ວັນທີ 17ກຸມພາ 2020 ໄດ້ເຮັດວຽກຢູ່ທີ່ຫ້ອງປະຊຸມຫ້ອງວ່າການເມືອງຊ່ອນ ໂດຍການເປັນປະທານຮ່ວມ ຂອງທ່ານ ນາງ ບຸນຄຳ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີ ກະຊວງ ຊສ, ທ່ານ ວາສະນູນ ສໍອິນໄຊ ຮອງເຈົ້າເມືອງ ເມືອງຊ່ອນ, ມີບັນດາທ່ານ ຫົວໜ້າ, ຮອງຫົວໜ້າກົມ, ພ້ອມດ້ວຍຂະແໜງການທີ່ກ່ຽວຂ້ອງຈາກຂັ້ນສູນກາງ, ຂັ້ນແຂວງ, ເມືອງ ຊ່ອນເຂົ້າຮ່ວມ 30ກ່ວາຄົນ. 

ວັນທີ 16 ກຸມພາ 2020ນີ້ ນຳໂດຍທ່ານ ນາງ ບຸນຄໍາ ວໍລະຈິດ ກຳມະການສຳຮອງສູນກາງພັກ ຮອງລັດຖະມົນຕີກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ພ້ອມດ້ວຍທີມງານມາຈາກ 6 ກົມ, 1ສະຖາບັນ ແລະ 1ກອງ ໄດ້ມາຢ້ຽມຢາມ ແລະ ເຮັດວຽກຢູ່ ແຂວງຫົວພັນ ເວລາ9 ໂມງ00 ຂອງວັນດັ່ງກ່າວທ່ານ ນາງພວງແສງໄຊຍະສິດ ຮອງຫົວໜ້າພະແນກຊສ ແຂວງ ພ້ອມດ້ວຍຜູ້ຕາງໜ້າບັນດາຂະແໜງການທີ່ຂື້ນກັບພະແນກ ໄດ້ ນຳພາ ທີມງານມາຈາກສູນກາງ ໄປຢ້ຽມຢາມ ອ້າຍນ້ອງທະຫານທີ່ປະຈຳຢູ່ ເຂດຍຸດທະສາດການທະຫານ, ດິນແດນວິລະຊົນ ຢູ່ປ່ອມຜາຖີ່ເມືອງຊໍາເໜືອ ແຂວງຫົວພັນ.

ວັນທີ 11ກຸມພາ 2020ນີ້ ຫ້ອງການກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ສົມທົບກັບພະແນກ ຊສ ແຂວງ ຈັດກອງປະຊຸມ ປຶກສາແລກປ່ຽນບົດຮຽນ ເພື່ອຍົກລະດັບດ້ານຂ່າວສານປະຊາສຳພັນ, ການປັບປຸງເວັບໄຊ່,ການບໍລິຫານເອກະສານທາງລັດຖະການ,ການຂື້ນບັນຊີສັບສິນຂອງລັດ ແລະ ວຽກງານສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ,ແມ່ - ເດັກ ຢູ່ຫີ່ຫ້ອງປະຊຸມພະແນກ ຊສ ແຂວງຫົວພັນ ເປັນກຽດເຂົ້າຮ່ວມເປັນປະທານໂດຍ ທ່ານ ນາງ ບົວຄໍາ ສຸລິວັນ ຮັກສາການຫົວໜ້າຫ້ອງການກະຊວງ ຊສ, ທ່ານພອນ ສິນ ພົມປານດາ ຮອງຫົວໜ້າພະແນກ ຊສແຂວງ, ມີທີມງານມາຈາກກະຊວງ, ຫົວໜ້າ ຮອງຫົວໜ້າຂະແໜງການ ພ້ອມດ້ວຍພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ 20 ກ່ວາຄົນ.

ວັນທີ 5 - 6 ກຸມພາ 2020ນີ້ ພະແນກ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ ແຂວງຫົວພັນ ສຳເລັດການລົງ ເຜີຍແຜ່ ແລະ ຜ່ານຮ່າງນິຕິກຳລຸ່ມກົດໝາຍ ວ່າດ້ວຍການຈັດສັນທີ່ດິນ, ຄຸ້ມຄອງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມແບບຮອບດ້ານ ຢູ່3ເມືອງລຽບມ່າຄື: ເມືອງສົບເບົາ ເມືອງແອດ ແລະ ເມືອງ ຊຽງຄໍ້ ເຊິ່ງນຳໂດຍ ທ່ານ ພອນສິນ ພົມປານດາ ຮອງຫົວໜ້າພະແນກ ຊສ ແຂວງ, ມີເຈົ້າເມືອງ , ຮອງເຈົ້າເມືອງ, ຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ, ຮອງຫົວໜ້າຫ້ອງການ, ພະນັກງານ,​ອຳນາດການປົກຄອງບ້ານເທດສະບານເມືອງ ເຂົ້າຮ່ວມ160ຄົນ.

ວັນທີ 8 ພະຈິກເຖິງ 23 ເດືອນທັນວາ  2019 ນີ້, ທີມງານ ໂຄສະນາສ້າງຈິດສໍານຶກ ດ້ານການນໍາໃຊ້ຫຼັກການ 3 Rs ເພື່ອແກ້ໄຂບັນຫາການເພີ່ມຂື້ນຂອງປະລິມານຂີ້ເຫຍື້ອ ໃນຕົວເມືອງຊໍາເໜືອ ໄດ້ລົງ ໂຄສະນາ ຢູ່ 15 ບ້ານ, 4 ໂຮງຮຽນ ແລະ 1 ຕະຫຼາດ ເຊິ່ງມີຜູ້ເຂົ້າຮ່ວມ ທັງໝົດ 4,261 ຄົນ,ຍິງ 2,057 ຄົນ.