ.
- ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ VIII
- ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນຕີລາຄາວຽກງານຮອບດ້ານ