ວັນທີ 05 ເມສາ 2021 ນີ້ ກົມແຜນການ ແລະການເງິນ ກະຊວງ ຊສ ມາສົມທົບກັບພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ແລະ ບໍລິສັດຮັບເໝົາກໍ່ສ້າງລົງຕິດຕາມ, ກວດກາການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດ ລ້ອມ ເມືອງຮ້ຽມ; ນຳທີມໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງຫົວພັນແລະທ່ານສຸກສະໝອນ ປະຖັມມະວົງ ຮອງຫົວໜ້າກົມແຜນການ ແລະການເງິນ ກະຊວງ ຊສ ພ້ອມດ້ວຍທີມງານກະຊວງ, ແຂວງ,ເມືອງ ເຂົ້າຮ່ວມ 10 ກ່ວາຄົນ.
ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງໃນວັນທີ 26/01/2021; ເປັນອາຄານວິນລາຊັ້ນດຽວ, ຂະໜາດ 20 x 15 ແມັດ, ໃນອາຄານມີ 6 ຫ້ອງ ໃນນັ້ນ, ມີຫ້ອງປະຊຸມ 1 ຫ້ອງ,ຫ້ອງເຮັດວຽກ 5 ຫ້ອງ ແລະ ມີຫ້ອງນໍ້າ 2 ຫ້ອງ; ເຊິ່ງໄດ້ຮັບທຶນຈາກໂຄງການຄຸ້ມຄອງຊັບພະຍາກອນນໍ້າແບບເຊື່ອມສານໃນຂົງເຂດແມ່ນໍ້າຂອງຕອນລຸ່ມ ທີ່ທະນາຄານໂລກເປັນຜູ້ໃຫ້ທຶນ ໃນມູນຄ່າ 835,835,000 ກີບ ໂດຍແມ່ນພະແນກຊັບພະຍາ ກອນທຳ ມະຊາດ ແລະ ສິ່ງແວດລ້ອມແຂວງ ເປັນເຈົ້າຂອງໂຄງການ ແລະ ມອບໃຫ້ບໍລິສັດຄູນຄໍາກໍ່ສ້າງ ແລະ ສ້ອມແປງເຄຫາສະຖານຈໍາກັດ ເປັນຜູ້ຮັບເໝົາກໍ່ສ້າງ, ມາຮອດປະຈຸບັນສາມາດກໍ່ສ້າງໄດ້ 60 % ຂອງໜ້າວຽກທັງໝົດ. ໃນໂອກາດລົງມາເຮັດວຽກຄັ້ງນີ້ ທີມງານຍັງໄດ້ນຳເອົາເຄື່ອງຄັອມພິວເຕີໂນດບຸກ 1 ຊຸດແລະຄັອມພິວເຕີຕັ້ງໂຕະ 1 ຊຸດ ພ້ອມກ້ອງວີດີໂອຄອນຊາເລັ່ນ 1 ຊຸດ ມາມອບໃຫ້ຫ້ອງການ ຊສ ເມືອງຮ້ຽມ ເພື່ອນຳໃຊ້ເຂົ້າໃນການຈັດຕັ້ງປະຕິບັດວຽກງານ.