ພະແນກ ຊສແຂວງ ຫົວພັນ ສຳເລັດກອງປະຊຸມທາງ Vedio Conference ຮ່ວມກັບ ກະຊວງ ຊສ ຈັດກອງປະຊຸມສະຫລຸບ ປິດໂຄງການຄຸ້ມຄອງອ່າງຮັບນໍ້າຊໍາ ໄລຍະ III
- Details
ຕອນບ່າຍ ວັນທີ 8/7/2021 ນີ້ ພະແນກ ຊສແຂວງ ຫົວພັນ ສຳເລັດກອງປະຊຸມທາງ Vedio Conference ຮ່ວມກັບ ກະຊວງ ຊສ ຈັດກອງປະຊຸມສະຫລຸບ ປິດໂຄງການຄຸ້ມຄອງອ່າງຮັບນໍ້າຊໍາ ໄລຍະ III ຢູ່ທີ່ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກ ຊສ ແຂວງ ຫົວພັນ, ຜູ້ປະສານງານໂຄງການຈາກກອງທຶນປົກປັກຮັກສາສິ່ງແວດລ້ອມ; ກົມແຜນການ ແລະ ການເງິນ ກະຊວງ ຊສ ;ມີພາກສ່ວນກ່ຽວຂ້ອງຂັ້ນແຂວງ ເມືອງຊໍາເໜືອ ແລະ ອຳນາດການປົກຄອງ5ບ້ານຄື: ຮາມເໜືອ,ນາພຽງ, ນາຈອງ, ຊາງຄໍາ, ນາຄາ ເຂົ້າຮ່ວມຫລາຍ 20 ທ່ານ.
ພະແນກຊສ ແຂວງຫົວພັນສຳເລັດການລົງຊຸກຍູ້ວຽກງານ ຊສ ໃນ6ເດືອນຕົ້ນປີ ແລະ ວາງທິດທາງແຜນການ 6 ເດືອນ ທ້າຍປີ 2021 ຢູ່ 3ເມືອງ
- Details
ວັນທີ 29 ມີຖຸນາ-ວັນທີ1ກໍລະກົດ 2021, ພະແນກ ຊສ ແຂວງຫົວພັນ ໄດ້ລົງສົມທົບກັບການນຳເມືອງ ເພື່ອແຈ້ງຈຸດປະສົງໃນການລົງມາເຮັດວຽກຈາກນັ້ນໄດ້ສົມທົບຫາ ຫ້ອງການ ຊສ ເມືອງຫົວເມືອງ; ເມືອງຮ້ຽມ; ເມືອງຊ່ອນເພື່ອຊຸກຍູ້ວຽກງານ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ 6ເດືອນຕົ້ນປີ ຢູ່ທີ່ຫ້ອງປະຊຸມຫ້ອງການ ຊສ ເມືອງ ພາຍໃຕ້ການເປັນປະທານຂອງ ທ່ານ ແກ້ວປະສິດ ນຶກມະນີວົງ ຮອງຫົວໜ້າພະແນກ ຊສ ແຂວງ, ມີຂະແໜງການ ບໍລິຫານ- ການເງິນ ຂະແໜງແຜນການ, ຂະແໜງກວດກາ ພ້ອມດ້ວຍ ພະນັກງານທົ່ວຫ້ອງການ ຊສ ເມືອງ ເຂົ້າຮ່ວມ ທັງໝົດ 40ກ່ວາ ຄົນ ໃນ3ເມືອງ.
ສຳເລັດ ພິທີມອບ-ຮັບໜ້າທີ່ ຂອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ລະຫວ່າງຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່
- Details
ຕອນແລງ ຂອງວັນທີ່ 25 ມີຖຸນາ 2021 ນີ້ ຢູ່ທີ່ຫ້ອງປະຊຸມພະແນກຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມແຂວງ ໄດ້ຈັດພິທີມອບ-ຮັບໜ້າທີ່ ຂອງຫົວໜ້າພະແນກຊັບພະຍາກອນ ທຳມະຊາດ ແລະ ສິ່ງແວດ ລ້ອມ ລະຫວ່າງຫົວໜ້າຜູ້ເກົ່າ ແລະ ຜູ້ໃໝ່ ແລະ ປະກາດພະນັກງານອອກພັກການເຂົ້າຮັບເບ້ຍບໍານານ. ໂດຍເປັນກຽດເຂົ້າຮ່ວມຂອງທ່ານ ສະຖຽນ ວັນນະສຸກ, ອາດີດເລຂາຄະນະພັກຮາກຖານຫົວໜ້າພະແນກ ຊ ສ ແຂວງຫົວພັນ, ທ່ານ ສໍສະຫວັນ ບານຄຳມີ ເລຂາຄະນະພັກຮາກຖານ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມຄົນໃຫ່ມ,ມີບັນດາທ່ານຫົວ ຫນ້າ,ຮອງຫ້ອງການ ຊສ ເມືອງ 6 ເມືອງ ແລະ ແຂກຖືກເຊີນມາຈາກຂະ ແໜງການກ່ຽວຂ້ອງ ຕະຫຼອດຮອດພະນັກງານ-ລັດຖະກອນພາຍໃນພະ ແນກ ເຂົ້າຮ່ວມຢ່າງ ພ້ອມພຽງ.
ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 80%.
- Details
ວັນທີ 18 ພຶດສະພາ 2021 ນີ້ ພະແນກຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຂັ້ນແຂວງ, ເມືອງ ສົມທົບກັບບໍລິສັດຮັບເໝົາກໍ່ສ້າງ, ລົງກວດກາ 80% ໂຄງການການກໍ່ສ້າງຫ້ອງການຊັບພະຍາກອນທໍາມະຊາດ ແລະ ສິ່ງແວດລ້ອມ ເມືອງຮ້ຽມ; ນຳພາໂດຍ ທ່ານ ສະຖຽນ ວັນນະສຸກ ຫົວໜ້າພະແນກ ຊສ ແຂວງ,ທ່ານ ອານຸເດດ ສີຄຳໄຊ ຫົວໜ້າຫ້ອງວ່າການແຂວ ງ ແລະ ທີມງານເຂົ້າຮ່ວມທັງໝົດ 19ຄົນ.
Read more: ໂຄງການກໍ່ສ້າງຫ້ອງການ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມເມືອງຮ້ຽມ ປະຕິບັດໄດ້ 80%.
Page 11 of 18