ກອງປະຊຸມຕີລາຄາແບ່ງເພດປະເມີນໜ່ວຍພັກປອດໃສ ເຂັ້ມແຂງ ໜັກແໜ້ນ ປະຈຳປີ 2020 ໜ່ວຍພັກ ສິ່ງແວດລ້ອມ ໄດ້ດຳເນີນເປັນເວລາ  1 ຕອນ ຂອງວັນທີ 17 ທັນວາ 2020 ທີ່ຫ້ອງປະຊຸມຂອງຕົນ, ພາຍໃຕ້ການເປັນປະທານຂອງສະຫາຍ ປອ ຄອນເສີດ ດອນວິໄຊ  ຄະນະພັກຮາກຖານ, ມີສະຫາຍ ແກ້ວປະສິດ ນຶກມະນີວົງ ເລຂາໜ່ວຍພັກສິ່ງແວດລ້ອມ, ມີຜູ້ຕາງໜ້າຈາກ ກວດກາ, ຄະນະໂຄສະນາອົບຮົມແຂວງ,ມີເລຂາຄະນະໜ່ວຍພັກທີ່ດິນ, ໜ່ວຍພັກບໍລິຫານ, ສະມາຊິກພັກສົມບູນ ແລະ ສຳຮອງເຂົ້າຮ່ວມ 20ກ່ວາ ສະຫາຍ.

ວັນທີ່ 19 ພຶດສະພາ 2020 ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບຫ້ອງການ ຊສ ເມືອງ ຫົວເມືອງ ຈັດກອງປະຊຸມປະຊາສໍາພັນວຽກງານຂຶນທະບຽນອອກໃບຕາດິນຢູ່ບ້ານສົງຄາວໃຫ້ກຽດເປັນປະທານຮ່ວມໂດຍ : ທ່ານ ອອນພັນ ທອງທິດາ ເຈົ້າເມືອງຫົວເມືອງ ແລະ ທ່ານພອນສິນ ພົມປານດາ ຮອງຫົວຫນ້າພະແນກ ຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ, ພ້ອມດ້ວຍທີມງານຂະແໜງການກ່ຽວຂ້ອງຂັ້ນແຂວງ,ເມືອງ ແລະ ອໍານາດການປົກຄອງບ້ານ ຕະ ຫລອດຮອດພໍ່ແມ່ປະຊາຊົນບ້ານສົງຄາວເຂົ້າຮ່ວມ 50 ກວ່າທ່ານ ; ໃນທີ່ປະຊຸມໄດ້ຮັບຟັງການເຜີຍດ້ານກົດຫມາຍທີ່ດິນ ,ວິທີການຂັ້ນຕອນໃນການປະຕິບັດວຽກງານຂຶ້ນທະບຽນອອກໃບຕາດິນ ແລະ ບົດບາດຍິງ-ຊາຍຕໍ່ວຽກງານທີ່ດິນ ໃຫ້ ພໍ່ແມ່ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມເຖິງ ຂັ້ນຕອນລະບຽບການ ຂື້ນທະບຽນອອກໃບຕາດິນ.
👉ພາບຖ່າຍ ແລະ ຂໍ້ມູນ ຈາກຂະແໜງທີ່ດິນ