-
Details
-
Written by ນາງ ຫລ້າຊ້ອຍ ສໍພາບມີໄຊ
-

ການບຸກທະລຸເນື້ອໃນຂໍ້ແຂ່ງຂັນ 4 ບຸກ ແລະ ມາດຖານເງື່ອນໄຂຂອງຄະນະຊາວໜຸ່ມ ດ້ວຍການນໍາພາເຄື່ອນໄຫວປະຕິບັດຕາມພາລະບົດບາດ, ສິດ ແລະ ໜ້າທີ່ ມີຜົນສຳເລັດຂອງຄະນະຮາກຖານຊາວໜຸ່ມ ໂດຍສະເພາະແມ່ນການເອົາໃຈໃສ່ເຮັດວຽກງານສຶກສາອົບຮົມນໍາພາການເມືອງ-ແນວຄິດໃຫ້ແກ່ສະມາ
ຊິກພາຍໃນ, ການເຊື່ອມຊຶມເອກະສານສຳຄັນຕ່າງໆ, ມູນເຊື້ອຂອງຊາວໜຸ່ມແຕ່ລະໄລຍະ ເຮັດໃຫ້ບັນດາສະຫາຍສະມາຊິກມີແນວຄິດອຸ່ນອຽນທຸ່ນທ່ຽງ, ມີຄຸນສົມບັດສິນທຳປະຕິວັດ ເຊື່ອໝັ້ນຕໍ່ການນຳພາຂອງພັກ, ມີນໍ້າໃຈເສຍສະຫຼະປະກອບສ່ວນເຂົ້າໃນຂະບວນການຕ່າງໆ, ມີແບບແຜນວິທີເຮັດວຽກ, ເປັນເຈົ້າການບຸກບືນພັດທະນາຕົນເອງ, ການຈັດຕັ້ງ ແລະ ການກະຕຸກຊຸກຍູຂະບວນການສ້າງເສດຖະກິດຄອບຄົວເພີ່ມນອກໂມງການ. ເຊິ່ງໄດ້ມີຜົນສຳເລັດ ແລະ ຜົນງານຫຼາຍດ້ານສະແດງອອກໄລຍະຜ່ານມາເປັນຕົ້ນ ຍາດໄດ້ຮາກຖານເຂັ້ມແຂງ 4 ບຸກ 7 ຄັ້ງ, ໜ່ວຍເຂັ້ມແຂງ 4 ບຸກໄດ້ 5 ຄັ້ງ, ໄດ້ຮັບໃບຍ້ອງຂັ້ນສູນກາງຊາວໜຸ່ມ ປປ ລາວ, ຍ້ອງຍໍຈາກຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຂັ້ນພະແນກຫຼາຍສະຫາຍ.
ຕອນເຊົ້້າວັນທີ 11 ກຸມພາ 2021 ນີ້, ໄດ້ມີພິທີ ປະກາດມອບ-ຮັບທຸງໄຊນຳໜ້າໃນຂະບວນການ 4 ບຸກ ຂຶ້ນທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ພູນມີໄຊ ເພັງຄໍາຮັກ ຄະນະກວດກາຊາວໜຸ່ມແຂວງ ເລຂາ ຄະນະຮາກຖານພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ໂດຍການເຂົ້້າຮ່ວມຂອງສະຫາຍ ລອນຄຳ ສຸຂະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ, ສະຫາຍ ພອນສິນ ພົມປານດາ ຄະນະພັກຮາກຖານ ຮອງຫົວໜ້າພະແນກຊັບພະຍາກອນທຳມະ ຊາດ ແລະ ສິງແວດລ້ອມ, ມີຮາກຖານ ໜ່ວຍແຮກສ່ຽວ, ໜ່ວຍອົງການພາຄີ ພ້ອມດ້ວຍສະມາຊິກພາຍໃນເຂົ້້າຮ່ວມ.

ໃນພິທີຜູ້ຕາງໜ້າ ຄະນະຊາວໜຸ່ມແຂວງ ໄດ້ຂຶ້ນຜ່ານຂໍ້ຕົກລົງເລກທີິ 792 , ລົງວັນທີ 28 ທັນວາ 2020 ວ່າດ້ວຍການມອບທຸງໄຊນຳໜ້າ ຄະນະບໍລິຫານງານຊາວໜຸ່ມ ປະຊາຊົນ ປະຕິວັດລາວ ແຂວງຫົວພັນ ໃຫ້ຮາກຖານຊາວໜຸ່ມພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແຂວງ ທີ່ມີຜົນງານ ໃນການເຄື່ອນໄຫວຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນ 4 ບຸກ ໃນໄລຍຜ່ານມາ, ເປັນກຽດຂຶ້ນມອບໂດຍ ແມ່ນສະຫາຍ ລອນ ຄຳ ສຸຂະວົງ ຮອງເລຂາ ຄະນະບໍລິຫານງານຊາວໜຸ່ມແຂວງ ແລະ ຮັບໂດຍເລຂາ ຄະນະຮາກຖານຊາວໜຸ່ມພະແນກ ຊສ ແຂວງຫົວພັນ.