ວັນທີ 4 ມິຖຸນາ 2020ນີ້ ພະແນກຊັບພະຍາກອນ ແລະ ສິງແວດລ້ອມແຂວງຫົວພັນ ສົມທົບກັບເມືອງແອດ ຈັດພິທີສະເຫຼີມສະຫຼອງວັນສິງແວດລ້ອມແຫ່ງຊາດ ແລະ ວັນສິງແວດລ້ອມໂລກຂື້ນ ທີເດິນເດີນອະນຸສອນສະຖານເມືອງແອດ ໂດຍການເຂົ້າຮ່ວມຂອງທ່ານພັນທອງ ເພັດໄຊສົມພັນ ຮອງເຈົ້າແຂວງ ແຂວງຫົວພັນ, ມີການນຳຂັ້ນແຂວງ, ການນຳຂັ້ນເມືອງ 3 ເມືອງຄື: ເມືອງແອດ, ເມືອງຊຽງຄໍ້, ເມືອງສົບເບົາ, ພະນັກງານ, ປະຊາຊົນ, ນ້ອງນ້ອຍນັກຮຽນເຂົ້າຮ່ວມນຳ.

     ໃນພິທີໄດ້ຮັບຟັງປະຫວັດຄວາມເປັນມາ ຂອງວັນສິງແວດລ້ອມເຊິງໃນປີ 1972 ກອງປະຊຸມສຸດຍອດໂລກກຽ່ວກັບສິງແວດລ້ອມຂອງມະນຸດ ໄດ້ຮັບຮອງເອົາ ການສຶກສາສິງແວດລ້ອມ ສຳລັບທຸກຄົນໂດຍສະເພາະແມ່ນເດັກນ້ອຍ ແລະ ໄວ້ຫນຸ່ມ ເຊິງເປັນເວທີສົ່ງເສີມວຽກງານການສືກສາ ດ້ານສິງແວດລ້ອມເປັນປະຫວັດສາດ ແລະຍັງໄດ້ຮັບຮອງເອົາວັນທີ 5 ມິຖຸນາ ເປັນວັນສິງແວດລ້ອມໂລກມາເຖິງປັດຈຸບັນຄົບຮອບ 48 ປີ ແລະ ສປປ ລາວກໍ່ໄດ້ຖືເອົາວັນທີ 5 ມິຖຸນາ ປີ 1999 ເປັນວັນສິງແວດລ້ອມແຫ່ງຊາດເຖິງປະຈຸບັນຄົບຮອບ 21 ປີ. ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ ຊັບພະຍາກອນ ແລະ ທຳມະຊາດ ແຂວງຫົວພັນໃຫ້ຮູ້ຄວາມໝາຍ, ຄວາມສຳຄັນຂອງວັນດັ່ງກ່າວເພຶ່ອເປັນການສ້າງສະຕິຮັກ, ຫວງແຫ້ນໃນການປົກປັກຮັກສາ, ພັດທະນາປ່າໄມ້, ທີດິນ ແລະ ສິງແວດລ້ອມ.

ຕ້ອນທ້າຍຂອງພິທີຍັງໄດ້ຮ່ວມກັນປູກເບ້ຍໄມ້ຈຳນວນ 500 ເບ້ຍເປັນຕົ້ນດອກບານ, ປູກແລບຕາມສາຍທາງເທດສະບານເມືອງແອດ ແລະ ປ່ອຍປາ ຈຳນວນ 2 ພັນ 500 ໂຕ ລົງໃນວັງສະຫງວນ ນຳ້ແອດ ປາທີປ່ອຍມີ ປານິນ, ປາໄນ, ປາກິນຫຍ້າ. ໃນໂອກາດນີ ທ່ານພັນທອງ ເພັດໄຊສົມພັນ ໄດ້ຮຽກຮອງໃຫ້ປະຊາຊົນເມືອງແອດຮ່ວມກັນປົກປັກຮັກສາສິງແວດລ້ອມພາຍໃນຕົວເມືອງໃຫ້ຂຽວ ສະອາດ ແລະ ງາມຕາ. ການຈັດພິທີສະເຫຼີມສະຫຼອງໃນຄັ້ງນີ້ ກໍ່ເພຶ່ອເປັນການສ້າງຈິດສຳນືກ, ຍົກລະດັບຄວາມຕືນຕົວ ໃຫ້ທຸກຄົນທັງເປັນການປົກປັກຮັກສາ, ຄຸ້ມຄອງຊັບພະຍາກອນທຳມະຊາດ ແລະ ປົກປັກຮັກສາສິງແວດລ້ອມຕາມທິດທາງສີຂຽວຍືນຍົງ ແລະ ປົກປັກຮັກສາແຫຼ່ງນ້ຳທຳມະຊາດໃຫ້ມີຄວາມອຸດົມສົມບູນຍືນຍົງຕະຫຼອດໄປ.