ຕອນບ່າຍ ວັນທີ 24 ມີນາ 2020 ນີ້ ກົມຈັດຕັ້ງ ແລະ ພະນັກງານ ສຳເລັດການເຄື່ອນໄຫວ ຕິດຕາມສະພາບການຈັດຕັ້ງປະຕິບັດໜ້າທີ່ ແລະ ຄວາມຮັບຜິດຊອບຂອງກົງຈັກການຈັດຕັ້ງ ຢູ່ທີ່ພະແນກ ຊສ ແຂວງ ຫົວພັນ ໂດຍການເປັນປະທານ ຂອງທ່ານ ຈັນສຸກ ມຸກດາວັນ ຮອງຫົວໜ້າກົມຈັດຕັ້ງ ແລະ ພະນັກງານ ມີບັນດາຫົວໜ້າຫ້ອງການຊສ ເມືອງ 5 ເມືອງ ພ້ອມດ້ວຍຫົວໜ້າຂະແໜງ 8 ຂະແໜງການ ເຂົ້າຮ່ວມ 19 ຄົນ.

ວັນທີ 19 ມີນາ 2020 ພະແນກ ຊສ ແຂວງ ສຳເລັດກອງປະຊຸມ ສະຫຼຸບຜົນການປະເມີນ ລັດຖະກອນປະຈໍາປີ 2019, ຜົນການປະເມີນ ຫົວໜ້າຂະແໜງຮອງຫົວໜ້າຂະແໜງ , ພ້ອມທັງເຮັດວຽກງານການເມືອງແນວຄິດ ຕໍ່ພະນັກງານ ລັດຖະກອນ ພາຍໃນພະແນກ.
ກອງະຊຸມ ໂດຍການເປັນປະທານຂອງທ່ານ ສະຖຽນ ວັນນະສຸກ ກຳມະການພັກແຂວງ ຫົວໜ້າພະແນກ ຊສ ແຂວງ , ມີການນຳພະແນກ, ຫົວ ໜ້າ, ຮອງຫົວໜ້າຂະແໜງ ພ້ອມດ້ວຍພະນັກງານ ພາຍໃນພະແນກ ເຂົ້າຮ່ວມ 40 ກ່ວາຄົນ. 

 ເວລາ 14:30 ທີ່ຫ້ອງປະຊຸມ ພະແນກ ຊສ ແຂວງຫົວພັນ;ໂດຍ ການເປັນປະທ່ານ ຮ່ວມ ຂອງທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສໍາຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ ທ່ານ ນາງ ພວງແສງ ໄຊຍະສິດ ຮອງຫົວໜ້າພະແນກ ຊສ ແຂວງ ພ້ອມດ້ວຍ ພາກສ່ວນກ່ຽວຂ້ອງຂັ້ນສູນກາງ ພະນັກງານລັດຖະກອນ ພາຍໃນພະແນກ ແລະ ຫ້ອງການ ຊສ ເມືອງ ຊໍາເໜືອ ເຂົ້າຮ່ວມ 40 ກ່ວາຄົນ.

ວັນທີ 18 ກຸມພາ 2020 ທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການ ສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານ ໄດ້ເຂົ້າພົບ ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເຂຂາພັກແຂວງ ເຈົ້າແຂວງ ແຂວງຫົວພັນ ເພື່ອ ສະເໜີຈຸດປະສົງ ໃນການມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນ.

ເວລາ 14ໂມງ:00 ວັນທີ 17ກຸມພາ 2020 ໄດ້ເຮັດວຽກຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຮ້ຽມ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ, ທ່ານ ແພງສີ ຊ່ອນສຸພັດ ຮອງເຈົ້າເມືອງ ເມືອງຮ້ຽມ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຮ້ຽມ ເຂົ້າຮ່ວມ 30 ກ່ວາຄົນ.