ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ກ່ຽວກັບ ຫຊສ
    • ທີ່ຕັ້ງ ແລະ ພາລະບົດບາດ ຫຊສ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ນິຕິກໍາ
    • ລັດຖະທໍາມະນູນ
    • ລັດຖະບັນຍັດ
    • ດໍາລັດ
    • ກົດໝາຍ
    • ຂໍ້ຕົກລົງ
    • ຄໍາສັ່ງ
  • ຕິດຕໍ່ພົວພັນ
  • WebMail

ຫົວໜ້າພະແນກຜູ້ໃໝ່ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ 2021

Details
Published: 10 August 2021

         ໃນລະຫວ່າງວັນທີ 10-13​ ສິງຫາ​ 2021 ຜ່ານມານີ້,ທີມງານພະແນກ ຊ ສ ແຂວງຫົວພັນ ນຳໂດຍ: ທ່ານ​ ສໍສະຫວັນ​ ບານຄໍາມີ ເລຂາຄະນະພັກຮາກຖານ,​ຫົວໜ້າພະແນກຊັບ ພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ​ ຜູ້ໃໝ່ ໄດ້ລົງແນະນໍາຕົວ ແລະ​ ຊຸກຍູ້ການຈັດຕັ້ງປະຕິບັດວຽກງານ​ຢູ່ບັນດາ ເມືອງເປັນຕົ້ນແມ່ນຫ້ອງການ ຊສ​ ເມືອງວຽງໄຊ,​ເມືອງຊໍາໃຕ້ ແລະ​ ເມືອງກວັນ ຮ່ວມກັບບັນດາທ່ານຫົວໜ້າ  8​ ຂະແໜງການພາຍໃນພະແນກ ຂອງຕົນ.

Read more: ຫົວໜ້າພະແນກຜູ້ໃໝ່ລົງຊຸກຍູ້ການຈັດຕັ້ງປະຕິບັດວຽກງານຮອບດ້ານ 6 ເດືອນຕົ້ນປີ ແລະ ວາງແຜນການ 6 ເດືອນທ້າຍປີ...

ຫ້ອງການ ກຊສ ລົງຊຸກຍູ້ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນທ້ອງຖິ່ນ

Details
Published: 09 August 2021

  ວັນທີ່ 09 ສິງຫາ 2021  ຢູ່ທີ່ຫ້ອງປະຊຸມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ຫ້ອງການ ກະຊວງ ສົມທົບ ພະແນກ ຊສ ແຂວງ ຫົວພັນຈັດກອງປະຊຸມ ປຶກສາຫາລື ແລກປ່ຽນບົດຮຽນ ວຽກງານ ຊສ ຈຸດປະສົງ ແມ່ນມາຊຸກຍູ້ວຽກງານ ການຄຸ້ມຄອງ ຂື້ນບັນຊີຊັບສິນຂອງລັດ, ວຽກງານ ສົ່ງເສີມຄວາມກ້າວຫນ້າຂອງແມ່ຍິງ ແລະ ເດັກນ້ອຍ, ວຽກງານ ການປັບປຸງຂໍ້ມູນເວບໄຊ ແລະ ວິທີການເກັບຮັກສາແບບອີເລັກໂຕຼນິກລະບົບປະຊຸມທາງໄກ, ການແນະນຳວິທີນຳໃຊ້ໂປຼແກມ ຂາເຂົ້າ-ຂາອອກບໍລິຫານທາງລັດຖະການເພື່ອເອກະພາບ ບັນດາຖານຂໍ້ມູນ,ບັນຊີ ແລະ ເວັບໄຊ໌ ເປັນເວລາ 1 ວັນເຕັມ ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊສ ແຂວງຫົວພັນ ແລະ ເປັນກຽດເຂົ້າຮ່ວມ ຂອງ ທ່ານ ສົມອຸລາ ຍະພິຈິດ ຫົວຫນ້າ ພະແນກ ຂ່າວສານ ແລະ ອິນເຕີເນັດ ຫ້ອງການ ກຊສ ພ້ອມດ້ວຍຄະນະທີມງານ,ມີພະນັກງານ-ລັດຖະກອນຂອງຂະແໜງການທີ່ກ່ຽວຂ້ອງຂັ້ນພະແນກເຂົ້າຮ່ວມທັງຫມົດ 20 ຄົນ,ຍິງ 10 ຄົນ,

Read more: ຫ້ອງການ ກຊສ ລົງຊຸກຍູ້ວຽກງານຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ຂັ້ນທ້ອງຖິ່ນ

ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດການເຊື່ອມຊືມເອກະສານສໍາຄັນຕ່າງໆຂອງກົມການເມືອງສູນກາງພັກ ແລະ ຂອງແຂວງຫົວພັນ.

Details
Published: 09 August 2021

    ວັນທີ່ 05 ສິງຫາ 2021 ນີ້ ພະແນກຊັບພະຍາກອນ ທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນໄດ້ຈັດກອງປະຊຸມ ເຊື່ອມຊືມບັນດາມະຕິ,ນິຕິກຳ ແລະ ເອກະສານສຳຄັນຕ່າງໆ ຂອງຂັ້ນເທິງ ຢູ່ ທີ່ພະແນກການ ຂອງຕົນ ເປັນເວລາ 1 ວັນ,ພາຍໃຕ້ການເປັນປະທານ ຂອງທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ, ມີບັນດາ ທ່ານຄະນະພະແນກ,ຫົວໜ້າ,ຮອງຫົວໜ້າຂະແໜງ ຕະຫຼອດຮອດ ພະນັກງານ - ລັດຖະກອນ  ພາຍໃນພະແນກ ຂອງຕົນເຂົ້າຮ່ວມທັງຫມົດ 54 ກວ່າຄົນ ,ຍິງ 24 ຄົນ ຢ່າງພ້ອມພຽງ.

Read more: ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ...

ໜ່ວຍພັກທີ່ດິນ ຂື້ນກັບຮາກຖານພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດພິທີຮັບເອົາ ສະມາຊິກພັກສຳຮອງ

Details
Published: 06 August 2021

ໃນຕອນເຊົ້າວັນທີ່ 06 ສິງຫາ 2021 ນີ້ ຫນ່ວຍພັກທີ່ດິນ ທີ່ຂື້ນກັບ ຮາກ ຖານພັກພະແນກ ຊ ສ ແຂວງຫົວພັນ ໄດ້ຈັດພິທີ ຮັບເອົາມະຫາຊົນ ກ້າວຫນ້າເຂົ້າເປັນສະມາຊິກພັກສຳຮອງ ຈຳນວນ 1 ສະຫາຍ ຄື: ສະຫາຍ ນາງ ຄິດສະຫມອນ ອິນທະບົວລີ  ຢູ່ທີ່ຫ້ອງປະຊຸມ ພະແນກ ຂອງຕົນ. ໂດຍການເຂົ້າ ຮ່ວມເປັນປະທານ ຂອງສະຫາຍ ສໍສະຫວັນ ບານຄຳມີ ,ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມແຂວງຫົວພັນ, ມີສະຫາຍຄະນະພັກຮາກຖານ,ອົງການຈັດຕັ້ງພາຄີ,ສະຫາຍເລຂາຫນ່ວຍພັກ ພ້ອມດ້ວຍສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 15 ສະຫາຍ.

Read more: ໜ່ວຍພັກທີ່ດິນ ຂື້ນກັບຮາກຖານພັກ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ຈັດພິທີຮັບເອົາ...

ສຳເລັດຊຸດຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ ( LUIS V2.0 )

Details
Published: 05 August 2021

 ໃນວັນທີ 2-5 ສິງຫາ 2021 ຜ່ານມານີ້ ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ,ໄດ້ເປີດຊຸດຝຶກອົບຮົມ ການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ ( LUIS V2.0 ) ຂື້ນທີ່ຫ້ອງປະຊຸມພະແນກການດັ່ງກ່າວ ພາຍໃຕ້ການເປັນປະທານ ຂອງທ່ານ : ແກ້ວປະສິດ ນຶກມະນີວົງ ຮອງຫົວຫນ້າ ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ມີຜູ້ເຂົ້າຮ່ວມມາຈາກກົມທີ່ດິນ ກຊສ, ກົມຄຸ້ມຄອງ ແລະ ພັດທະນາທີ່ດິນກະສິກໍາ ກະຊວງກະສິກໍາ ແລະ ປ່າໄມ້, ພະແນກ ກະສິກໍາ ແລະ ປ່າໄມ້ ແຂວງຫົວພັນ, ພະແນກ ຊ ສ ແຂວງຫົວພັນ, ຫ້ອງການ ຊສ ເມືອງ ແອດ, ຫົວເມືອງ ແລະ ເມືອງຊ່ອນ, ຫ້ອງການກະສິກຳ ແລະ ປ່າໄມ້ເມືອງແອດ, ຫົວເມືອງ ແລະ ເມືອງຊ່ອນ, ກອງຄຸ້ມຄອງອຸທິຍານແຫ່ງຊາດນໍ້າແອດ - ພູເລີຍ ແລະ ທີ່ປືກສາໂຄງການ GIZ, ເຊິງບຸກຄະລາກອນເຂົ້າຮ່ວມຝືກອົບຮົມຄັ້ງນີ້ມີທັງຫມົດ 20 ກວ່າທ່ານ ໄດ້ດໍາເນີນຊຸດຝຶກອົບຮົມເປັນເວລາ 4 ວັນເຕັມຈິ່ງສໍາເລັດ.

Read more: ສຳເລັດຊຸດຝຶກອົບຮົມການນໍາໃຊ້ ລະບົບຖານຂໍ້ມູນຈັດສັນທີ່ດິນ ( LUIS V2.0 )

  1. ກອງປະຊຸມປືກສາຫາລືກ່ຽວກັບວຽກງານຄຸ້ມຄອງການນຳໃຊ້ນ້ຳ ແລະ ຜ່ານແບບຟອມເກັບກຳຂໍ້ມູນການນຳໃຊ້ນ້ຳ
  2. ກອງປະຊຸມ ປຶກສາຫາລືເກັບກຳຂໍ້ມູນ ໃນການສ້າງຖານຂໍ້ມູນ ແລະ ເວບໄຊ໌ ກົມຄວບຄຸມ ແລະ ຕິດຕາມກວດກາມົນລະພິດກະຊວງ ຊສ
  3. ກອງປະຊຸມ ຮັບຮອງບົດລາຍງານສະພາບມົນລະພິດ ຂອງແຂວງຫົວພັນ
  4. ສະຫະພັນແມ່ຍິງ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງແມ່ຍິງລາວ ຄົບຮອບ 66 ປີ

Page 8 of 18

  • 3
  • 4
  • ...
  • 6
  • 7
  • 8
  • 9
  • ...
  • 11
  • 12
  • You are here:  
  • Home

Latest Articles

  • ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023
  • ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດການເຊື່ອມຊືມເອກະສານສໍາຄັນຕ່າງໆຂອງສູນກາງພັກ ແລະ ຂອງແຂວງຫົວພັນ
  • ສຳເລັດພິທີມອບລົດຟໍຈູນເນີ ແລະ ອຸປະກອນຮັບໃຊ້ຈາກແຜນງານໂຄງການ GIZ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ.
  • ຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ແລະ ວຽກງານປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2022.
  • ທີມງານຈາກ ອົງການກວດກາລັດ, ຄະນະຈັດຕັ້ງແຂວງ, ຄະນະໂຄສະນາອົບຮົມແຂວງ ແລະ ຫ້ອງວ່າການແຂວງ ໄດ້ມາຊຸກຍູ້ ແລະ ເຮັດວຽກ ພົບປະໂອ້ລົມພະນັກງານ-ລັດຖະກອນ ຂອງພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ
033781
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
150
203
900
31584
431
5428
33781

Your IP: 44.212.99.248
2023-02-03 14:42
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ