ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ
Toggle Navigation
  • ຫນ້າຫລັກ
  • ກ່ຽວກັບ ພຊສ
    • ທີ່ຕັ້ງ ແລະ ພາລະບົດບາດ
    • ຫນ້າທີ່
    • ຂອບເຂດສິດ
    • ໂຄງປະກອບການຈັດຕັ້ງ
      • ຄະນະນຳ ພຊສ
      • ຂະແໜງ ບໍລິຫານ ແລະ ການເງິນ
      • ຂະແໜງ ແຜນການ-ສະຖິຕິ ແລະ ຂໍ້ມູນຂ່າວສານ
      • ຂະແໜງ ຈັດຕັ້ງ ແລະ ພະນັກງານ
      • ຂະແໜງ ກວດກາ
      • ຂະແໜງ ທີ່ດິນ
      • ຂະແໜງ ຊັບພະຍາກອນນໍ້າ ແລະ ອຸຕຸນິຍົມ
      • ຂະແໜງ ສິ່ງແວດລ້ອມ ແລະ ການປ່ຽນແປງດິນຟ້າອາກາດ
      • ຂະ​ແໜງ ​ຕິດ​ຕາມກວດ​ກາ ​ຊັບ​ພະ​ຍາ​ກອນ​ທຳ​ມະ​ຊາດ ແລະ ສິ່ງ​ແວດ​ລ້ອມ
  • ກ່ຽວກັບ ຫຊສ
    • ທີ່ຕັ້ງ ແລະ ພາລະບົດບາດ ຫຊສ
  • ຂ່າວສານ ປະຊາສຳພັນ
    • ປະກາດແຈ້ງການ
  • ຫນ້າເຊື່ອມໂຍ່ງເວບໄຊ
  • ນິຕິກໍາ
    • ລັດຖະທໍາມະນູນ
    • ລັດຖະບັນຍັດ
    • ດໍາລັດ
    • ກົດໝາຍ
    • ຂໍ້ຕົກລົງ
    • ຄໍາສັ່ງ
  • ຕິດຕໍ່ພົວພັນ
  • WebMail

ພະແນກຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມ ມອບອຸປະກອບເຄື່ອງຮັບໃຊ້ໃຫ້ແກ່ຫ້ອງວ່າການປົກຄອງ ເມືອງສົບເບົາແຂວງຫົວພັນ

Details
Published: 18 May 2021

ຕອນເຊົ້າ ວັນທີ 10 ພືດສະພາ 2021 ນີ້ ຢູ່ທີ່ພະແນກຊັບພະຍາກອນທຳມະ ຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ໄດ້ຈັດພິທີ ມອບ-ຮັບເຄື່ອງ ອຸປະກອນນຳໃຊ້ໃຫ້ຫ້ອງວ່າການປົກຄອງເມືອງສົບເບົາ ແຂວງຫົວພັນ ເຊິ່ງລວມມີຄອມພິວເຕີໂນດບຸກຈຳນວນ 2 ຊຸດ ເປັນທືນສົມທົບພະແນກລວມມູນຄ່າ 6 ລ້ານກວ່າກີບ. ຕາງໜ້າມອບໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວຫນ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ, ທ່ານ ໄຊຍະແສງ ຊົງຢົງຢາ ກຳມະການພັກແຂວງ ເລຂາຄະນະບໍລິຫານງານພັກເມືອງ ເຈົ້າເມືອງໆສົບເບົາ ເປັນຜູ້ກ່າວຮັບ. ມີເຂົ້າຮ່ວມຈາກບັນດາທ່ານ ຫົວໜ້າ, ຄະນະພະແນກ;ຫົວຫນ້າ,ຮອງ ຂະແຫນງ, ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະແນກ ເຂົ້າຮ່ວມເປັນສັກຂີພະຍານນຳ.

 

ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສຳເລັດການລົງຕິດຕາມຊຸກຍູ້ຂົງເຂດວຽກງານ ຊສ ຢູ່ 3 ເມືອງ

Details
Published: 18 May 2021

ລະຫ່ວາງວັນທີ 10-11 ພືດສະພາ 2021 ນີ້ ຄະນະທີມງານທີ່ກ່ຽວຂ້ອງ ພາຍໃນພະແນກ ຊັບພະຍາ ກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ນຳໂດຍ ທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກຮາກຖານ ຫົວໜ້າພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານ ໄດ້ເຄື່ອນໄຫວລົງຊຸກຍູ້ຂົງເຂດວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ຢູ່ 3 ເມືອງຄື: ເມືອງວຽງໄຊ, ເມືອງ ຊຳໃຕ້ ແລະ ເມືອງກັວນ.ຈຸດປະສົງໃນການລົງຊຸກຍູ້ວຽກງານຄັ້ງນີ້ເພື່ອຊຸກຍູ້ຕິດຕາມການຂື້ນທະບຽນ-ພິສູດຫຼັກຖານ ແລະອອກໃບຕາດິນ,ພ້ອມທັງມອບເຄື່ອງອຸປະກອນເປັນຕົ້ນຄອມພີວເຕີແບບຕັ່ງໂຕະ,ໂນດບຸກ ເເລະ ເງິນຈຳນວນຫນື່ງເພື່ອຮັບໃຊ້ເຂົ້າໃນການຈັດ ຕັ້ງປະຕິບັດຂົງເຂດວຽກງານ ຊສ,ທັງແນະນໍາບາງວຽກງານວິຊາສະເພາະໃນນັ້ນໄດ້ມອບເງິນໃຫ້ເມືອງວຽງໄຊຈຳນວນ 10 ລ້ານກວ່າກີບ;ເມືອງຊຳໃຕ້ ມີຄອມແບບຕັ້ງໂຕະແລະແບບໂນດບຸກແນວລະ 1 ຊຸດ ພ້ອມເງິນ 9 ລ້ານກວ່າກີບ,ສ່ວນເມືອງກັວນ ມີເຄື່ອງອຸປະກອບຮັບໃຊ້ເປັນຕົ້ນຄອມຕັ້ງໂຕຈຳນວນ 2 ຊຸດແລະເງິນ 9 ລ້ານກວ່າກີບ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະ ຕິບັດວຽກງານຊັບພະຍາກອນທຳມະຊາດ ແລະສິ່ງແວດລ້ອມຂັ້ນເມືອງ.

Read more: ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ ສຳເລັດການລົງຕິດຕາມຊຸກຍູ້ຂົງເຂດວຽກງານ ຊສ ຢູ່ 3...

ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 60%.

Details
Published: 18 May 2021

ວັນທີ 05 ເມສາ 2021​ ນີ້ ກົມແຜນການ ແລະ​ການເງິນ​ ກະຊວງ​ ຊສ ມາສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ແລະ ບໍລິສັດຮັບເໝົາກໍ່ສ້າງລົງ​ຕິດຕາມ,​ ກວດກາການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງຮ້ຽມ; ນຳທີມໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ​ແລະ​ທ່ານສຸກສະໝອນ ປະຖັມມະວົງ ຮອງຫົວໜ້າກົມແຜນການ ແລະການເງິນ ກະຊວງ​ ຊສ​ ພ້ອມດ້ວຍທີມງານກະຊວງ, ແຂວງ,​ເມືອງ​ ເຂົ້າຮ່ວມ 10 ກ່ວາຄົນ.

Read more: ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 60%.

ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງຫົວພັນ ລົງເຄື່ອນໄຫວຈັດຕັ້ງປະຕິບັດວຽກໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຢູ່ 5 ບ້ານ ແລະ 1 ໂຮງຮຽນຂອງເມືອງວຽງໄຊ.

Details
Published: 05 April 2021

ວັນທີ 29 - 31 ມີນາ 2021 ຜ່ານມານີ້, ທີມງານ ໂຄສະນາສ້າງຈິດສໍານຶກ ດ້ານສິ່ງແວດລ້ອມ ຂັ້ນແຂວງ ສົມທົບຫ້ອງການຊສ ເມືອງວຽງໄຊ, ອຳນາດການປົກຄອງບ້ານ, ໂຮງຮຽນ ເພື່ອຈັດຕັ້ງເຜີຍແຜ່ສ້າງຈິດສຳນຶກດ້ານສິ່ງແວດລ້ອມ ຢູ່ທີ່ສະໂມສອນບ້ານ ບັກ, ບ້ານາໄກ່, ບ້ານລ້ອງກູ້, ບ້ານວຽງໄຊ,ບ້ານພູໄຊ ແລະໂຮງຮຽນສາມັນກິນນອນຊົນເຜົ່າ ເມືອງວຽງໄຊ , ໂດຍການເຂົ້າຮ່ວມຂອງທ່ານ ສີປະເສີດ ສີສົມບັດ ຮອງຫົວໜ້າຂະ ແໜງ ສິ່ງແວດລ້ອມ ພະແນກ ຊສ ແຂວງ, ມີທ່ານ ແສງເງິນ ແຜງພູວັນ ຮອງຫົວໜ້າຫ້ອງການ ຊສ ເມືອງວຽງໄຊ ມີພາກສ່ວນທີ່ກ່ຽວຂັ້ນແຂວງ, ເມືອງວຽງໄຊ ພ້ອມດ້ວຍອຳນວຍການໂຮງຮຽນ, ອຳນາດການປົກຄອງບ້ານ ແລະ ປະຊາຊົນພາຍໃນ 5 ບ້ານ ແລະ 1ໂຮງຮຽນ ເຂົ້າຮ່ວມ 882 ຍິງ 390ຄົນ.

Read more: ພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ແຂວງຫົວພັນ...

ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ.

Details
Published: 17 March 2021

ໃນວັນທີ 11 ມີນາ 2021 ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x ຂອງອົງຄະນະພັກແຂວງຫົວພັນ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ເລຂາຄະນະພັກ ຮາກຖານ ຫົວໜ້າພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມແຂວງ, ມີພະນັກງານ - ລັດຖະກອນພາຍໃນພະແນກ ເຂົ້າຮ່ວມຈໍານວນ 48 ທ່ານ ຍີງ 23 ທ່ານ 

Read more: ພະແນກຊັບພະຍາກອນທໍາມະຊາດ ແລະ ສີ່ງແວດລ້ອມ ແຂວງ ຈັດກອງປະຊຸມເຊື່ອມຊືມເອກະສານກອງປະຊຸມໃຫ່ຍຄັ້ງທີ່ x...

  1. ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດພິທີເຜີຍແຜ່ມະຕິກອງປະຊຸມໃຫຍ່ຜູ້ແທນກຳມະບານລາວທົ່ວປະເທດ ຄັ້ງທີ​ VIII​
  2. ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນຕີລາຄາວຽກງານຮອບດ້ານ
  3. ຄະນະກໍາມະການສິ່ງແວດລ້ອມແຂວງຫົວພັນສຳເລັດກອງປະຊຸມຄົບຄະນະກຳມະການສິ່ງແວດລ້ອມ ຂັ້ນແຂວງ ປະຈຳປີ2020 ແລະ ວາງທິດທາງແຜນການປີ 2021.
  4. ຊົມເຊີຍນາມມະຍົດທຸງໄຊນຳໜ້າ ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ

Page 12 of 18

  • 7
  • 8
  • 9
  • ...
  • 11
  • 12
  • 13
  • 14
  • ...
  • 16
  • You are here:  
  • Home

Latest Articles

  • ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດກອງປະຊຸມເຜີຍແຜ່ກົດຫມາຍວ່າດ້ວຍທີ່ດິນສະບັບປັບປຸງໃຫ່ມ
  • ກອງປະຊຸມສະຫຼຸບການຈັດຕັ້ງປະຕິບັດວຽກງານຊັບພະຍາກອນທຳມະຊາດ ແລະ ສີ່ງແວດລ້ອມປະຈຳປີ 2022 ແລະ ທິດທາງແຜນການປະຈຳປີ 2023
  • ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສໍາເລັດການເຊື່ອມຊືມເອກະສານສໍາຄັນຕ່າງໆຂອງສູນກາງພັກ ແລະ ຂອງແຂວງຫົວພັນ
  • ສຳເລັດພິທີມອບລົດຟໍຈູນເນີ ແລະ ອຸປະກອນຮັບໃຊ້ຈາກແຜນງານໂຄງການ GIZ ໃຫ້ພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນ.
  • ຮາກຖານຊາວໜຸ່ມ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ສຳເລັດກອງປະຊຸມ ສະຫຼຸບການຈັດຕັ້ງປະຕິບັດວຽກງານຊາວໜຸ່ມຮອບດ້ານ ແລະ ວຽກງານປະເມີນເນື້ອໃນຂໍ້ແຂ່ງຂັນ 4 ບຸກປະຈຳປີ 2022.
044269
ມື້ນີ້
ມື້ວານ
ອາທິດນີ້
ອາທິດກ່ອນ
ເດືອນນີ້
ເດືອນກ່ອນ
ທັງຫມົດ
159
257
1024
41766
6627
4292
44269

Your IP: 34.232.63.94
2023-03-31 16:37
Visitors Counter

Login Form

  • Forgot your username?
  • Forgot your password?

Back to Top

© 2023 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງ ຫົວພັນ